ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັກຣີພັບບລິກັນ ຮ່າງກົດໝາຍ ຕ່າວປີ້ນ ນະໂຍບາຍ ແຍກຄອບຄົວ ຢູ່ຊາຍແດນ


ປະທານສະພາຕໍ່າ ທ່ານພອລ ຣາຍອັນ ຈາກລັດວິສຄັນຊີນ ຕອບຄຳຖາມບັນດານັກຂ່າວ.
ປະທານສະພາຕໍ່າ ທ່ານພອລ ຣາຍອັນ ຈາກລັດວິສຄັນຊີນ ຕອບຄຳຖາມບັນດານັກຂ່າວ.

ໃນ​ຂະນະ​ທີ່ຜູ້​ຄົນ​ທົ່ວໃນ​ປະ​ເທດ ​ພາກັນລົງ​ສູ່​ຖະໜົນເພື່ອປະ​ທ້ວງ​ການ​ແຍກ​ພວກ​ເດັກ
ນ້ອຍ ​ອອກ​ຈາກ​ພໍ່​ແມ່​ເຂົາ​ເຈົ້າ ​ຢູ່​ຊາຍ​ແດນ​ສະຫະລັດນັ້ນ ບັນດາ​ສະມາຊິກ​ສະພາ​ຕໍ່າ​
ພັກຣີພັບ​ບລິກັນ ກຳລັງ​ຮ່າງ​ກົດໝາຍ​ຄົນ​ເຂົ້າ​ເມືອງ​ທີ່​ຈະ​ຍຸຕິ​ການ​ແບ່ງ​ແຍກ​ຄອບຄົວ​ໃນ
ຂະນະ​ທີ່​ສະຫະລັດ ​ວາງ​ແຜນ​ເປີດ​ສູນຜ້າຕັ້ງ​ເພື່ອ​ໃຊ້ເປັນ​ບ່ອນ​ພັກ​ເຊົາ​ໃຫ້​ແກ່​ພວກ​
ເດັກນ້ອຍ.

ຮ່າງກົດໝາຍທີ່ຮ່າງຂຶ້ນ​ໂດຍ​ປະທານ​ສະພາ​ຕໍ່າ ທ່ານ​ພອ​ລ ຣາຍອັນ ກ່າວ​ວ່າ​ພວກ​ເດັກ
ນ້ອຍ​ທີ່​ຂ້າມ​ຊາຍ​ແດນມາ​ກັບ​ພໍ່​ແມ່​ເຂົາ​ເຈົ້າ ສາມາ​ດໄດ້ຮັບການປ່ອຍ​ໂຕໃຫ້​ກັບ​ຄືນ​ໄປ
ຢູ່ນຳ​ພໍ່​ແມ່​ເຂົາ​ເຈົ້າໄດ້ ​ເຖິງ​ແມ່ນມັນ​ຫາກ​ໝາຍ​ຄວາມ​ວ່າ​ ຈະ ເອົາ​ໝົດທັງຄອບຄົວ​ເຂົ້າ
ໄປຢູ່ໃນ​ສະຖານທີ່​ຄຸມ​ຂັງຫຼືບໍ່ກໍຕາມ.

ທ່ານ​ຣາຍອັນ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ບໍ່​ເຫັນ​ພ້ອມກັບ​ການ​ແບ່ງ​ແຍກ​ ຄອບ
ຄົວພວກ​ຄົນ​ເຂົ້າ​ເມືອງ​ຢູ່​ຊາຍ​ແດນ​ສະຫະລັດ.

ທ່ານໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ບໍ່ ຂ້າພະ​ເຈົ້າບໍ່ສະບາຍ​ໃຈກ່ຽວ​ກັບ​ເລື້ອງ​ນີ້. ພວກ​
ເຮົາ​ບໍ່​ຕ້ອງການ​ໃຫ້​ພວກ​ເດັກນ້ອຍ​ ແຍກ​ອອກ​ຈາກພໍ່​ແມ່​ເຂົາ​ເຈົ້າ.”

ທ່ານແຈັຟ ແຊັສສັນ ລັດຖະມົນຕີກະຊວງຍຸຕິທຳສະຫະລັດ.
ທ່ານແຈັຟ ແຊັສສັນ ລັດຖະມົນຕີກະຊວງຍຸຕິທຳສະຫະລັດ.

ພາຍ​ໃຕ້​ການ​ປະກາດ​ ຫວ່າງ​ມໍ່ໆ​ມາ​ນີ້ ກ່ຽວກັບນະ​ໂຍບາຍ ທີ່ບໍ່ມີການຜ່ອນຜັນເດັດ
ຂາດຂອງ​ລັດຖະບານ​ປະທານາທິບໍດີ​ທຣໍານັ້ນ ພວກ​ເດັກນ້ອຍ​ແລະ​ພໍ່​ແມ່​ຜູ້​ທີ່​ຂ້າມ​ຊາຍ
​ແດນ ມາ​ນຳ​ກັນ​ນັ້ນ ​ຕ້ອງ​ໄດ້ແຍກ​ອອກ​ຈາ​ກກັນ. ນັ້ນ​ກໍ​ເພາະວ່າ​ຜູ້​ໃຫຍ່​ຢ່າງ​ໜ້ອຍ​ໄດ້
​ຢູ່​ບ່ອນ​ກັກ​ຂັງ​ຊົ່ວຄາວ ​ໃນ​ຂະນະ​ທີ່​ກົດໝາຍໃນ​ປັດຈຸບັນ​ກ່າວ​ວ່າ ພວກ​ເດັກນ້ອຍ​ຕ້ອງ
​ໄດ້​ເອົາໄປ​ໄວ້​ຢູ່​ບ່ອນ​ທີ່ “​ມີການຈຳກັດ​ໜ້ອຍທີ່ສຸດ.”

ນະ​ໂຍບາຍ​ທີ່​ບໍ່ມີການຜ່ອນຜັນເດັດຂາດ ​ໄດ້ຖືກ​ປະກາ​ດ​ໂດຍ​ລັດຖະມົນຕີ​ຍຸ​ຕິ​ທຳ
ທ່ານ​ແຈັຟ ​ແຊັສສັນ ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ.

ໃນ​ວັນ​ພະຫັດ​ວານ​ນີ້ ທ່ານແຊັສສັນ ​ໄດ້​ກ່າວປ້ອງ​ກັນ​ນະໂຍບາຍດັ່ງກ່າວ​ ລະ ຫວ່າງ​
ການ​ກ່າວ​ຄຳ​ປາ​ໄສ ​ທີ່​ຟອດ​ເວນ ລັດ​ອິນ​ເດຍນາ.

ທ່ານ​ແຊັສສັນ ກ່າວ​ວ່າ “​ການທີ່ມີ​ພວກ​ເດັກນ້ອຍມານຳ ​ບໍ່ໄດ້ເຮັດ​ໃຫ້ພວກເຈົ້າ ໄດ້ຮັບ
ການ​ຍົກ​ເວັ້ນ ຈາກ​ການຖືກ​ຈັບ​ກຸມ. ​ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ເຮົາ​ຈະ​ບໍ່​ສົ່ງ​ພວກ​ເດັກນ້ອຍ
ໄປ​ເຂົ້າ​ຄຸກ. ​ແລະ​ກົດໝາຍ​ບັງຄັບ​ໃຫ້​ພວກ​ເດັກນ້ອຍ ຜູ້​ທີ່​ບໍ່​ສາ ມາດ​ຢູ່​ກັບ​ພໍ່​ແມ່​ເຂົາ​
ເຈົ້ານັ້ນ ​ໃຫ້ສົ່ງໄປຢູ່ພາຍໃຕ້​ການ​ຄຸ້ມຄອງ​ຂອງ​ກະຊວງ​ສັງ ຄົມ​ສົງ​ເຄາະ ຫຼື HHS ພາຍ​
ໃນ 72 ຊົ່ວ​ໂມງ ຊຶ່ງ​ທັງ​ໝົດ​ນີ້ແມ່ນ​ແຕກ​ຕ່າງ​ໄປ​ຈາກ​ລະບົບ​ການປະຕິບັດກົໝາຍຂອງ
ເຈົ້າໜ້າທີ່.

ຜູ້ນຳສະພາຕໍ່າສຽງສ່ວນໜ້ອຍ ທ່ານນາງແນນຊີ ເພີໂລຊີ ຈາກລັດຄາລີຟໍຣເນຍ ກ່າວຕໍ່ບັນດານັກຂ່າວ.
ຜູ້ນຳສະພາຕໍ່າສຽງສ່ວນໜ້ອຍ ທ່ານນາງແນນຊີ ເພີໂລຊີ ຈາກລັດຄາລີຟໍຣເນຍ ກ່າວຕໍ່ບັນດານັກຂ່າວ.

ໂຄສົກຂອງກະຊວງ HHS ທ່ານເຄນ​ແນັດ ໂວລຟ໌ ກ່າວ​ວ່າ ພວກ​ເດັກນ້ອຍ​ຢ່າງ​ໜ້ອຍ
360 ຄົນ ຈະ​ຖືກ​ຍ້າຍໄປ​ຢູ່ສູນໂຕນິລ​ໂລ ​ໃກ້​ກັບ​ເມືອງ ​ແອ​ລ ປາ​ໂຊ ໃນລັດ​ເທັກ​ຊັສ
​ໃນອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງໜ້າ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Immigration Children
please wait

No media source currently available

0:00 0:01:02 0:00

XS
SM
MD
LG