ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທີມເຕະບານເຍົາວະຊົນລາວ ເດີນຕາມຮອຍຂອງ ທ່ານມະ​ໂນ​ເພັດ ຜູ້ສ້າງຕັ້ງໂຮງຮຽນ EDS.


ທີມເຕະບານເຍົາວະຊົນລາວ ເດີນຕາມຮອຍຂອງ ທ່ານມະ​ໂນ​ເພັດ ຜູ້ສ້າງຕັ້ງໂຮງຮຽນ EDS.
ທີມເຕະບານເຍົາວະຊົນລາວ ເດີນຕາມຮອຍຂອງ ທ່ານມະ​ໂນ​ເພັດ ຜູ້ສ້າງຕັ້ງໂຮງຮຽນ EDS.

ລາຍການຊີວິດ​ຊາວ​ລາວ​ໃນ​ຕ່າງແດນຂອງ VOA ​ມື້​ນີ້​ເຮົາໄດ້​ນຳ​ສະ​ເນີ​ພາກ​ທີ່ 2 ຂອງ​ການ​ສຳພາດກັບ​ຫົວໜ້າ​ທີ​ມໄຊ ສະຫວາດ ຜັນ​ທະ​ວົງໄຊ ​ແລະ ລອງ ​ວາງ ຄູ​ຝຶກຂອງ​ກຸ່ມ​ນັກ​ກິລາ​ເຕະບານ​ເຍົາວະ​ຊົນ ຂອງ​ໂຮງຮຽນ EDS (English Development School) ຊຶ່ງ​ທັງ​ສອງ​ໝຸ່ມ ຈະ​ມາ​ເວົ້າ​ສູ່​ເຮົາ​ຟັງ​ເຖິງ​ການວາງ​ແຜນ​ແລະ​ໂຄງການ​ໃນ​ອານາ​ຄົດ ພ້ອມ​ທັງ​ສະ​ແດງ​ຄວາມ​ຮູ້ສຶກ​ອັນ​ດີງາມ​ຕໍ່​ຄຸນງາມ ຄວາມດີ​ຂອງ​ມື້​ລາງ​ທ່ານມະ​ໂນ​ເພັດ ຜູ້ລິ​ເລີ່​ມ​ໂຮງຮຽນ​ ແລະ​ທ່ານ Gareth Carter ຜູ້ອຸບປະຖຳລາຍ​ໃຫຽທີ່​ເຮັດ​ໃຫ້​ກຸ່ມ​ນັກ​ກິລາ​ເຕະບານ​ເຍົາວະ​ຊົນຂອງ​ໂຮງຮຽນ EDS ​ໄດ້ມີໂອກາດ​ເຂົ້າຮ່ວມ​ໃນການ​ແຂ່ງຂັນ​ກິລາ Gothia Cup ທີ່​ປະ​ເທດສວີເດັນ ຊຶ່ງ​ລອງ ​ວາງ ຜູ້ທີ່​ເປັນຄູ​ຝຶກ​ແລະ​ລູກ​ບຸນ​ທຳຂອງ​ທ່ານ​ມະ​ໂນ​ເພັດ ເລົ່າ​ເຖິງ​ຄວາມ​ຮູ້ສຶກ​ກ່ຽວກັບ ພາລະກິດ ທີ່ກຳລັງກະທຳຢູ່ດຽວນີ້ ວ່າ:

ທີມເຕະບານເຍົາວະຊົນລາວ ເດີນຕາມຮອຍຂອງ ທ່ານມະ​ໂນ​ເພັດ ຜູ້ສ້າງຕັ້ງໂຮງຮຽນ EDS.
ທີມເຕະບານເຍົາວະຊົນລາວ ເດີນຕາມຮອຍຂອງ ທ່ານມະ​ໂນ​ເພັດ ຜູ້ສ້າງຕັ້ງໂຮງຮຽນ EDS.

ມັນເປັນ​ວຽກ​ທີ່​ເຮົາ​ມັກ, ​ເຮົາຮັກ​ແລະ​ກໍ​ຈະ​ດຳ​ເນີນ ວຽກ​ຕໍ່​ໄປ​ໄດ້​ຫັ້ນ​ນາ ຄື​ເຮັດ​ວຽກ​ໝົດ​ມື້ ເມື່ອຍ​ປານ​ໃດ​ກໍ​ຕາມ ພໍ​ເຮົາ​ມາ​ຮອດ​ເຮືອນ​ແລ້ວນັກຮຽນ​ມາ​ເຕັມ​ເຮືອນ ​ເຮົາ​ກໍພູມ​ໃຈ ຄວາມ​ອິດ​ເມື່ອຍກໍເລີຍ​ຫາຍ​ໄປ. ພວກ​ນັກ​ກິລາກໍມາ​ຊ້ອມ​ບານ ຜູ້​ເລີ​ກໍ​ຍີ້ມ​ແຍ້ມ​ແຈ່ມ​ໃສ​ວ່າ​ຢາກ​ມີອາຊີ​ບທີ່​ດີ​ ຢາກເປັນ​ນັກ​ກິ​ລາທີ່​ດີ​ເດ່​ນ ຜູ້​ເປັນ​ອາຈານ​ສອນ​ກໍ​ດີ​ໃຈ ທີ່​ຈະ​ສອນ​ຕໍ່​ໄປ.

ລອງ ວາງ ຍັງເລົ່າເຖິງຈຸດປະສົງ ທີ່ຢາກຈະສືບຕໍ່ດຳເນີນວຽກງານຂອງພໍ່ວ່າ …

ໂຕ​ນີ້​ຈະ​ເປັນ​ການ​ຍາກໜ້ອຍ​ນຶ່ງ​ ​ແຕ່​ກໍ​ມີ​ສະ​ປອນເຊີ​ຫຼາຍໆ​ຄົນ ຂະ​ເຈົ້າ​ກໍ​ເວົ້າ​ຢາກ​ມາສໜັບສະ​ໜູນ​ ​ແລະ​ວ່າ ຜູ້​ດຽວ​ຈະ​ເຮັດບໍ່​ໄດ້​ທຸກ​ຢ່າງ ​ແລ້ວ​ເຂົາ​ຈະ​ມາ​ຊ່ອຍ​ສອນ​ບໍ່​ ຫຼື​ຫື້​ວ່າ​ມາ​ຕັ້ງ​ໂຮງຮຽນ​ຫຼັງ​ນຶ່ງອີກ​ຕ່າງຫາກ ເພື່ອ​ສອນ​ໃຫ້​ນັກຮຽນ ນັກ​ກິລາ​ທຸກ​ຄົນ​ທີ່​ມາ​ຮຽນ​ຢູ່​ນີ້​ ໃຫ້​ມີ​ໂອກາດ ມີ​ຫ້ອງ​ຮຽນ​ດີກ​ວາ​ນີ້ ດີກວ່າ​ເກົາ ນ້ອງ​ເອງ​ກໍ​ດີ​ໃຈ​ທີ່​ວ່າ ຢາກ​ດຳ​ເນີນ​ສືບ​ຕໍ່ໜ້າ​ທີ່ຂອງ​ພໍ່​ນີ້​ ໃຫ້​ດີ​ທີ່​ສຸດ.

ສ່ວນໄຊສະຫວາດກໍມີຄວາມຕັ້ງໃຈສູງ ທີ່ຈະສ້າງຝັນຂອງພໍ່ໃຫ້ເປັນຄວາມຈິງ ຊຶ່ງລາວ
ກ່າວວ່າ:

ຈຸດປະສົງ​ຂອງ​ພໍ່​ມະໂນ​ເພັດ​ແມ່ນ​ເພິ່ນ​ຢາກ​ສ້າງ​ໃຫ້​ນັກ​ກິລາ​ທີ່​ດີ​ຂອງ​ຊາດ ແລະ​ສຳລັບ​ຂ້ອງ​ເອງ​ກໍ​ຈສືບ​ຕໍ່​ຮັບ​ໜ້າ​ທີ່​ເປັນ​ຂັບ​ຕັນ​ທີ​ມ​ແລະ​ຈະ​ພາ ຍາ​ຍາມ​ຮັກສາ​ຄວາມ​ສາ​ມະ​ຄີພາຍ​ໃນ​ທີ​ມບໍ່ໃຫ້​ມີ​ຄວາມແຕກແຍກກັນ”

ສັບປະດາໜ້າ, ທາງເຮົາຈະນຳສະເໜີການສຳພາດຂອງຜູ້ອຸບປະຖຳລາຍໃຫ່ຽ ທ່ານ
Gareth Carter ທີ່ເຮັດໃຫ້ນັກກິລາເຍົາວະຊົນຂອງ ໂຮງຮຽນ EDS (English
Development School) ມີໂອກາດເຂົ້າຮ່ວມການແຂ່ງຂັນ Gothia Cup ທີ່​ປະ​ເທດ
ສວີເດັນ ທີ່ເປັນການແຂ່ງຂັນກິລາເຕະບານຂອງເຍົາວະຊົນ ທີ່ໃຫ່ຽທີ່ສຸດໃນໂລກ.

XS
SM
MD
LG