ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະເປີດຕ້ອນຮັບນັກທ່ອງທ່ຽວ ຖ້າຫາກວ່າປະຊາກອນພາຍໃນປະເທດ ໄດ້ຮັບການສັກຢາວັກຊີນ ຄົບຖ້ວນເຖິງ 70 ເປີເຊັນ


ປະຊາຊົນທ່ານນຶ່ງ ຖືປ້າຍໂຄສະນາການສັກຢາວັກຊີນ ປ້ອງກັນພະຍາດໂຄວິດ-19.
ປະຊາຊົນທ່ານນຶ່ງ ຖືປ້າຍໂຄສະນາການສັກຢາວັກຊີນ ປ້ອງກັນພະຍາດໂຄວິດ-19.

ລັດຖະບານລາວຈະເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວຊາວຕ່າງຊາດຢ່າງກ້ວາງຂວາງ ຖ້າຫາກການສັກຢາວັກຊີນກັນໂຄວິດ-19 ປະຕິບັດໄດ້ແລ້ວ 70 ເປີເຊັນ ຂອງປະຊາກອນລາວທັງໝົດ ພາຍໃນທ້າຍປີ 2021 ນີ້. ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫລງວ່າ ລັດຖະບານລາວຈະພິຈາລະນາກ່ຽວກັບການເປີດປະເທດ ເພື່ອໃຫ້ການຕ້ອນຮັບນັກທ່ອງທ່ຽວຊາວຕ່າງຊາດຢ່າງກ້ວາງຂວາງໄດ້ນັ້ນຈະຕ້ອງປະກອບມີເງື່ອນໄຂ ສໍາຄັນໃນສາມດ້ານດ້ວຍກັນ ຄືການສັກຢາວັກຊີນກັນໂຄວິດ-19 ໄດ້ແລ້ວ 70 ເປີເຊັນຂອງຈໍານວນປະຊາກອນລາວທັງໝົດ ສ່ວນສະຖານທີ່ທີ່ໃຫ້ບໍລິການຕ່າງໆ ກໍຈະຕ້ອງມີມາດຕະການປ້ອງກັນການລະບາດໂຄວິດ-19 ຢ່າງຄົບຖ້ວນ ແລະພົນລະເມືອງລາວທີ່ມີການເດີນທາງໄປມາຕາມສະຖານທີ່ຕ່າງໆນັ້ນ ຈະຕ້ອງມີການຕິດຕັ້ງ Application ລາວສູ້ໆ ເພື່ອຈະເຮັດໃຫ້ສາມາດຕິດຕາມໂຕໄດ້ໃນກໍລະນີທີ່ໄດ້ພາໂຕເອງເຂົ້າໄປຢູ່ໃນສະຖານທີ່ ທີ່ມີຄວາມສ່ຽງນັ້ນ, ດັ່ງທີ່ ທ່ານລັດຕະນະໄຊ ໃຫ້ການຢືນຢັນວ່າ:

“ຖ້າພວກເຮົາຫາກຢາກເປີດປະເທດ ມັນມີຄວາມຈໍາເປັນ ທີ່ພວກເຮົາຈະຕ້ອງເລັ່ງລັດການສັກຢາວັກຊີນ ໃຫ້ບັນລຸເປົ້າໝາຍສໍາລັບປີນີ້ 70 ເປີເຊັນ ແມ່ນຕ້ອງເລັ່ງທີ່ຍັງເຫລືອເວລາເດືອນປາຍ ຕ້ອງໄດ້ໃຊ້ທຸກກໍາລັງແຮງທີ່ມີຢູ່ ຕ້ອງເລັ່ງໃນການສັກ ເພາະວ່າເປັນວິທີດຽວທີ່ພວກເຮົາຈະປ້ອງກັນປະຊາຊົນ ແລະຄົນຕ່າງປະເທດ, ແລະນອກຈາກນັ້ນ ສະຖານທີ່ບໍລິການສາທາລະນະຈະຕ້ອງມີມາດຕະການປ້ອງກັນທີ່ຮັດກຸມເຊັ່ນ: ຕ້ອງມີການກັ່ນຕອງອຸນນະພູມ, ມີເຈລລ້າງມືເປັນຈຸດ-ເປັນຈຸດ, ທຸກຄົນຕິດຕັ້ງ Application ລາວສູ້ໆ.”

ສ່ວນທ່ານນາງບົວຜັນ ຄໍາພັນພົງຜ່ານ, ຮອງຫົວໜ້າສູນວິເຄາະ ແລະລະບາດວິທະຍາຖະແຫລງຢືນຢັນວ່າ: ສາຍເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວຕິດເຊື້ອໄວຣັສໂຄວິດ-19 ແລະເສຍຊີວິດຫລາຍຂຶ້ນນັບມື້ ເພາະວ່າການສັກຢາວັກຊີນກັນໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍ ທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບດ່ວນ ກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ, ຜູ້ທີ່ມີໂຣກປະຈໍາໂຕ, ແມ່ຍິງທີ່ຖືພາເກີນ 12 ອາທິດ, ແລະເຍົາວະຊົນທີ່ມີອາຍຸແຕ່ 18 ປີລົງມາ. ເຊິ່ງຈາກການສຶກສາວິໄຈໃນລາວພົບວ່າ 85 ເປີເຊັນຂອງຈໍານວນຜູ້ຕິດໂຄວິດ-19 ແລະ 84.6 ເປີເຊັນ ຂອງຈໍານວນຜູ້ເສຍຊີວິດທັງໝົດນັ້ນ ກໍຄືກຸ່ມປະຊາກອນລາວທີ່ຍັງບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເມື່ອປະກອບກັບໂຄວິດ-19 ທີ່ລະບາດຢູ່ລາວໃນເວລານີ້ ຄືໄວຣັສສາຍພັນເດລຕ້າ (Delta) ທີ່ສາມາດຕິດຕໍ່ກັນໄດ້ງ່າຍ ແລະກ້ວາງຂວາງ ທັງຍັງສາມາດລອຍໄປ ໃນອາ ກາດໄດ້ໄກດ້ວຍ ຈຶ່ງເຮັດໃຫ້ສະຖານທີ່ທີ່ມີຄົນຢູ່ລວມກັນຈໍານວນຫລາຍ ມີຄວາມສ່ຽງສູງ.

ໂດຍສະເພາະແມ່ນນະຄອນຫລວງວຽງຈັນ ທີ່ເປັນເຂດທີ່ມີປະຊາຊົນລາວຕິດໂຄວິດຫລາຍທີ່ສຸດໃນລາວ ປະກອບກັບໄວຣັສໄດ້ລະບາດເຂົ້າໄປໃນລະດັບຊຸມຊົນຢ່າງກ້ວາງຂວາງດ້ວຍແລ້ວ ກໍຍິ່ງເຮັດໃຫ້ຈະຕ້ອງເລັ່ງການສັກຢາວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 80 ເປີເຊັນຂອງປະຊາກອນທັງໝົດໃນນະຄອນຫລວງວຽງຈັນ ພາຍໃນທ້າຍປີ 2021. ສ່ວນໃນເຂດແຂວງອື່ນໆກໍຈະຕ້ອງສັກຢາວັກຊີນໃຫ້ໄດ້ເຖິງ 70 ເປີເຊັນຂອງປະຊາກອນທັງໝົດພາຍໃນປີນີ້ເຊັ່ນກັນ ເຊິ່ງລັດ ຖະບານລາວໝັ້ນໃຈວ່າຈະສາມາດຈັດຕັ້ງປະຕິບັດໄດ້ຈິງ, ດັ່ງທີ່ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີຢືນຢັນວ່າ:

“ມາຮອດຈຸດນີ້ຖືວ່າ 50 ເປີເຊັນຂອງພົນລະເມືອງຖືວ່າໄດ້ແລ້ວ ແຕ່ວ່າພວກເຮົາຊິບືນໂຕຂຶ້ນຮອດທ້າຍປີນີ້ ບໍ່ໃຫ້ຫລຸດ 70 ເປີເຊັນ, ຖ້າເວົ້າຮອດປີ 2022 ລະແມ່ນ 80-90 ເປີເຊັນແຮງດີ ເພາະວ່າຢາວັກຊີນນີ້ ຈະເປັນການປ້ອງກັນໃຫ້ການຕິດເຊື້ອໜ້ອຍລົງ ເຖິງວ່າຕິດບໍ່ຮຸນແຮງ ແລ້ວກໍຈະປ້ອງກັນໄດ້ການເສຍຊີວິດຢູ່ໃນຂອບເຂດຈໍາກັດ, ພວກເຮົາມາເບິ່ງສະຖິຕິການເສຍຊີວິດຂອງພົນລະເມືອງລາວນີ້ ສ່ວນຫລາຍກໍແມ່ນຜູ້ອາຍຸສູງ, ມີພະຍາດປະຈໍາໂຕ, ແລ້ວກໍຜູ້ທີ່ບໍ່ໄດ້ສັກຢາ.”

ໂດຍການບັນລຸເປົ້າໝາຍການສັກວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 70 ເປີເຊັນຂອງຈໍານວນປະຊາກອນລາວທັງໝົດໃນທ້າຍປີ 2021 ໝາຍຄວາມວ່າ ປະຊາ ຊົນລາວເກືອຍ 5.2 ລ້ານຄົນນັ້ນ ຈະຕ້ອງໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົນລະ 2 ໂດສຢ່າງຄົບຖ້ວນ ຫລືຄິດເປັນຈໍານວນວັກຊີນລວມ ເກືອບ 10.4 ລ້ານໂດສ, ເຊິ່ງທີ່ຜ່ານມາ ອົງການອະນາໄມໂລກ ແລະນານາຊາດໄດ້ຕົກລົງໃຫ້ການຊ່ວຍເຫລືອລັດຖະບານລາວແລ້ວ 7.5 ລ້ານໂດສ ຈຶ່ງພຽງພໍສໍາລັບ 50 ເປີເຊັນຂອງປະຊາກອນລາວ.

ແຕ່ຢ່າງໃດກໍຕາມ, ມາຮອດທ້າຍອາທິດທີສາມຂອງເດືອນພະຈິກ 2021 ປາ ກົດວ່າປະຊາຊົນລາວໄດ້ຮັບການສັກວັກຊີນເຂັມທີ 1 ແລະເຂັມທີ 2 ຈໍານວນ 3.6 ລ້ານກວ່າ ແລະ 3 ລ້ານກວ່າຄົນ, ຄິດເປັນ 49 ເປີເຊັນ ແລະ 41 ເປີ ເຊັນຂອງປະຊາກອນລາວຕາມລໍາດັບ ແຕ່ກໍຍັງເຫລືອເວລາພຽງເດືອນປາຍ ທີ່ລັດຖະບານລາວຈະຕ້ອງເລັ່ງການສັກວັກຊີນໃຫ້ປະຊາຊົນກວ່າ 2 ລ້ານຄົນຈຶ່ງ ບໍ່ແມ່ນເລື້ອງງ່າຍທີ່ຈະບັນລຸເປົ້າໝາຍ 70 ເປີເຊັນພາຍໃນທ້າຍປີນີ.

XS
SM
MD
LG