ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ຮັບຟັງ ຄຳໃຫ້ການ ໃນການສະເໜີ ໃຫ້ທ່ານ Gorsuch ​ເປັນ​ຜູ້​ພິພາກສາ​ ສານ​ສູງ​ສຸດ

US Senate SCOTUS
please wait
Embed

No media source currently available

0:00 0:02:37 0:00

ທ່ານ Neil Gorsuch ຜູ້ພິພາກສາ​ສານ​ອຸທອນ​ຂອງ​ລັດຖະບານ​ກາງ ທີ່ປະທາ ນາທິບໍດີ​ Donald Trump ສະ​ເໜີ​ຊື່​ແຕ່ງຕັ້ງໃຫ້​ເປັນ​ຜູ້​ພິພາກສາ​ສານ​ສູງ​ສຸດສະຫະລັດ ຈະ​ປະ​ເຊີນ​ກັບ​ການ​ສອບ​ຖາມ​ໃນ​ວັນ​ອັງຄານ​ມື້​ນີ້ ຈາກ​ສະພາສູງ​ທີ່​ມີການ​ແບ່ງ​ແຍກ ​ໃນ​ມື້​ທີ​ສອງ ​ຂອງ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ ​ເພື່ອຮັບ​ຮອງ​ເອົາ​ການແຕ່ງ ຕັ້ງທ່ານ​ນັ້ນ.

ການ​ຮັບ​ຟັງ​ຄຳ​ໃຫ້ການ​ແມ່ນໄດ້​ເລີ່​ມຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ດ້ວຍ​ຄຳ​ຖ​ະ​ແຫຼງຕ່າງໆ ຊຶ່ງ​ຮວມທັງ ຂອງ​ທ່ານ Gorsuch ຜູ້​ຊຶ່ງ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ຄວາມ​ຄິດ​ອ່ານຂອງ​ທ່ານ ​ທີ່​ເອນ​ອຽງ​ໄປໃນ​ທາງ​ນິຍົມ​ແນວທາງເດີມ​ໂດຍໄດ້​ກ່າວ​ຕໍ່ຕ້ານ​ ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ຕຸ​ລາ​ການ.

ຜູ້ທີ່ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ທ່ານ Neil Gorsuch ເຂົ້າຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານ, 20 ມີນາ, 2017.
ຜູ້ທີ່ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ທ່ານ Neil Gorsuch ເຂົ້າຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານ, 20 ມີນາ, 2017.

“​ມັນ​ແມ່ນ​ສຳລັບ​ຄະນະ​ດັ່ງກ່າວ​ນີ້ ທີ່​ເປັນ​ຕົວ​ແທນ​ຂອງປະ​ຊາ​ຊົນຢູ່​ໃນ​ລັດຖະສະ ພາ ​ຈະເປັນ​ຜູ້​ເຮັດກົດໝາຍ​ໃໝ່ຂຶ້ນມາ,” ນັ້ນຄື​ຄຳ​ເວົ້າ ຂອງ​ທ່ານ Gorsuch ​ ​ແລະ​ທ່ານ​ຍັງໄດ້ກ່າວ​ເພີ່ມ​ຕື່ມ​ວ່າ “ຖ້າ​ຫາກ​ວ່າ ພວກ​ຜູ້​ພິພາກສາ ​ແມ່ນ​ເປັນ​ພຽງ​ ​ພວກ​ທີ່​ຮ່າງ​ກົດໝາຍລັບ ​ໂດຍ​ປະກາດ​ໄປ ບໍ່​ພຽງ​ແຕ່​ວ່າກົດໝາຍນັ້ນ​ແມ່ນ​ຫຍັງ​ ແຕ່ກັບແມ່ນໃນສິ່ງ​ທີ່​ພວກເຂົາ​ເຈົ້າຢາກ​ໃຫ້​ມັນ​ເປັນ​ໄປ​ນັ້ນ ​ອັນ​ເປັນແນວ​ຄິດ​ຂອງ​ລັດຖະບານ​ທີ່​ປົກຄອງ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນນັ້ນ​ ແມ່ນ​ຈະ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ສະມາຊິກພັກ Republican ​ໃນ​ຄະນະ​ກຳມະການຕຸລາການຂອງ​ສະພາ​ສູງ ໄດ້ຍົກຍ້ອງ​ສັນລະ​ເສີນ ຕໍ່ອຸດົມ​ການ​ດ້ານ​ຕຸລາການ ທີ່​ນິຍົມແນວທາງ​ເດີມຂອງ ທ່ານ Gorsuch ​ໃນ​ຂະນະ​ທີ່​ ສະມາຊິກພັກ Democrats ​ສະ​ແດງ​ຄວາມເປັນ​ຫ່ວງທີ່​ວ່າ ທ່ານ​ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອັນ​ທີ່​ພວກ​ທ່ານ​ມອງ​ເຫັນ​ວ່າ​ເປັນ ທ່າ​ທີທີ່​ເອນ​ອຽງ​ໄປທາງນິຍົມບໍລິສັດ​ຕ່າງໆຂອງ​ສານ​ສູງ​ສຸດ.

ປະທານຄະນະກຳມະການ Charles Grassley, ສະມາຊິກພັກ Republican ຈາກລັດ Iowa, ປຶກສາກັບທ່ານນາງ Dianne Feinstein ສະມາຊິກສະພາສູງທີ່ສຳຄັນສຸດຄົນນຶ່ງຂອງພັກ Democrats ຈາກລັດ California, ໃນລັດຖະສະພາ, ວໍຊີງຕັນ, ມີນາ 20, 2017 ໃນຂະນະທີ່ຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງຜູ້ພິພາກສາສານສູງສຸດສະຫະລັດ ທ່ານ Neil Gorsuch.

“ບໍ່​ວ່າ​ແນວ​ຄິດ​ແລະ​ມຸມ​ມອງ​ທາງ​ການ​ເມືອງຂອງ​ທ່ານ​ຈະ​ເປັນ​ຢ່າງ​ໃດ, ທ່ານ​ຄວນ​ຈະ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ປົກ​ປັກຮັກສາລັດຖະທຳ​ມະນູນຂອງ​ພວກ​ເຮົາ ​ແລະສິ່ງ​ສຳຄັນສຸດ ​ກໍ​ແມ່ນ​ການ​ແຍກ​ອຳນາດ,” ນັ້ນຄື​ຄຳ​ເວົ້າ ຂອງປະທານ​ຄະນະກຳມະ ການ ທ່ານ Chuck Grassley ສະມາຊິກ​ພັກ Republican ຈາກ​ລັດ Iowa ​ໄດ້​ກ່າວ​ໄປ ​ແລະ​ທ່ານ​ຍັງ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “​ເປັນ​ແຕ່​ບຸນ ສຳລັບ​ຊາວ​ອາ​ເມຣິກັນທຸກ​ຄົນ, ພວກ​ເຮົາ​ໄດ້​ມີ​ຜູ້​ທີ່​ຖືກ​ສະ​ເໜີ​ຊື່​ແຕ່ງ​ຕັ້ງ ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກ​ເຮົາ ​ໃນ​ມື້ນີ້ ຜູ້​ຊຶ່ງມີພາລະ​ໜ້າ​ທີ່​ ທີ່ເປັນ​ມື​ອາຊີບ ​ແມ່ນ​ພົບ​ເຫັນ​ໂດຍ​ການ​ທີ່​ຕັ້ງໜ້າ​ຕັ້ງ​ຕາ ປະຕິບັດໜ້າ​ທີ່​ຢ່າງບໍ່​ຢຸດຢັ້ງ​ແລະ​ບໍ່​ຫຼົ້ມ​ແຫຼວ​ຕໍ່​ຫຼັກຈັນ​ຍາ​ບັນເຫຼົ່າ​ນີ້.”

“ພາລະ​ໜ້າ​ທີ່​ຂອງ​ພວກ​ເຮົາ ​ແມ່ນ​ໃຫ້ຊັ່ງຊາ​ເບິ່ງການ​ຕັດສິນ​ໃຈ​ຂອງຜູ້​ທີ່​ຖືກ​ແຕ່ງ​ຕັ້ງທີ່​ຈະ​ມີ​ຜົນກະທົບ​ຕໍ່​ຊາວ​ອາ​ເມຣະກັນ ​ແລະ​ວ່າ ທ່ານ​ຈະ​ເປັນ​ຜູ້​ປົກ​ປ້ອງສິດທິ​ຕາມ​ກົດໝາຍ​ແລະຕາມ​ລັດຖະທຳ​ມະນູນ​ຂອງຊາວ​ອາ​ເ​ມຣິກັນ​ທັງ​ໝົດຫຼືບໍ່, ບໍ່​ພຽງ​ແຕ່​ເພື່ອ​ພວກ​ທີ່​ຮັ່ງມີ​ແລະ​ພວກ​ທີ່​ມີ​ອຳນາດເທົ່ານັ້ນ,” ນັ້ນຄື​ຄຳ​ເວົ້າ ຂອງທ່ານ​ນາງ Dianne Feinstein ສະມາຊິກ​ສະພາ​ສູງທີ່​ສຳຄັນ​ສຸດຄົນ​ນຶ່ງ​ຂອງ​ພັກ Democrats ຈາກ​ລັດ California.

ຜູ້ພິພາກສາສານສູງສຸດສະຫະລັດ ທີ່ຖືກສະເໜີຊື່ ທ່ານ Merrick Garland ຢ່າງຜ່ານ ຫຼັງຈາກຮັບປະທານອາຫານເຊົ້າທີ່ ໃນລັດຖະສະພາ ວໍຊີງຕັນ, 12 ເມສາ, 2016.
ຜູ້ພິພາກສາສານສູງສຸດສະຫະລັດ ທີ່ຖືກສະເໜີຊື່ ທ່ານ Merrick Garland ຢ່າງຜ່ານ ຫຼັງຈາກຮັບປະທານອາຫານເຊົ້າທີ່ ໃນລັດຖະສະພາ ວໍຊີງຕັນ, 12 ເມສາ, 2016.

ທ່ານ​ນາງ Feinstein ຍັງ​ໄດ້ກ່າວ​ເພີ່ມ​ຕື່ມ​ວ່າ “ສານ​ສູງ​ສຸດ​ ​ແມ່ນ​ເປັນ​ຜູ້​ຕັດສິນ​ຂັ້ນສຸດ​ທ້າຍ ກ່ຽວ​ກັບ​ວ່າ​ແມ່​ຍິງ​ຈະ​ສືບ​ຕໍ່ມີ​ສິດຫຼືບໍ່ ​ໃນ​ການ​ຄວບ​ຄຸມຮ່າງກາຍ​ຂອງ​ລາວ ຫຼື​ວ່າ​ການ​ຕັດສິນໃດໆ​ກ່ຽວ​ກັບການ​ຮັກສາ​ສຸຂະພາບ​ຂອງນາງ​ນັ້ນ ​ແມ່ນ​ຂຶ້ນ​ຢູ່​ກັບພວກ​ນັກ​ການ​ເມືອງ​ແລະ​ລັດຖະບານ. ມັນ​ຄື​ການ​ຕັດສິນ​ທີ່​ວ່າ​ ພວກມະຫາ​ເສດຖີ ​ແລະ​ບໍລິສັດໃຫຍ່ໆ​ທັງຫຼາຍ ຈະ​ສາມາດ​ໃຊ້​ຈ່າຍ​ເງິນ​ຈຳ​ນວນ​ບໍ່​ອັ້ນ ທີ່​ຈະ​ຊື້​ການ​ເລືອກ​ຕັ້ງ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກສະພາຄະນະກຳມະການຕຸລາການ ທ່ານ Sheldon Whitehouse ທີ່ໄດ້ສະແດງຄວາມເຫັນໃນລັດຖະສະພາ Capitol Hillໃນວໍຊີງຕັນ, 11 ມັງກອນ, 2017.
ສະມາຊິກສະພາຄະນະກຳມະການຕຸລາການ ທ່ານ Sheldon Whitehouse ທີ່ໄດ້ສະແດງຄວາມເຫັນໃນລັດຖະສະພາ Capitol Hillໃນວໍຊີງຕັນ, 11 ມັງກອນ, 2017.

XS
SM
MD
LG