ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Google ​​ຕົກ​ໃຈ ຕໍ່​ລາຍ​ງານ ທີ່ວ່າ ອົງການ​ NSA ກວດເບິ່ງ ຂໍ້ມູນຕົນ (ວີດີໂອ)


ອິນ​ເຕີ​​ແນັດທີ່​​ເປັນ​ກົນ​ໄກ​ຊອກ​ຄົ້ນ​ຫາ​ຂໍ້​ມູນ ຂອງ​ບໍລິສັດ Google
ອິນ​ເຕີ​​ແນັດທີ່​​ເປັນ​ກົນ​ໄກ​ຊອກ​ຄົ້ນ​ຫາ​ຂໍ້​ມູນ ຂອງ​ບໍລິສັດ Google
ອິນ​ເຕີແນັດທີ່ເປັນ​ກົນ​ໄກຊອກ​ຄົ້ນ​ຫາ​ຂໍ້​ມູນຂອງ​ບໍລິສັດ Google ​
ແລະ Yahoo​ ໄດ້ສະ​ແດງ​ຄວາມ​ຕົກ​ໃຈຕໍ່​ລາຍ​ງານທີ່​ວ່າອົງການ
​ຄວາມໝັ້ນຄົງ​ແຫ່ງ​ຊາດສະຫະລັດຫຼື NSA ໄດ້ເຈາະເຂົ້າ​ໄປ​ໃນ
ຕາໜ່າງຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່​ນຳອອກເຜີຍ​ແຜ່ ໃນ​ວັນພຸດວານ​ນີ້
ບໍລິສັດ Google ​ໄດ້​ກ່າວ​ວ່າ ຕົນ​ແມ່ນ​ຕື່ນ​ຕົກ​ໃຈ​ເປັນ​ທີ່​ສຸດກ່ຽວ
​ກັບ​ໄລຍະ​ເວລາທີ່​ລັດຖະບານ​ສະຫະລັດ​ມີ​ທ່າ​ທາງ​ວ່າ​ໄດ້​ເຂົ້າ​ໄປ​
ກວດ​ເບິ່ງ​ຂໍ້​ມູນ​ ຈາກ​ຕາໜ່າງ​ສ່ວນ​ບຸກຄົນ​ຂອງ​ບໍລິສັດ Google
ແລະ​ວ່າ​ລາຍ​ງານເຫຼົ່ານີ້​ຍັງໄດ້​ເນັ້ນໃຫ້​ເຫັນ​ເຖິງ​ຄວາມ​ຈໍາ​ເປັນທີ່
​ຈະ​ຕ້ອງ​ມີ​ການ​ປະຕິ​ຮູບ​ຢ່າງ​ປະຈຸ​ບັນ​ທັນ​ດ່ວນ. ທັງ​ບໍລິສັດ Goo-
gle ​ແລະ Yahoo ​ຕ່າງໄດ້​ກ່າວ​ວ່າ ພວກ​ຕົນ​ບໍ່​ໄດ້​ອະ​ນຸຍາດ​ໃຫ້ ທາງ​ການສະຫະລັດ​ເຂົ້າໄປ
​ກວດກາ ແລະ​ດັກ​ຟັງ​ການສື່ສານຂອງ​ພວກ​ເຂົາ​ເຈົ້າ ຕາມ​ທີ່​ມີ​ການ​ກ່າວ​ຫານັ້ນ.

ໜັງສືພິມ​ The Washington Post ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າຕົນ​ຫາ​ກໍໄດ້ຮັບ​ຂ່າວກ່ຽວ​ກັບ
​ໂຄງການ​ລັບ​ ຂອງອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດສະຫະລັດ ຫຼື NSA ຈາກ​ເອກ​ກະສາ​ນທີ່​ເປີດເຜີຍ​ໂດຍອະດີດ​ພະນັກງານ​ສັນຍາ​ຈ້າງທ້າ​ວ Edward Snowden ແລະ​ຈາກ​ການ​ໃຫ້​ສໍາພາດຂອງ​ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ຮູ້​ດີກ່ຽວ​ກັບ​ເລື່ອງ​ນີ້​.

ລາຍ​ງານ​ຍັງ​ກ່າວ​ວ່າ ​ໂຄງການ​ທີ່​ດຳ​ເນີນ​ງານ​ໂດຍອົງກາ​ນ NSA ແລະ​ອົງການ​ GCHQ ຄູ່​ ຮ່ວມງານຝ່າຍອັງກິດ ທີ່ເອີ້ນວ່າ “MUSCULAR” ທີ່​ໄດ້ເຈາະ​ເຂົ້າ​ໄປ ​ໃນ​ສາຍ​ cable ​ໃຍ
​ແກ້ວ ຫລື fiber-optic ທີ່​ນໍາ​ສົ່ງ​ຂໍ້​ມູນ​ ລະຫວ່າງ​ຫ້ອງການ​ຕ່າງໆ​ຢູ່​ໃນ​ທົ່ວ​ໂລກຂອງບໍລິສັດ Google ​ແລະ Yahoo ຊຶ່ງ​ອຳນວຍ​ໃຫ້​ອົງການ​ສືບ​ລັບ​ທັງ​ສອງ​ເຮັດ​ຄັອບປີຫຼືກ່າຍ​ເອົາ​ຂໍ້ມູນ​ຕ່າງໆ​ທັງໝົດ ຮວມທັງ​ເນື້ອ​ໄນ​ຂອງ​ເອກ​ກະສາ​ນ ສຽງ ​ແລະ​ຮູບ​ວີ​ດີ​ໂອ​ນຳ​ດ້ວຍ.

ນາຍ​ພົນ Keith Alexander ຫົວໜ້າ​ອົງການ NSA ກ່າວ​ໃນ​ວັນ​ພຸດ​ ວານ​ນີ້ວ່າ ອົງການ​
ຂອງທ່ານ​ບໍ່​ໄດ້​ລັກ​ເຂົ້າ​ໄປໃນ​ລະບົບ​ເຄື່ອງ​ຄອມ​ພິວ​ເຕີ້ຫຼັກຂອງ​ບໍລິສັດ Google ​ແລະ Ya-
hoo. ​ໃນການ​ຖະ​ແຫຼງຕໍ່​ກອງ​ປະຊຸມນັກຂ່າວທີ່​ກຸງ​ວໍ​ຊິງ​ຕັນ​ນັ້ນທ່ານ Alexander ​ເວົ້າວ່າ ອົງການ NSA ​ໄດ້ເຂົ້າ​ໄປ​ກວດ​ເບິ່ງ​ຂໍ້​ມູນ​ເຫຼົ່ານີ້ ​ໂດຍ​ຄຳ​ສັ່ງ​ຂອງ​ສານ.

NSA Denies Spying on Millions of Europeans
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG