ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອສໍາພາດທີມເຍົາວະຊົນ ເຕະບານລາວ ທີ່ຄວ້າລາງວັນ ມາລະຍາດງາມໃນການແຂ່ງຂັນ Gothia Cup


ທີມເຕະບານເຍົາວະຊົນລາວດີອົກດີໃຈ ທີ່ໄດ້ຊະນະການແຂ່ງຂັນບັ້ນນຶ່ງ ທີ່ສະວີເດັນ, ເດືອນກໍລະກົດ ປີ 2010.
ທີມເຕະບານເຍົາວະຊົນລາວດີອົກດີໃຈ ທີ່ໄດ້ຊະນະການແຂ່ງຂັນບັ້ນນຶ່ງ ທີ່ສະວີເດັນ, ເດືອນກໍລະກົດ ປີ 2010.

ໃນ​ລາຍ​ການຊີວິດ​ຊາວ​ລາວ​ໃນຕ່າງ​ແດນທາງ VOA ມື້ນີ້
ທ່ານ​ຈະ​ໄດ້​ຮັບ​ຟັງການ​ສຳພາດ​ກັບສອງ​ໜຸ່ມຢ່າງ​ເປັນ​ກັນ
ເອງຜ່ານ​ທາງ​ໂທລະ​ສັບ​ຈາກນະຄອນຫຼວງ Washing-
ton ເຖິງນະຄອນຫຼວງວຽງ​ຈັນ​ແລະ​ຊຽງ​ຂວາງປະ​ເທດ​
ລາວ.ສອງ​ໜຸ່ມ​ທີ່​ວ່າ​ນີ້​ກໍ​ຄື ໄຊຊະ​ຫວາດແລະ Long
Vang ທີ່ຫາ​ກໍ່​ເດີນທາງ​ກັບຈາກການແຂ່ງຂັນ Gothia
Cup ​ເຕະບານ​ເຍົາ​ວະ​ຊົນທີ່​ປະ​ເທດ Sweden ແລະ​ວ່າ
ພວກ​ເຂົາ​ຈະໄດ້ບົດ​ຮຽນ​ແລະໃຫ້ຂໍ້​ຄິດ​ຢ່າງໃດ​ແດ່ນັ້ນ
ໃນບົດສຳພາດ​ຄັ້ງທີ່​ນຶ່ງນີ້

ສະຫນາມກິລາເຕະບານພົງສະຫວັນ ຊຽງຂວາງ
ສະຫນາມກິລາເຕະບານພົງສະຫວັນ ຊຽງຂວາງ
ຊຶ່ງ​ໄຊຊະ​ຫວາດ​ຫົວໜ້າທີມ
ໄດ້​ສະ​ແດງ​ຄວາມຣູ້ສຶກອອກ​ມາ
ດັ່ງ​ນີ້ “ມີ​ຄວາມ​ດີ​ໃຈ​ຫຼາຍທີ່​
ໄດ້​ຮັບໂອ​ກາດ​ນີ້
ໃນ​ຊີວິດ​
ຂອງ​ນ້ອງບໍ່​ຄິດ​ບໍ່​ຝັນ​ວ່າ​ຈະ​
ໄດ້​ພົບກັບ​ອາຈານ​ຜູ້​ທີ່​ມີ​
ຄວາມ​ຮູ້
ຜູ້ທີ່ໃຫ້​ໂອກາດ
ນ້ອງ​ໄດ້​ເຖິງຂະ​ນາດ​ນີ້

ແລ​ະໃນ​ການ​ທີ່​ໄດ້​ຮັບ
ໂອກາດໄປ​ສະ​ວີ​ເດັນ​
ຄັ້ງ​ນີ້​ກໍປຽບ​ເໝືອນ​ວ່າ​ໄດ້
ຕາງໜ້າ​ໃຫ້​ປະຊາຊົນ​ລາວ​ໄປ​ເຫັນ​ໂລກ​ກວ້າງ​ໄກ​ຕາ
ໄປເຫັນ​ຄວາມ​ຈະ​ເຣີນ
ຮຸ່ງ​ເຮືອງ
ຄວາມ​ສີວິ​ໄລ​ຂອງ​ປະ​ເທດ​ທີ່​ພັດທະນ​າແລ້ວ


ແລະ Long Vang ຊຶ່ງເປັນລູກຊາຍບຸນທຳຂອງພໍ່ມະໂນເພັດ ຜູ້ລິເລີ່ມໂຄງການ
ໂຮງຮຽນພັດທະນາພາສາອັງກິດ ຈົນໄດ້ກາຍມາເປັນທີມນັກກິລາເຕະບານນີ້ ຊຶ່ງ Long
Vang ກໍ​ໄດ້ເວົ້າ​ເຖິງ​ຈຸດປະສົງ​ຂອງ​ໂຄງການ​ດັ່ງກ່າວວ່າ

ວີໂອເອສໍາພາດທີມເຍົາວະຊົນ ເຕະບານລາວ ທີ່ຄວ້າລາງວັນ ມາລະຍາດງາມໃນການແຂ່ງຂັນ Gothia Cup
ວີໂອເອສໍາພາດທີມເຍົາວະຊົນ ເຕະບານລາວ ທີ່ຄວ້າລາງວັນ ມາລະຍາດງາມໃນການແຂ່ງຂັນ Gothia Cup
ພໍ່​ມະ​ໂນ​ເພັດ​ເພິ່ນຕັ້ງເປັນ
ໂຮງຮຽນສອນ​ພາສາ​ອັງກິດ​
ພິ​ເສດ​ຢູ່​ເຮືອນ
ມັນ​ຈະ​ເປັນ​
ເຮືອນ​ນ້ອຍໆ​ແຕ່​ວ່າມີນັກຮຽນ
ທີ່​ສົນ​ໃຈ
ມາ​ຮຽນ​ຢູ່​ໂຮງຮຽນ​
ນີ້ຫຼາຍ
ພໍ່​ຢາກ​ສ້າງ​ໃຫ້​ນັກ
ຮຽນມີກິດຈະກຳ​ໃຫ້ສົນທະ​
ນາ​ກັນ​ເປັນ​ພາສາ​ອັງກິດ

ແລະ​ເພິ່ນ​ອອກ​ແນວ​ຄິດ​ວ່າ
ຈະ​ເຮັດ​ເປັນ​ທີ​ມ​ເຕະ​ບານ​
ທີ​ມນຶ່ງ​ເພື່ອ​ໃຫ້​ນັກກິລາ

ນັກຮຽນມີ​ການສົນທະນາ​ກັນເປັນ​ພາສາ​ອັງກິດ​ເວລາ​ພວກ​ເຂົາ​ເຈົ້າ​ມີ​ເວລາ​
ວ່າງມາ​ເຕະບານຫຼິ້ນແລະ​ພວກ​ເຂົາ​ເຈົ້າ​ຈະ​ເວົ້າ​ເປັນ​ພາສາ​ອັງກິດ
ພໍ່​ມະ​ໂນ​
ເພັດຈະ​ເປັນ​ຜູ້​ນຳ
ເປັນຜູ້ເບິ່ງ​ວ່າບໍ່​ໃຫ້​ເວົ້າ​ພາສາລາວ​ຫຼື​ພາສາ​ຊົນ​ເຜົ່າອື່ນໆ

ແລະ​ນັ້ນ​ກໍ​ເປັນ​ພຽງ​ສ່ວນ​ນຶ່ງ​ຂອງ​ການ​ສຳພາດຂອງພາກ​ທີ່​ນຶ່ງ​ ແລະທ່ານສາມາດ​ເປີດ​ສຽງ​
ຮັບ​ຟັງ​ການ​ສຳພາດ​ທັງ​ໝົດ​ໄດ້​ດ້ວຍການກົດປຸ່ມສຽງ ແລະ​ພວກ​ເຮົາ​ຈະ​ນຳພາ​ກທີ່​ສອງ
ຂອງການສຳພາດມາສະ​ເໜີ​ທ່ານ​ຜູ້​ຟັງອີກ​ໃນ​ໂອ​ກາດ​ໜ້າ ກະລຸນາຄອຍ​ຕິດຕາມ.

XS
SM
MD
LG