ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາຍ​ງານ ການ​ປ່ຽນ​ແປງ ດິນ​ຟ້າ​ອາ​ກາດ ສ​ຫລ ກ່າວ​ວ່າ ໄພ​ພິ​ບັດ ຈະ​ຮ້າຍ​ແຮງ ກວ່າ​ເກົ່າ


ພວກມອດ​ໄຟ ຊອກ​ຫາ​ຊາກ​ກະ​ດູກ​ ຢູ່​ບ່ອນ​ຈອດ​ລົດແຄັມ​ປິງ ທີ່​ຖືກ​ໄຟ​​ປ່າໄໝ້ ຢູ່​ເມືອງ​ພາ​ຣາ​ດາຍ​ສ໌ ລັດ​ຄາ​ລີ​ຟໍ​ເນຍ. (16 ພະ​ຈິກ 2016)
ພວກມອດ​ໄຟ ຊອກ​ຫາ​ຊາກ​ກະ​ດູກ​ ຢູ່​ບ່ອນ​ຈອດ​ລົດແຄັມ​ປິງ ທີ່​ຖືກ​ໄຟ​​ປ່າໄໝ້ ຢູ່​ເມືອງ​ພາ​ຣາ​ດາຍ​ສ໌ ລັດ​ຄາ​ລີ​ຟໍ​ເນຍ. (16 ພະ​ຈິກ 2016)

ລາຍ​ງານ​ສະ​ບັບ​ນຶ່ງ​ຂອງ​ສະ​ຫະ​ລັດກ່າວ​ວ່າ ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ
ອ​າ​ກາດ ຊຶ່ງ​ຮວມ​ທັງ​ ລົມ​ພາ​ຍຸ​ຂະ​ໜາດ​ແຮງ​ ໄພ​ແຫ້ງ​ແລງ ແລະ​ໄຟປ່າຈະ​ມີ​ຄວາມ​ຮ້າຍ​
ແຮງ​ຕື່ມ​ຂຶ້ນ​ໃນ​ສະ​ຫະ​ລັດ.

ລາຍ​ງານ ຊຶ່ງ​ຂຽນ​ຂຶ້ນ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ 10 ກວ່າ​ພະ​ແນກ​ການ ແລະກະ​ຊວງ​ຕ່າງໆ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ແມ່ນ​ມີ​ການ​ຂັດ​ແຍ້ງ​ຢູ່​ຫຼາຍ​ບ່ອນ​ກັບ​ຖະແຫຼງ​ການ​ແລະ​ນະ​ໂຍ​ບາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທ່ານ​ດໍ​ໂນ​ລ ທ​ຣຳ.

ລາຍ​ງານ​ ທີ່ບັງ​ຄັບ​ໂດຍ​ລັດ​ຖະ​ສະ​ພາ​ດັ່ງ​ກ່າວ ໄດ້​ຖືກ​ນຳ​ອອກ​ເຜີຍ​ແຜ່​ຢ່າງ​ງຽບໆ​ ໃນ​ວັນສຸກ ວານນີ້ ໃນ​ລະ​ຫວ່າງວັນ​ພັກ​ທ້າຍ​ສັບ​ປະ​ດາ. ໃນ​ເວ​ລາ​ຕໍ່​ມາ ທຳ​ນຽບຂາວ​ໄດ້​ກ່າວ​ປະ​ຕິ​ເສດ​ວ່າ ລາຍ​ງານ​ດັ່ງ​ກ່າວ​ບໍ່​ຖືກ​ຕ້ອງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ລິນ​ເຊ ວອ​ລ​ເຕີ້ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້ໃນ​ວັນ​ສຸກວານ ນີ້​ວ່າ ລາຍ​ງານ​ສະ​ບັບ​ນີ້ “ສ່ວນ​ໃຫຍ່​ແລ້ວ​ແມ່ນ​ອີງ​ໃສ່​ເຫດ​ການ​ທີ່ຮ້າຍ​ແຮງ​ສຸດ​ຂີດ ຊຶ່ງ​ຂັດ​ແຍ້ງ​ກັບ​ທ່າ​ອຽງ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານໂດຍ​ການ​ສົມ​ມຸດ​ວ່າ ຈະ​ມີ​ເທັກ​ໂນ​ໂລ​ຈີ​ ແລະ​ນະ​ວັດ​ຕະ​ກຳທີ່​ຈຳ​ກັດ ແລະ​ການ​ຂະ​ຫຍາຍ​ຕົວ ຢ່າງວ່ອງ​ໄວ​ຂອງ​ປະ​ຊາ​ກອນ.”

ລາຍ​ງານ ການ​ຊັ່ງ​ຊາ​ສະ​ພາບ​ອາ​ກາດ​ແຫ່ງ​ຊາດ ຊຶ່ງ​ມີ​ຄວາມ​ຍາວກວ່າ 1,000 ໜ້າ ໄດ້​ເຕືອນ​ກ່ຽວ​ກັບ​ໄພ​ພິ​ບັດ​ ຈາກ​ດິນ​ຟ້າ​ອາ​ກາດ ​ທີ່​ຮ້າຍ​ແຮງ​ຂຶ້ນ ແລະ​ດົນກວ່າ​ເກົ່າ ຊຶ່ງ​ໄດ້​ເກີດ​ຂຶ້ນ ​ຢ່າງ​ໜ້ອຍ ສ່ວນ​ນຶ່ງ​ກໍ​ແມ່ນ​ເປັນ​ຍ້ອນ​ສະ​ພາບ​ອາ​ກາດທີ່​ຮ້ອນ​ເອົ້າ​ຂຶ້ນ​ຂອງ​ໂລກ.

ລາຍ​ງານ​ເວົ້າ​ວ່າ ໄພ​ພິ​ບັດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ທີ່​ວ່ານີ້ ແມ່ນ​ຈະ​ເຫັນ​ກັນ​ຫຼາຍຂຶ້ນ​ຢູ່​ໃນ​ທົ່ວ​ປະ​ເທດ ແລະ​ກໍ​ໄດ້​ເຕືອນ​ວ່າ ຖ້າ​ຫາກ​ບໍ່​ມີ​ການ​ເອົາ​ມາດ​ຕະ​ການ​ ທີ່ເດັດ​ຂາດ​ແລ້ວ ໄພ​ພິ​ບັດ​ເຫຼົ່າ​ນີ້​ອາດ​ຈະ​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ.

ໃນ​ຂະ​ນະ​ທີ່​ລາຍ​ງານ​ດັ່ງ​ກ່າວບໍ່​ໄດ້​ໃຫ້​ຄຳ​ແນະ​ນຳ​ໃນ​ດ້ານ​ນະ​ໂຍ​ບາຍ ແຕ່​ກໍ​ກ່າວວ່າ ມະ​ນຸດ​ເຮົາ​ຕ້ອງ​ໄດ້​ເອົາ​ມາດ​ຕະ​ການ ເພື່ອ​ຍຸ​ຕິ​ບໍ່​ໃຫ້​ເກີດ​ໄພ​ພິ​ບັດ​ກ່ຽວ​ກັບ​ດິນຟ້າ​ອາ​ກາດ​ໃນ​ອະ​ນາ​ຄົດ “ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງຕໍ່​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ສິ່ງ​ແວດ​ລ້ອມ ຕະ​ຫຼອດ​ທັງ​ສຸ​ຂະ​ພາບ ແລະ​ຄວາມຢູ່​ດີ​ກິນ​ດີ​ຂອງມວນ​ມະ​ນຸດໃນ ​ທົດ​ສະ​ວັດ​ຕໍ່​ໜ້າ.”

ລາຍ​ງານ​ກ່າວ​ວ່າ “ຄວາມ​ສ່ຽງ​ທີ່​ມາ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ອະ​ນາ​ຄົດ ຕົ້ນ​ຕໍ​ແລ້ວ​ແມ່ນ​ຂຶ້ນ​ກັບ​ການ​ຕັດ​ສິນ​ໃຈ ທີ່​ໄດ້​ເຮັດ​ລົງ​ໄປ​ໃນ​ທຸກມື້ນີ້.”

ລາຍ​ງານ​ທຳ​ນາຍ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຈະ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ເສດ​ຖະ​ກິດ​ສະ​ຫະ​ລັດ ຫຼາຍ​ຮ້ອຍ​ພັນ​ລ້ານ​ໂດ​ລາ ພາຍ​ໃນ​ທ້າຍ​ສັດຕະ​ວັດ​ນີ້ ຖ້າ​ຫາກ​ບໍ່​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມເພື່ອ​ຫຼຸດ​ຜ່ອນ​ຜົນ​ກະ​ທົບແລະ​ກ່າວ​ວ່າ ສະ​ພາບ​ໂລກ​ຮ້ອນ​ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງຮ້າຍ​ແຮງ​ທີ່​ສຸດ​ຕໍ່ພວກ​ຄົນ​ທຸກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG