ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກ​ຣີ​ພັບ​ບ​ລີ​ກັນ ບໍ່​ສາ​ມາດ ປົກ​ປ້ອງ ແຜນ​ການ ຈັດ​ກອງ​ປະ​ຊຸມ​ສຸດຍອດ G-7 ຢູ່ ຣີ​ຊອດ ທີ່ ປ. ທ​ຣຳ ເປັນ​ເຈົ້າ​ຂອງ


ພາບ​ຂອງ​ຣີ​ຊອດ Trump National Doral ທີ່​ໄດ້​ມາ​ຈາກ​ບັນ​ທຶກວີ​ດີ​ໂອ, ​ຢູ່​ໃນ​ເມືອງ ດໍ​ແລ​ວ ລັດ​ຟ​ລໍ​ຣີ​ດາ, ​ວັນ​ທີ 2 ມິ​ຖຸ​ນາ 2017.
ພາບ​ຂອງ​ຣີ​ຊອດ Trump National Doral ທີ່​ໄດ້​ມາ​ຈາກ​ບັນ​ທຶກວີ​ດີ​ໂອ, ​ຢູ່​ໃນ​ເມືອງ ດໍ​ແລ​ວ ລັດ​ຟ​ລໍ​ຣີ​ດາ, ​ວັນ​ທີ 2 ມິ​ຖຸ​ນາ 2017.

ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປ່ຽນ​ໃຈ ​ກ່ຽວ​ກັບ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ ກຸ່ມ 7 ປະ​ເທດ ຫຼື G-7 ຢູ່ຣີ​ຊອດ​ສະ​ໜາມ​ຕີ​ກັອ​ຟ​ສ່ວນ​ຕົວ​ຂອງ​ທ່ານ ທີ່​ລັດ​ຟ​ລໍ​ຣີ​ດາ ໃນ​ປີ​ໜ້ານີ້ ຍ້ອນ​ວ່າ ຝ່າຍ​ສະ​ມາ​ຊິກ​ສະ​ພາຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ​ຜູ້ທີ່​ເປັນພັນ​ທະ​ມິດກັບ​ທ່ານ ​ຫຼາຍ​ຄົນ ເຊື່ອ​ວ່າ ມັນ​ເປັນ​ແນວ​ຄິດ​ທີ່ບໍ່​ດີ​ເລີຍ ອີງ​ຕາມ​ລາຍ​ງານ ຂອງ​ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ໌.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ທວີດ​ເຕີ້ ເມື່ອ​ຕອນ​ແລງວັນ​ເສົາ​ຜ່າ​ນ​ມາ ວ່າ ທ່ານ​ໄດ້​ຕັດ​ສິນ​ໃຈ​ປ່ຽນ​ແຜນ​ການ​ຂອງ​ທ່ານ ເພາະ​ວ່າ “ຕາມທຳ​ມະ​ດາ ສື່ມ​ວນ​ຊົນທີ່ເປັນ​ສັດ​ຕູ ແລະ​ພວກ​ພັກ​ເດ​ໂມ​ແຄ​ຣັດ​ ທີ່​ເປັນ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຂົາ ພາ​ກັນ​ເປັນ​ບ້າ” ໃນ​ເວ​ລາ ທີ່​ທ່ານ​ທ​ຣຳ ໄດ້​ກ່າວ​ໄປ​ວ່າ ທ່ານ​ຈະຈັດ​ກອງ​ປະ​ຊຸມ ຢູ່​ທີ່​ຣີ​ຊອດ​ສະ​ໜາມ​ຕີ​ກັອ​ຟ ທີ່​ທ່ານ​ເປັນ​ເຈົ້າ​ຂອງ ໃນ​ນະ​ຄອນ​ໄມ​ອາ​ມີ.

ແຕ່ ອີງ​ຕາມ​ລາຍ​ງານ​ ຂອງ​ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ໌ ແລ້ວ ທ່ານ​ທ​ຣຳ ຍອມ​ຖອນ​ແຜນ​ການ​ຈັດ​ກອງ​ປະ​ຊຸມ ຫຼັງ​ຈາກ ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ​ທ່ານ ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ຢູ່​ໃນ​ສະ​ພາ​ຕ່ຳ ຫຼາຍ​ຄົນ ກ່າວ​ວ່າ ພວກ​ເພິ່ນ​ເມື່ອຍ​ຈິດ​ເມື່ອຍ​ໃຈ ໃນ​ການ​ຫາ​ທາງ​ທີ່​ຈະ​ປົກ​ປ້ອງ​ພາບ​ພົດ​ທີ່ບໍ່​ເໝາະ​ສົມ​ຂອງ​ທ່ານ​ນັ້ນ.

ໜັງ​ສື​ພິມ​ນີ້ ກ່າວ​ອີກວ່າ ບັນ​ດາ​ພັນ​ທະ​ມິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຊື່ອ​ວ່າ ການຈັດ​ກອງ​ປະ​ຊຸມ​ສຸດຍອດ ຢູ່​ຣີ​ຊອດ​ຂອງ​ທ່ານນັ້ນ ຖື​ວ່າເປັນ​ການ​ສົ່ງ​ເສີມ​ຂໍ້​ໂຕ້​ແຍ້ງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ​ທີ່​ວ່າ ທ່ານ​ທ​ຣຳ ຄວນ​ຖືກ​ຟ້ອ​ງ​ປົດ​ອອກ​ຈາກ​ຕຳ​ແໜ່ງ.

ທ່ານ​ທ​ຣຳ ເມື່ອ​ສັບ​ປະ​ດາ​ແລ້ວນີ້ ໄດ້ຍ້ອງ​ຍໍ​ວ່າ ຣີ​ຊອດ Doral ນັ້ນ ເປັນ​ສະ​ຖານ​ທີ່​ທີ່​ເໝາະ​ສົມທີ່​ສຸດ​ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ສາ​ກົນ.

ທ່ານ​ໄດ້​ຂຽນ​ລົງ​ທວີດ​ເຕີ້ ​ວ່າ “ມັນ ໃຫຍ່ ສະ​ງ່າ​ງາມ ຕັ້ງ​ຢູ່​ໃນ​ພື້ນ​ທີ່ ຫຼາຍ​ຮ້ອຍເຮັກ​ຕາ ທີ່​ຢູ່​ໃກ້​ຄຽງ​ກັບ​ສະ​ໜາມ​ບິນສາ​ກົນ​ຂອງ​ນະ​ຄອນ​ໄມ​ອາ​ມີ (Miami International Airport) ຊຶ່ງ​ມີ​ຫ້ອງ​ເຕັ້ນ​ລຳ ແລະ​ຫ້ອງ​ປະ​ຊຸມ ຫຼາຍ​ຫ້ອງ ແລະ​ຄະ​ນະ​ຜູ້​ແທນ​ແຕ່​ລະ​ທ່ານ ຈະ​ໄດ້​ພັກ​ຢູ່​ໃນ​ຕຶກອາ​ຄານ ​ທີ່​ມີ​ຫ້ອງ​ພັກ​ຈຳ​ນວນ 50 ຫ​າ 70 ຫ້ອງ ສຳ​ລັບເພິ່ນ​ແຕ່​ລະ​ຄົນ” ແລະ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ໃຊ້​ສະ​ຖານ​ທີ່​ຂອງ​ທ່ານ ໂດຍບໍ່​ເສຍ​ຄ່າ “ໃຊ້​ຈ່າຍ​ຫຍັງ​ເລີຍ”.

ແມ່ນ​ຈະທັງ​ຢູ່​ພາຍ​ໃຕ້​ເງື່ອນ​ໄຂ​ດັ່ງ​ກ່​າວ ທຸ​ລະ​ກິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາດ​ເປັນ​ໄປ​ໄດ້​ວ່າ ຈະ​ສ້າງ​ລາຍ​ຮັບ​ໄດ້ຫຼາຍ​ລ້ານ​ໂດ​ລາ ໂດຍ​ຜ່ານ​ການ​ເຮັດ​ສັນ​ຍາ​ກັບ​ລັດ​ຖະ​ບານ.

ລັດ​ຖະ​ທຳ​ມະ​ນູນ​ສະ​ຫະ​ລັດ ຫ້າມ​ປະ​ທາ​ນາ​ທິ​ບໍ​ດີ​ທ່ານ​ໃດ ບໍ່​ໃຫ້​ຮັບ​ເອົາ “ເງິນ​ຄ່າ​ປະ​ຈຳ​ຕຳ​ແໜ່ງ” ທີ່​ຈ່າຍ​ໃຫ້​ໂດຍ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຫຼື​ບຸກ​ຄົນ​ອື່ນໆ.

ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ໄດ້​ມອບ​ທຸ​ລະ​ກິດ​ຂອງ​ທ່ານ ໃຫ້​ແກ່​ພວກ​ລູກ​ຊາຍ​ຂອງ​ທ່ານ ໃນ​ເວ​ລາ ທ່ານ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ສ່ວນ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຈົ່ມ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ລະ​ເມີດ​ກົດ​ລະ​ບຽບ​ຢູ່​ແລ້ວສະ​ເໝີ​ມາ ​ໃນ​ການ​ໄດ້​ຮັບ​ກຳ​ໄລ ຈາກ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ ດ້ວຍ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຫຼື ​ໃຫ້​ເຊົ່າ​ຣີ​ຊອດ​ຂອງ​ທ່ານ ຢູ່​ໃນ ​ສະ​ຫະ​ລັດ ໄອ​ຣ໌​ແລນ ແລະ​ສະ​ກັອດ​ແລນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG