ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ແລະອົງການ NGO ປະຕິບັດງານ ເພື່ອຍຸຕິການລັກລອບ ຄ້າແຮງງານ ໃນທົ່ວໂລກ (ວີດີໂອ)


Governments, NGOs, Work to End Labor Trafficking
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້

ອົງການ​ແຮງ​ງານ​ສາກົນ International Labor Organiza-
tionຫຼື ILO ​ເວົ້າ​ວ່າ ມີ​ປະຊາຊົນ​ຫຼາຍ​ກວ່າ 20 ລ້ານ ຄົນ​ຢູ່​ໃນ​
ທົ່ວ​ໂລກ​ໃນ​ປັດຈຸບັນ​ນີ້ ທີ່​ຖືກ​ບັງຄັບ​ໃຊ້​ແຮງ​ງານ ​ໃຫ້​ເຮັດ​ວຽກ​
ຢູ່​ຕາມ​ສວນຟາ​ມ ຕາມ​ໂຮງ​ຈັກ​ໂຮງງານ ຫຼື​ເປັນ​ຄົນ​ໃຊ້​ໃນ​ບ້ານ
Mike O’Sullivan ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ວ່າ ພວກ​ຄົນ​ທີ່​
ຕໍ່ສູ້​ກັບ​ການ​ລັກ​ລອບ​ຄ້າ​ມະນຸດ​ນັ້ນ ​ເວົ້າ​ວ່າ ມັນ​ເປັນ​ບັນຫາ​ຢູ່​
ໃນ​ ທັງ​ບັນດາ​ປະ​ເທດ​ພວມພັດທະນາ ​ແລະ​ປະ​ເທດ​ທີ່​ຈະ​ເລີນ
ອຸດສາຫະກໍາ​ແລ້ວ ​ໂຮມ​ທັງ​ສະຫະລັດ​ ນັ້ນ​ນໍາ. ຊຶ່ງ​ທອງປານ
ຈະ​ນໍາເອົາ​ລາຍ​ລະອຽດ​ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ເລຶ່ອງລາວ​ຂອງ​ການ​ຕົກ​ເປັນ​ຂ້າທາດ ​ໃນ​ຍຸກ​ສະໄໝ​ໃໝ່ນີ້ ​ໄດ້​ກາຍເປັນ​ເລຶ່ອງພາດຫົວຂ່າວ
ຢູ່ທົ່ວ​ໂລກ ຄື​ເມື່ອ​ປີຜ່ານມາ ຕໍາຫຼວດ​ອິນ​ເດຍໄດ້​ຊ່ວຍ​ປ່ອຍ​ຕົວ​ພວກແມ່ຍິງ ​ແລະ ເດັກ​ສາວ
6​0 ຄົນ ທີ່​ຖືກ​ກັກ​ໂຕໄວ້​ຢູ່​ໃນ​ໂຮງໂສ​ເພນີ​ຫຼາຍໆແຫ່ງ ​ໃນ​ນະຄອນຫຼວງ New Delhi ປະ​ເທດ
​ອິນ​ເດຍ. ​ແລະ​ເຈົ້າໜ້າ​ທີ່​ເວົ້າ​ວ່າ​ ເດັກນ້ອຍຊາວ​ອິ​ນ​ເດຍຫຼາຍ​ລ້ານ​ຄົນ ຖືກ​ບັງຄັບ​ໃຫ້​ໃຊ້​ແຮງ​ງານ.

ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ຕໍາຫຼວດ​ໄດ້​ປ່ອຍ​ຕົວ​ພວກ​ຄົນ​ງານ​ຫຼາຍ​ຮ້ອຍ​ຄົນ ທີ່​ຖືກ​ກັກ​ໄວ້​
ຢູ່​ຟາ​ມປູກ​ໝາກ​ເລັ່ນ​ແຫ່ງ​ນຶ່ງ ​ໃນ​ປະ​ເທດ​ແມັກ​ຊິ​ໂກ. ພວກ​ຄົນງານ​ເຫຼົ່າ​ນັ້ນ ບໍ່​ໄດ້​ຮັບເງິນ​
ຄ່າ​ແຮງ​ຕາມ​ທີ່​ນາຍ​ຈ້າງ​ຮັບປາກ​ໄວ້.

​ເມື່ອ​ເດືອນ​ຜ່ານ​ມາ ທີ່​ເມືອງ Los Angeles ລັດ​ແຄ​ລິ​ຟໍ​ເນຍ ​ເຈົ້າ​ໜ້າ​ທີ່ປະກາດ​ການຕົກ
ລົງກັນ​ໄດ້ ​ກັບບໍລິສັດ​ຜັກ​ແລະ​ໝາກ​ໄມ້​ສົດ Del Monte ​ໃນ​ຄະດີຟ້ອງ​ຮ້ອງ​ບັ້ນ​ນຶ່ງ ກ່ຽວ​ກັບ
ການ​ຈໍາ​ແນ​ກກີດ​ກັນ​ເລຶ່ອງ​ການ​ວ່າຈ້າງ ທີ່​ພົວພັນກັບ​ຄົນ​ງານ​ສັນຊາດ​ໄທ. ບໍລິສັດ Del Monte
ບໍ່​ຍອມຮັບ​ຜິດ ​ແຕ່​ກໍ​ຕົກລົງ​ທີ່​ຈະ​ປະຕິ​ຮູບ.

ທ້າວ ທຽມ ​ໄຊ​ຍະ​ຈິດ ​ເປັນຄົນ​ງານຜູ້​ນຶ່ງ​ໃນຈໍານວນ 150 ຄົນ​ຈາກ​ໄທ ທີ່ຖືກຈ້າງໃຫ້ເຮັດ​
ວຽກ​ຢູ່​ຕາມ​ຟາ​ມຕ່າງໆ​ໃນ​ລັດ​ຮາ​ວາຍ ​ທີ່​ຈະ​ໄດ້​ຮັບ​ເງິນ​ສ່ວນ​ແບ່ງ ຈໍານວນ ນຶ່ງ​ລ້ານ​ສອງແສນ
ໂດ​ລ່າ ຈາກການ​ຕົກລົງ​ກັນກ່ຽວ​ກັບ​ຄະດີ​ດັ່ງກ່າວ ລະຫວ່າງບໍລິສັດ Del Monte ​ແລະ​ຄະນະ​
ກໍາມະການຄຸ້ມ​ຄອງ​ໂອກາດ​ການ​ວ່າ​ຈ້າງ​ທີ່​ເທົ່າ​ທຽມ​ກັນ ຫຼື EEO ຂອງ​ສະຫະລັດ.

ນີ້​ຖື​ວ່າ​ເປັນ​ຂ່າວ​ດີ​ ສໍ​າຫຼັບ​ທ້າວ ທຽມ ​ໄຊ​ຍະ​ຈິດ ​ທີ່​ໄດ້ກູ້​ຢືມເງິນຫຼາຍ​ກວ່າ 2 ໝື່ນໂດ​ລ່າ ​
ເພື່ອ​ຈ່າຍ​ຄ່າ​ບໍລິການ​ແກ່ພວກລັກລອບ​ສົ່ງ​ມະນຸດ​ເຂົ້າມາ​ຍັງ​ອາ​ເມຣິກາ. ທ້າວ ທຽມ
ເວົ້າ​ວ່າ ຕົນ​ບໍ່​ໄດ້​ຮັບ​ເງິນ​ຄ່າ​ແຮງ​ງານຫຍັງ​ເລີຍ.

ລາວ​ເວົ້າ​ວ່າ: “ຂ້ອຍ​ອຸກ​ໃຈ​ຫຼາຍ ຍ້ອນ​ວ່າ​ຂ້ອຍ​ບໍ່​ຮູ້​ວ່າ​ຈະເອົາ​ເງິນ​ມາ​ຈາກ​ໃສ ​
ໄປຈ່າຍຄ່າ​ໜີ້​ໃນ​ໄທ​ໄດ້.”


Anna Park ທະນາຍປະ​ຈໍາ​ຂົງ​ເຂດຂອງຄວາມ​ກໍາມະການ ​EEO ເວົ້າ​ວ່າ ການ​ຟ້ອງຮ້ອງ
​ດັ່ງກ່າວ​ແມ່ນ​ເປັນ​ພາກສ່ວນ​ນຶ່ງຂອງ​ຄວາມ​ພະຍາຍາ​ມ​ໃນ​ຂັ້ນ​ກວ້າງຂວາງ ຂອງລັດຖະບານ
​ໂອ​ບາ​ມາ ​ເພື່ອ​ກໍາຈັດ​ການ​ບັງຄັບ​ໃຊ້​ແຮງ​ງານ ​ໂດຍ​ໃນ​ກໍລະ​ນີນີ້ ແມ່ນ​ການ​ນໍາ​ໃຊ້ກົດໝາຍ​
ຕ້ານການ​ຈໍາ​ແນ​ກກີດ​ກັນ ຍ້ອນ​ສັນຊາດ​.

ທະນາຍ Anna Park ​ເວົ້າ​ວ່າ: “ມີ​ຫຼາຍ​ເທື່ອ​ຫຼາຍ​ທີ ທີ່​ພວກ​ເຮົາ​ໄດ້​ຍິນ ​ເລຶ່ອງ
ພວກ​ຄົນ​ຫຼົບໜີ​ຈາກ​ວຽກ​ງານ​ຂອງ​ເຂົາ​ເຈົາ. ແທ້ໆ​ແລ້ວ​ ເຮົາ​ຈະ​ບໍ່​ໄດ້​ຍິນ​ເລຶ່ອງ​
ແບບ​ນີ້ ຢູ່​ໃນ​ກໍລະນີ​ການ​ຈໍາ​ແນ​ກກີດ​ກັນ​ການ​ທໍາ​ງານ​ໂດຍ​ທົ່ວ ໄປ.”


ຢູ່​ທີ່​ວັດ​ແຫ່ງ​ນຶ່ງ​ໃນລັດແຄ​ລິ​ຟໍ​ເນຍ ນາງ Ima Matul ຜູ້​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ​
ຄົນ​ນຶ່ງ​ທີ່ລອດ​ມາ​ໄດ້ ​ເວົ້າ​ວ່າ ນາງ​ຕ້ອງໄດ້​ທົນ​ທຸກທໍລະມານ​ ເປັນຄົນ​ໃຊ້ທີ່​ຖືກ​ກົດ​ຂີ່ຢູ່​
ເປັນ​ເວລາ​ສາມ​ປີ ຫຼັງ​ຈາກ​ນາງ​ຖືກ​ເກນ​ຢູ່​ໃນ​ອິນ​ໂດ​ເນເຊຍ.

ນາງ Ima ​ເວົ້າ​ວ່າ: “ມີໃຜ​ແດ່​ ທີ່​ບໍ່​ຢາກ​ມາ​ອາ​ເມຣິກາ? ພວກ​ນາຍ​ໜ້າສັນຍາ​ວ່າ​
ຂ້ອຍ​ຈະ​ໄດ້​ຄ້າ​ຈ້າງ 150 ​ໂດ​ລ່າ​ຕໍ່​ເດືອນ ​ແລະ​ໄດ້​ມື້ພັກ​ນຶ່ງ​ມື້ ​ແລະຂ້ອຍ​ບໍ່​ຕ້ອງ​
ໄດ້​ຈ່າຍ​ຄ່າ​ປີ້​ຍົນ ຄ່າ​ວິ​ຊ່າ ​ແລະຄ່າ​ພາສປອດ ຫຍັງເລີຍ.”


ນາງ Ima ​ເວົ້າ​ອີກ​ວ່າ ນາງ​ຖືກ​ບັງຄັບ​ໃຫ້ເຮັດ​ວຽກ​ເຈັດ​ມື້​ຕໍ່​ອາທິດ ຖືກ​ກະທໍາ​ຮຸ​ນ​ແຮງ ​
ແລະ​ບໍ່​ໄດ້​ຄ່າ​ຈ້າງຫຍັງ. ​ເປັນ​ຈັ່ງ​ບຸນ ທີ່ໃນ​ທີ່​ສຸດ ​ເພື່ອນ​ບ້ານ​ຄົນ​ນຶ່ງໄດ້​ຊ່ວຍເຫຼືອນາງ ​
ໃຫ້ຫຼົບໜີ​ອອກ​ມາ​ໄດ້.

ນາງ Ima ​ເວົ້າ​ວ່າ: “ຂ້ອຍ​ຍັງ​ຈື່​ຈໍາ​ໄດ້​ດີທີ່​ສຸດ ວ່າເວລາ​ນັ້ນມັນ​ເປັນ​ຈັ່ງ​ໃດ ​ແລະ
ມັນ​ເປັນ​ຈັ່ງ​ໃດ​ ຕອນທີ່ຂ້ອຍ​ຫຼົບໜີ​ອອກ​ມາ.”


ຂະນະ​ນີ້ ນາງ Ima Matul ທໍາ​ງານ​ຢູ່​ ອົງການ​ປະສົມເພື່ອ​ລົບ​ລ້າງ​ການ​ຕົກ​ເປັນ​ຂ້າທາດ
​ແລະ​ການ​ລັກ​ລອບ​ຄ້າ​ມະນຸດ ຫຼື Coalition to Abolish Slavery and Traf ficking ຊຶ່ງ
ເປັນ​ອົງການ​ທີ່​ບໍ່​ຫວັງ​ຜົນ​ກໍາ​ໄລ ທີ່ໄດ້​ຊ່ວຍນາງ​ຕັ້ງ​ຕົ້ນ​ຊີວິດ​ໃໝ່​ ​ແລະ​ຊ່ວຍ​ເຫຼືອ​ພວກ​ຄົນ
​ອື່ນໆ ທີ່​ຍັງຕົກ​ຄ້າງ​ຢູ່​ໃນ​ສະພາບການ​ຖືກ​ບັງຄັບໃຊ້​ແຮງ​ງານແບບ ເປັນ​ຂ້າ​ທາດຢູ່​ນັ້ນ.

Catherine Chen ​ເຮັດວຽກ​ຢູ່​ໃນ​ວໍ​ຊິງ​ຕັນ ​ດີ​ຊີ ກັບ​ອົງການມວນມະນຸດສາມັກຄີ ຫຼື
Humanity United ອົງການບໍ່ຫວັງ​ຜົນ​ກໍາ​ໄລ ທີ່​ເປັນ​ພາຄີ​ປະຕິບັດ​ງານຮ່ວມ​ກັບລັດ
ຖະບານ​ສະຫະລັດ ​ເພື່ອ​ສ້າງ​ຄວາ​ມຕື່ນ​ຕົວກ່ຽວ​ກັບ​ບັນຫານີ້ ​ແລະ​ຊ່ວຍ​ເຫຼືອ​ພວກ​ເຄາະ​
ຮ້າຍ​ທັງຫຼາຍ.

ນາງ Chen ​ເວົ້າ​ວ່າ: “ນຶ່ງ​ໃນຫຼາຍ​ສິ່ງ​ທີ່​ຮີບ​ດ່ວນ​ທີ່​ສຸດ​ ທີ່ພວກ​ລອດ​ພົ້ນຈາກ
ການ​ຕົກ​ເປັນ​ຂ້າ​ທາດ​ມາ​ໄດ້​ ຕ້ອງການ​ນັ້ນ ກໍ​ຄື​ການ​ໄດ້ມີ​ບ້ານ​ຢູ່​ອາ​ໄສ​ທີ່​ປອດ
ໄພ ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ ການ​ຮັກສາ​ສຸຂະ​ພາບ​ຈິດ ​ແລະ​
ການຮັກສາ​ພະຍາບານ ​ເປັນ​ຕົ້ນ.”


ນາງ Chen ​ເວົ້າ​ຕື່ມ​ວ່າ ການ​ລັກ​ລອບຄ້າ​ມະນຸດນັ້ນ ມີ​ຂຶ້ນ​ໄດ້ກໍ​ຍ້ອນ​ມີສາຍ​ໂສ້ ທີ່ສະໜອງ​
ເຫຍື່ອ​ໃຫ້​ ຢູ່​ໃນ​ທົ່ວ​ໂລກ ​ແລະ​ວ່າ ບັນດາ​ອົງການບັງຄັບ​ກົດໝາຍ ລັດຖະບານ ​ແລະ​ອົງການ
ຕ່າງ​ໆທີ່ເຮັດ​ວຽກ​ຊ່ວຍ​ສັງຄົມ​ ຈໍາ​ເປັນຕ້ອງ​ໄດ້​ປະຕິບັດ​ງານ​ຮ່ວມ​ກັນ ເພື່ອ​ທັບ​ມ້າງທໍາລາຍ
​ສາຍ​ໂສ້​ນັ້ນ ​ໃຫ້​ໄດ້.
XS
SM
MD
LG