ບັນດາອົງການຕ່າງໆຂອງລັດຖະບານ ສະຫະລັດ ທີ່ໄດ້ປິດໃນລະຫວ່າງ ການປິດລັດ
ຖະບານບາງສ່ວນ 35 ມື້ນັ້ນ ໄດ້ເລີ້ມເປີດຄືນແລ້ວໃນວັນເສົາວານນີ້ ສອງວັນກ່ອນ
ຫ້ອງການເກັບພາສີອາກອນຈະເລີ້ມດຳເນີນການເກັບຄາພາສີປີ 2018.
ການປິດລັດຖະບານໄດ້ສິ້ນສຸດລົງໃນຕອນຄ່ຳວັນສຸກທີ່ຜ່ານມາ ຫຼັງຈາກປະທານາ
ທິບໍດີ ທຣຳ ໄດ້ເຊັນຮ່າງກົດໝາຍງົບປະມານເປັນເວລາສາມອາທິດ ທີ່ຖືກຮັບຮອງ
ໂດຍລັດຖະສະພາ ເພື່ອສິ້ນສຸດການປິດລັດຖະບານທີ່ຍາວນານທີ່ສຸດໃນປະຫວັດ
ສາດ ສະຫະລັດ.
ຫ້ອງການບໍລິຫານ ແລະ ງົບປະມານ ສະຫະລັດ ໄດ້ສົ່ງເອກກະສານຄວາມເຂົ້າໃຈ
ໄປຫາບັນດາກະຊວງ ແລະອົງການລັດຖະບານທີ່ປິດລົງນັ້ນ ໃນຕອນແລງວັນສຸກທີ່
ຜ່ານມາ ແຈ້ງໃຫ້ເຂົາເຈົ້າຊາບວ່າ ບັດນີ້ຫ້ອງການເຂົາເຈົ້າໄດ້ເປີດຄືນແລ້ວ ແລະ
ບັນດາພະນັກງານເຂົາເຈົ້າສາມາດກັບຄືນມາເຮັດວຽກໄດ້. ເອກກະສານຄວາມເຂົ້າ
ໃຈຍັງໄດ້ຮຽກຮ້ອງໃຫ້ບັນດາອົງການຕ່າງໆ “ເປີດຫ້ອງການຄືນໃໝ່ຕາມເວລາ ແລະ
ເປັນລະບຽບຮຽບຮ້ອຍ.”
ຈົດໝາຍສະບັບນຶ່ງທີ່ສົ່ງຫາ “ພະນັກງານເກັບພາສີ” ຢູ່ໜ້າເວັບໄຊທ໌ ກ່າວວ່າ ບັນດາ
ພະນັກງານຄາດວ່າຈະລາຍງານຕົວເຮັດວຽກ “ບໍ່ກາຍສີ່ຊົ່ວໂມງຫຼັງຈາກຄຳປະກາດ
ນີ້ໄດ້ເປີດເຜີຍໃນວັນສຸກທີ່ຜ່ານມາ, ວັນທີ 25 ມັງກອນ 2019 ເວລາ 9 ໂມງ 30 ຕອນ
ແລງ ຂອງເວລາພາກຕາເວັນອອກ.” ນອກຈາກນັ້ນ ຄຳປະກາດຍັງໄດ້ແນະນຳພວກ
ພະນັກງານວ່າ “ໃຫ້ລາຍງານຄົວເຮັດວຽກ ໃນຕອນເລີ້ມຕົ້ນຂອງຕາຕະລາງມື້ເຮັດ
ວຽກຕໍ່ໄປຂອງເຂົາເຈົ້າ.”
ບາງເວັບໄຊທ໌ຂອງກະຊວງອື່ນໆ ທີ່ໄດ້ຮັບຜົນກະທົບຈາກການປິດລັດຖະບານນັ້ນຄື
ລັດ, ກະຊວງຂົນສົ່ງ, ກະຊວງກະສິກຳ, ກະຊວງຍຸຕິທຳ ແລະ ກະຊວງສັບພະຍາ
ກອນທໍາມະຊາດ ໄດ້ຮັບຊາບວ່າ ບັນດາກະຊວງເຫລົ່ານີ້ຈະກັບຄືນມາເຮັດວຽກ ແລະ
ດຳເນີນການໄວເທົ່າທີ່ເປັນໄປໄດ້. ກະຊວງຊັບພະຍາກອນທໍາມະຊາດ ເຖິງຢ່າງໃດກໍ
ດີ ຍັງມີວີດີໂອ ທີ່ມີຫົວເລື້ອງວ່າ “ຄຳອວຍພອນປະຈຳລະດູການຈາກ ກະຊວງສັບພະ
ຍາກອນທໍາມະຊາດ.”