ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດ ກູເກິລ ຈະນຳພາ ການຝຶກອົບ ດ້ານ ຄອມພິວເຕີ ໃນ ຫວຽດນາມ


ແອັບພລີເຄຊັນ ກູເກິລ ຢູ່ໜ້າຈໍ iPad ເມືອງ ບາລຕິມອລ, ສະຫະລັດ. 19 ມີນາ, 2018.
ແອັບພລີເຄຊັນ ກູເກິລ ຢູ່ໜ້າຈໍ iPad ເມືອງ ບາລຕິມອລ, ສະຫະລັດ. 19 ມີນາ, 2018.

ຢູ່ໃນ ແລະ ອ້ອມແອ້ມເຂດສາມຫລ່ຽມປາກແມ່ນໍ້າຂອງ, ພວກນັກຮຽນຈະພາກັນໃຊ້
ເວລາໃນຍາມພັກແລ້ງນີ້ ເຄື່ອນຍ້າຍຮູບສີ່ຫຼ່ຽມທີ່ເປັນສີຮຸ້ງ ແລະຮູບກາຕູນສັດຢູ່ໃນ
ໜ້າຈໍ ເພື່ອໃຫ້ໄດ້ຮູ້ເຖິງຄວາມຮູ້ເບື້ອງຕົ້ນຂອງ ຄອມພິວເຕີ, ໃນໂຄງການທີ່ໄດ້ຮັບ
ການສະໜັບສະໜູນຈາກບໍລິສັດ ກູເກິລ (Google).

ບໍລິສັດ ເທັກໂນໂລຈີ ດັ່ງກ່າວຈະເປັນຜູ້ຈ່າຍເງິນໃຫ້ນັກຮຽນຊາວ ຫວຽດນາມ ຮຽນຮູ້
ການສ້າງໂປຣແກຣມເບື້ອງຕົ້ນ, ພ້ອມກັບວິທີທີ່ບາງເທື່ອ ໄດ້ຮັບຄວາມປາຖະໜາດີ
ຈາກບັນດາເຈົ້າໜ້າທີ່ ຫວຽດນາມ ຜູ້ທີ່ມີທັດສະນະຄະຕິທີ່ເຄັ່ງຄັດຍິ່ງຂຶ້ນ ຕໍ່ບໍລິສັດ
ອິນເຕີແນັດທົ່ວໂລກ.

ສູນພັດທະນາຊຸມຊົນແມ່ນໍ້າຂອງ ຈະເປັນຜູ້ດຳເນີນວິຊາຮຽນ, ເຊິ່ງຈະໃຊ້ການຂີດຂຽນ,
ພາສາຄອມພິວເຕີຂັ້ນພື້ນຖານ ເພື່ອເຮັດໃຫ້ພວກເດັກນ້ອຍໄດ້ສ້າງເກມທີ່ເປັນເໝືອນ
ຈິງຂອງເຂົາເຈົ້າຂຶ້ນມາເອງ.

ນັກຮຽນຫຼິ້ນອິນເຕີແນັດຢູ່ຮ້ານອິນເຕີແນັດໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 31 ມີນາ, 2010.
ນັກຮຽນຫຼິ້ນອິນເຕີແນັດຢູ່ຮ້ານອິນເຕີແນັດໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 31 ມີນາ, 2010.

ທ່ານນາງ ຮາ ລຳ ຖູ ວິ່ນ (Ha Lam Tu Quynh), ຜູ້ອຳນວຍການດ້ານການສື່ສານ
ແລະ ປະຊາສຳພັນ, ຮັບຜິດຊອບ ກ່ຽວກັບ ປະເທດ ຫວຽດນາມ ທີ່ບໍລິສັດ ກູເກິລ ເຂດ
ເອເຊຍປາຊີຟິກ ໄດ້ກ່າວວ່າ “ເພື່ອສົ່ງເສີມການພັດທະນາຂອງ ຫວຽດນາມ ໃນທິດ
ທາງ ຂອງການປະຕິ ວັດອຸດສາຫະກຳ 4.0 ດ້ວຍວິທີທີ່ໄດ້ຜົນທີ່ສຸດ ແລະ ປະຕິບັດໄດ້
ຈິງນັ້ນ, ບໍລິສັດ ກູເກິລ ໄດ້ເພັ່ງເລັງໃສ່ໂຄງການພັດທະນາຕ່າງໆ ເພື່ອສ້າງ ແລະ ເພີ່ມ
ຄວາມຮູ້ ແລະ ຄວາມສາມາດໃນດ້ານເທັກໂນໂລຈີຂໍ້ມູນໃນ ຫວຽດນາມ. ພວກເຮົາ
ເຊື່ອວ່າ ໂດຍສະເພາະແມ່ນພວກເດັກນ້ອຍ ຈະເປັນຜູ້ປະດິດທີ່ເກັ່ງທີ່ສຸດໃນອະນາ
ຄົດ.”

ທ່ານນາງໄດ້ອ້າງເຖິງການປະຕິວັດດ້ານເທັກໂນໂລຈີ ທີ່ໄດ້ມີຄວາມນິຍົມໃນປະເທດ
ຄອມມູນິສ ດັ່ງກ່າວນັ້ນ, ເຊິ່ງປົກຄຸມທຸກປະເພດຂອງເທັກໂນໂລຈີໃໝ່, ຈາກອິນເຕີ
ແນັດ ກ່ຽວກັບ ສິ່ງຕ່າງໆ, ຫາການວິເຄາະຂໍ້ມູນໃຫຍ່.

ບໍລິສັດ ກູເກິລ, ເຊິ່ງບໍ່ໄດ້ເປີດເຜີຍວ່າເຂົາເຈົ້າຈະໃຊ້ເງິນຫຼາຍປານໃດນັ້ນ, ບໍ່ແມ່ນຜູ້
ດຽວທີ່ໄດ້ກ່າວເນັ້ນເຖິງຄວາມຮັບຜິດຊອບທາງສັງຄົມໃນບໍລິສັດຂອງເຂົາເຈົ້າ, ທີ່ໄດ້
ເຮັດໃຫ້ບໍລິສັດຕ່າງໆທຳສິ່ງທີ່ດີ ຫຼື ມີພາບພົດດີ, ຫຼືທັງສອງຢ່າງ. ມັນຈະບໍ່ມີຄວາມ
ເສຍຫາຍຫຍັງທີ່ສ້າງສັນຖະ ວະໄມຕີກັບ ຫວຽດນາມ, ເຊິ່ງເຂົາເຈົ້າໄດ້ປັບປຸງນິຕິບັນ
ຍັດ ແລະ ລະບົບກົດລະບຽບໃໝ່ຂອງພວກເຂົາເຈົ້າ ໃນທາງທີ່ບໍ່ຄ່ອຍເປັນທີ່ຍອມ
ຮັບໄດ້ຕະຫຼອດ ກັບບັນດາບໍລິສັດເທັກໂນໂລຈີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG