ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

‘ວີລໂລ້’ ຊິປຄວນຕ້ຳໃໝ່ ທີ່ມີອານຸພາບສູງ ຂອງບໍລິສັດ ‘ກູໂກລ’


ຮູບນີ້ທີ່ບໍ່ໄດ້ລະບຸວັນເວບາທີ່ບັນທຶກຂອງບໍລິສັດ Google ໄດ້ເປີດເຜີຍໃຫ້ເຫັນ ຊິປຄວນຕ້ຳໃໝ່ ທີ່ເອີ້ນວ່າ ວີລໂລ້ (Willow) ຂອງບໍລິສັດ. (Photo by Handout / GOOGLE / AFP)
ຮູບນີ້ທີ່ບໍ່ໄດ້ລະບຸວັນເວບາທີ່ບັນທຶກຂອງບໍລິສັດ Google ໄດ້ເປີດເຜີຍໃຫ້ເຫັນ ຊິປຄວນຕ້ຳໃໝ່ ທີ່ເອີ້ນວ່າ ວີລໂລ້ (Willow) ຂອງບໍລິສັດ. (Photo by Handout / GOOGLE / AFP)

ບໍ​ລິ​ສັດ ກູໂກລ ເປີດເຜີຍຄວາມສຳເລັດຄັ້ງສຳຄັນ ໃນວົງການຄອມພິວເຕີ ດ້ານຊິປ ການຄຳນວນລະດັບ ຄວນຕ້ຳ (Quantum) ຫຼັງຈາກຊິປ ຄວນຕ້ຳ ລຸ້ນໃໝ່ ທີ່ເອີ້ນວ່າ “ວີລໂລ້” (Willow) ໄດ້ສະແດງພະລັງການປະມວນຜົນຂໍ້ມູນ ທີ່ລະບົບຊຸບເປີຄອມພິວເຕີຕ້ອງໃຊ້ເວລາເຖິງ 10 ເຊັບທີລລຽນປີ (Septillion) ຫຼືເທົ່າກັບ 10 ພັນຕື້ປີ ແຕ່ວີລໂລ້ ສາມາດຄຳນວນ ໄດ້ໃນເວລາພຽງ 5 ນາທີ່ເທົ່ານັ້ນ.

ບໍລິສັດເທັກໂນໂລຈີ ກູໂກລ ລະບຸເມື່ອວັນຈັນຜ່ານມາວ່າ ຊິປຄວນຕ້ຳໃໝ່ ວີລໂລ້ ນີ້ ສາມາດປະມວນຜົນ ອາກໍຣິທຳ (algorithm) ໄດ້ພາຍໃນເວລາພຽງ 5 ນາທີ ໃນຂະນະທີ່ຄອມພິວເຕີທົ່ວໄປ ຕ້ອງໃຊ້ເວລາເຖິງ 10 ພັນຕື້ປີ ຊຶ່ງຍາວນານກວ່າອາຍຸຂອງຈັກກະວານຫຼາຍເທົ່າ.

ນອກຈາກນັ້ນແລ້ວ ໃນການສຶກສາທີ່ໄດ້ພິມອອກໃນວາລະສານ Nature ເມື່ອວັນຈັນຜ່ານມານີ້ ລະບຸວ່າ ທີມ Google Quantum AI ຂອງກູໂກລ ພົບເຫັນຊ່ອງທາງດ້ວຍຄິວບິຕ (Qubit) ຂອງຊິປວີລໂລ້ ທີ່ມີ 105 ຄິວບິຕ ເຊິ່ງເປັນໜ່ວຍປະມວນຜົນພື້ນຖານຂອງຄອມພິວເຕີຄວນຕ້ຳ ເພື່ອໃຫ້ອັດຕາ ຄວາມຜິດພາດຫລຸດລົງເມື່ອເພີ້ມຈຳນວນຄິວບິຕເຂົ້າໄປ ທັງຍັງສາມາດແກ້ ບັນຫາຄວາມຜິດພາດໄດ້ແບບຕາມສະພາບຕົວຈິງ ຫຼື real time ອີກດ້ວຍ ໂດຍຖືເປັນຄວາມກ້າວໜ້າທີ່ສຳຄັນໃນການເຮັດໃຫ້ຄອມພິວເຕີຄວນຕ້ຳນຳມາໃຊ້ງານໄດ້ຢ່າງແທ້ຈິງ.

ທີ່ຜ່ານມາ ບັນດາບໍລິສັດເທັກໂນໂລຈີຍັກໃຫຍ່ ລວມທັງໄມໂຄຣຊອຟທ໌ (Microsoft) ໄອບບີເອັມ (IBM) ແລະ ກູໂກບ (Google) ຕ່າງກໍບຸກໃນ ດ້ານອຸດສາຫະກຳຄອມພິວເຕີຄວນຕ້ຳ ທີ່ໃຫ້ຄວາມໄວໃນການປະມວນຜົນ ເໜືອລະບົບໃດໆທີ່ມີໃນປັດຈຸບັນນີ້.

ຢ່າງໃດກໍຕາມ ຊິປຄວນຕ້ຳ ທີ່ມີຈຸດເດັ່ນໃນເລື້ອງຄວາມໄວເໜືອຊູບເປີ ຄອມພິເຕີນີ້ ຍັງປະເຊີນກັບບັນຫາເລື້ອງຄວາມຜິດພາດໄດ້ງ່າຍ ເນື່ອງຈາກ ຊິປດັ່ງກ່າວ ອາດຖືກກະທົບຈາກອະນຸພາບຂະໜາດນ້ອຍ ຢ່າງເຊັ່ນ ເຫດການ ທີ່ບໍ່ຄາດຝັນໃນອະວະກາດໄດ້ງ່າຍ ແລະຕະຫຼອດເຖິງການພັດທະນາເທັກໂນ ໂລຈີນີ້ ເມື່ອສັດຕະວັດທີ 1990 ນັກວິທະຍາສາດ ຍັງພະຍາຍາມແກ້ບັນຫາ ເລື້ອງອັດຕາຄວາມຜິດພາດນີ້ຢູ່ ທັງຍັງຊິປເຫຼົ່ານີ້ ຕ້ອງຢູ່ໃນສະພາບແວດ ລ້ອມແບບພິເສດເພື່ອທີ່ຈະສາມາດໃຊ້ງານໄດ້.

ທັງນີ້ ເມື່ອປີ 2019 ບໍ​ລິ​ສັດ ໄອບີເອັມ ໄດ້​ໂຕ້​ແຍ້ງຄຳ​ກ່າວອ້າງຂອງກູໂກລ ທີ່ວ່າ ຊິປຄວນຕ້ຳ ສາມາດແກ້ບັນຫາທີ່ຄອມພິວເຕີທົ່ວໄປຕ້ອງໃຊ້ເວລາດົນເຖິງ 10,000 ປີ ໂດຍລະບຸວ່າ ໂຈດດັ່ງກ່າວ ສາມາດແກ້ໄຂໄດ້ໃນເວລາວ 2 ມື້ເຄິ່ງ ດ້ວຍຄອມພິວເຕີທົ່ວໄປ ຫາກໃຊ້ການສົມໝຸດທາງເທັກນິກທີ່ແຕກຕ່າງ ກັນ.

ລະຫວ່າງທີ່ໂຈດບັນຫາດ້ານຄະນິດສາດທີ່ຖືກແກ້ໂດຍຫ້ອງທົດລອງຄວນຕ້ຳ ຂອງກູໂກລ ຮອບຫຼ້າສຸດ ບໍ່ໄດ້ນຳໄປໃຊ້ໃນດ້ານພານິິດໃນເວລານີ້ ແຕ່ກູໂກລ ຫວັງວ່າ ມື້ນຶ່ງກົນຈັກຄວນຕ້ຳ (Quantum Mechanic) ຈະສາມດາແກ້ ບັນຫາດ້ານການແພດ, ການພັດທະນາແບັດເຕີຣີຍານພາຫະນະ ແລະບັນຍາ ປະດິດທີ່ຄອມພິວເຕີປັດຈຸບັນບໍ່ສາມາດເຮັດໄດ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG