ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຕ້ວາທີ ພັກຣີພັບບລີກັນ ເຜີຍໃຫ້ເຫັນ ການແຂ່ງຂັນ ຂອງຜູ້ສະໝັກ 3 ຄົນ


ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ຢືນຢູ່ຕໍ່ໜ້າເວທີ​ ກ່ອນການໂຕ້ວາທີ ຂອງພັກ ທີ່ຖ່າຍທອດອອກອາກາດ ໂດຍໂທລະພາບ Fox ໃນແລງ ວັນພະຫັດ ທີ​ 14 ມັງກອນ 2016.
ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ຢືນຢູ່ຕໍ່ໜ້າເວທີ​ ກ່ອນການໂຕ້ວາທີ ຂອງພັກ ທີ່ຖ່າຍທອດອອກອາກາດ ໂດຍໂທລະພາບ Fox ໃນແລງ ວັນພະຫັດ ທີ​ 14 ມັງກອນ 2016.

ມະຫາ​ເສດ​ຖີພັນ​ລ້ານ​ ດ້ານ​ອະສັງຫາລິມະ​ຊັບ ທ່ານ Donald
Trump ​ແລະ​ສະມາຊິກ​ສະພາ​ສູງ Ted Cruz ຈາກ​ລັດ​ເທັກ​ຊັສ​
ນັບ​ເປັນ​ເວລາ​ຫຼາຍໆ​ເດືອນ​ມາ​ແລ້ວທຳທ່າ​ຄື​ວ່າ​ເປັນ​ຄູ່​ຮ່ວມ​ງານ​
ກັນ ​ແທນ​ທີ່​ຈະ​ແມ່ນ​ເປັນ​ຄູ່​ແຂ່ງ ​ໃນ​ຂະນະ​ທີ່ ພວກ​ທ່ານ​ທັງ​ສອງ​
ພວມ​ແຂ່ງຂັນ​ ເພື່ອໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ ເປັນ​ຜູ້ຕາງໜ້າ​ພັກ​ຣີ
ພັບ​ບລີ​ກັນ​ໃນ​ການ​ສະໝັກ​ເຂົ້າ​ແຂ່ງຂັນ​ ເອົາ​ຕຳ​ແໜ່​ງປະທານາ
ທິບໍ​ດີ​ສະຫະລັດ.

​ແຕ່​ໃນ​ການ​ໂຕ້​ວາທີ​ຂອງ​ບັນດາ​ຜູ້​ສະໝັກ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່​ງ
ປະທານາທິບໍດີ​ຂອງ​ສະຫະລັດ​ໃນ​ແລງ​ວັນ​ພະຫັດ​ວານນີ້ ທີ່​ລັດ
South Carolina ບຸກຄົນ​ທັງສອງ ຊຶ່ງຕ່າງກໍ​ມີ​ຄະ​ແນນ​ສຽງ​ນຳ
​ໜ້າ​ໝູ່​ ໃນ​ການ​ຢັ່ງ​ຫາງ​ສຽງສ່ວນໃຫຍ່ ທົ່ວ​ປະ​ເທດ​ເທື່ອຫລ້າ​ສຸດນັ້ນ ບໍ່​ມີ​ຫຍັງ​ໃ​ນການ​ເປັນ​ເພື່ອນ​ຕໍ່​ກັນ​ແລະ​ກັນ​ອີກ​ແລ້ວ.

Republican Debate
please wait
Embed

No media source currently available

0:00 0:01:35 0:00

​ໃນ​ລະຫວ່າງ​ການ​ໂຕ້​ວາທີ​ທີ່​ມີ​ການ​ອອກ​ອາກາດ​ທົ່ວ​ປະ​ເທດ​ເປັນ​ເວລາ​ສອງ​ຊົ່ວ​ໂມງ​ເຄິ່ງ
ນັ້ນ​ ທ່ານ Trump ​ໄດ້​ປະ​ທະ​ຄາລົມ​ກັນ​ຊ້ຳ​ແລ້ວ​ຊ້ຳ​ອີກກັບທ່ານ Cruz ​ໃນ​ເວລາ​ທີ່​ມີ​ການ
ຖົກ​ຖຽງ​ກັນ​ຢ່າງ​ຕື່ນເຕັ້ນ​ ​ໃນ​ຂະນະ​ທີ່​ພວກ​ທ່ານ​ທັງ​ສອງ​ພະຍາຍາມທີ່​ຈະ​ດຶງ​ດູດ​ເອົາ​ການ​
ສະໜັບສະໜຸນຈາກ​ບັນດາ​ຜູ້​ມີສິດ​ປ່ອນ​ບັດ​ທີ່​ບໍ່ພໍ​ໃຈ​ກັບ​ການຈັດຕັ້ງຂອງ​ພັກຣີພັບບລີກັນ.

ທ່ານ Cruz ຍັງ​ໄດ້​ພົວພັນ​ໃນ​ການ​ຖົກ​ຖຽງ​ຢ່າງ​ຄ່ອງ​ແຄ່​ວກັບ​ສະມາຊິກ​ສະພາ​ສູງ​ຈາກ​ລັດ​
ຟລໍຣິດາ​ທ່ານ Marco Rubio ຊຶ່ງ​ເປັນ​ຊາວ​ອາ​ເມຣິກັນ ​ເຊື້ອສາຍຄິວ​ບາ​ດ້ວຍ​ກັນ​ ທີ່​ພວມ​
ທຳ​ການ​ຮຽກຮ້ອງ​ຕໍ່​ພາກສ່ວນ​ໃຫຍ່​ຂອງ​ພັກແລະ​ກຳລັງມີ​ຄະ​ແນນ​ສຽງ​ເປັນ​ທີສາມ​ໃນ​ການ
​ຢັ່ງ​ຫາງ​ສຽງເທື່ອ​ຫລ້າ​ສຸດ.

ສ່ວນ​ຜູ້​ສະໝັກ​ຄົນອື່ນໆ ​ອີກ​ສີ່​ຄົນ ​ຢູ່​ເທິງ​ເວທີ​ນັ້ນ ກໍ​ມີ ​ຜູ້​ປົກຄອງ​ລັດ​ນິວ​ເຈີ​ຊີ ທ່ານ Chris
Christie ຜູ້​ປົກຄອງ​ລັດ​ໂອ​ຮາ​ຍ​ໂອ ທ່ານ John Karsich ທ່ານໝໍ​ຜ່າ​ຕັດ​ເສັ້ນປະ​ສາດ ທີ່​ອອກບຳນານແລ້ວ ທ່ານ Ben Carson ​ແລະ ​ອະດີດ​ຜູ້​ປົກຄອງ​ ລັດຟລໍຣິດາ ທ່ານ Jeb Bush ຊຶ່ງ​ພວມ​ດີ້ນຮົນ​ເພື່ອ​ຮຽກຮ້ອງ​ເອົາ​ສຽງ​ສະໜັບສະໜຸນ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ນັ້ນ.

ທ່ານ Ford O’Connell ນັກ​ຍຸດທະ​ສາດ ​ຂອງ​ພັກ​ຣີພັບ​ບລີ​ກັນ​ ​ແລະ​ອະດີດ​ທີ່​ປຶກສາ​ໃນ​
ການ​ໂຄສະ​ນາຫາ​ສຽງ​ເລືອກ​ຕັ້ງ ເປັນ​ປະທານາທິບໍດີ​ ຂອງ​ ສະມາຊິກ​ສະພາ​ສູງ John
McCain ​ໃນ​ປີ 2008 ກ່າວ​ວ່າ​ ມີ​ຜູ້​ຊະນະ 3 ຄົນ​ໃນ​ການ​ໂຕ້ວາທີ​ເທື່ອ​ນີ້​ ຄື​ທ່ານ Rubio
ທ່ານ Trump ​ແລະ​ທ່ານ Cruz.

Republicans Clash Over Foreign Policy, Each Other in Debate
please wait

No media source currently available

0:00 0:02:49 0:00

XS
SM
MD
LG