ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມເຕະບານໜຸ່ມ​ນ້ອຍລາວ ໄດ້ຮັບລາງວັນໃນ GOTHIA CUP


ທີມເຍົາວະຊົນລາວຈູບຖ້ວຍລາງວັນ
ທີມເຍົາວະຊົນລາວຈູບຖ້ວຍລາງວັນ

ທີມເຕະບານໜຸ່ມ​ນ້ອຍລຸ້ນຕໍ່າກວ່າ 18 ປີຂອງລາວ
ໄດ້ຮັບລາງວັນຫຼິ້ນງາມ ໃນການແຂ່ງຂັນຊິງຂັນ
GOTHIACUP ທີ່ເມືອງ GOTHENBERG ປະເທດ
ສະວີເດັນ.

ທີມລາວໄດ້ຮັບລາງວັນດັ່ງກ່າວໃນລະຫວ່າງພິທີປິດ
ການແຂ່ງຂັນເຕະບານໂລກ ສຳລັບພວກໜຸ່ມນ້ອຍໃນມື້
ວັນອາທິດຜ່ານມາ ເພື່ອເປັນການຮັບຮູ້ເຖິງປະວັດອັນດີເດັ່ນ
ໃນຄວາມເປັນນັກກິລາຂອງ​ທີ​ມລາວໃນລະຫວ່າງ
ການແຂ່ງຂັນ.

ທີມລາວ ຊຶ່ງມີ​ຊື່ວ່າ ທີມສະໂມສອນໂຮງຮຽນພັດທະນາພາສາອັງກິດໄດ້ປະສົບຄວາມ
ສຳເລັດໃນການແຂ່ງຂັນເທື່ອນີ້ ໂດຍສາມາດເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ
ຂອງກຸ່ມ​ໄດ້ ຫຼັງຈາກໄດ້ເອົາຊະນະສະຫະລັດ 2 ປະຕູຕໍ່ 1, ຊະນະບລາຊິລ 5 ປະຕູ
ຕໍ່ 0, ຊະນະສະວີເດັນ 3 ປະຕູຕໍ່ 0, ຊະນະຮັງກາຣີ 2 ປະຕູຕໍ່ 0 ແລະຊະນະ
ສະກອັດແລນ 3 ປະຕູຕໍ່ 2.

ການເຕະບານຊິງຂັນ GOTHIA CUP ມີທີມກິລາຫຼາຍກວ່າ 1,500 ທີມຈາກ 71
ປະເທດເຂົ້າຮ່ວມການແຂ່ງຂັນ ທີ່ມີທັງໝົດ 4,500 ກວ່າຄັ້ງ. ທີມລາວໄດ້ ໄປປາກົດ
ໂຕເປັນເທື່ອທຳອິດ ໃນການແຂ່ງຂັນເຕະບານຢູໂຣບ.

XS
SM
MD
LG