ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Google, Facebook ແລະ Microsoft ເຂົ້າຂ້າງ ບໍລິສັດ Apple ໃນການໂຕ້ຖຽງ ເລື້ອງ iPhone


ລໍລິສັດ Apple ໄດ້ຮັບການສະໜັບສະໜູນຈາກບໍລິສັດເທັກໂນ ໂລຈີຕ່າງໆ ໃນການຕໍ່ສູ້ກັບອົງການ​ສັນຕິ​ບານ​ກາງ FBI.
ລໍລິສັດ Apple ໄດ້ຮັບການສະໜັບສະໜູນຈາກບໍລິສັດເທັກໂນ ໂລຈີຕ່າງໆ ໃນການຕໍ່ສູ້ກັບອົງການ​ສັນຕິ​ບານ​ກາງ FBI.

ບໍລິສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ສະຫະລັດ ຫລາຍ​ບໍລິສັດ ​ໄດ້​ໜູນ
​ຫລັງ​ ບໍລິສັດ Apple ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ການຕໍ່ສູ້ທາງ
​ດ້ານ​ກົດໝາຍທີ່​ມີ​ຜູ້​ຄົນຮູ້ຈັກ ກັນ​ຢ່າງ​ກວ້າງຂວາງ ກັບອົງການ​
ສັນຕິ​ບານ​ກາງ FBI ກ່ຽວ​ກັບ​ວ່າບໍລິສັດ​ຕ້ອງເຮັດ​ໃຫ້ການ​ຮັກສາ​
ຄວາມ​ປອດ​ໄພອ່ອນ​ແອ​ລົງ​ຂອງ​ໂທລະສັບ iPhone ທີ່​ເປັນ​ຂອງ​
ຜູ້ກໍ່​ການ​ຮ້າຍ ທີ່​ໂຈມ​ຕີຢູ່​ເມືອງ San Bernardino.

ບໍລິສັດ Google, Facebook, Microsoft ​ແລະ Yahoo ແມ່ນ
​ຮວມຢູ່​ໃນ​ບັນດາ​ບໍລິສັດ​ຕ່າງໆ ທີ່​ໄດ້​ຍື່ນເອກ​ກະສາ​ນ ​ທາງ​ດ້ານ​
ກົດໝາຍໃນວັນ​ພະ​ຫັດ​ວານ​ນີ້​ເພື່ອ​ສະໜັບ​ສະ​ໜູນ​ບໍລິສັດ Apple
ຊຶ່ງ​ເປັນ​ຄູ່​ແຂ່ງ​ຂອງ​ເຂົາ​ເຈົ້າ ທີ່ມີຫ້ອງການ ຕັ້ງ​ຢູ່​ໃນ​ລັດ California ນັ້ນ.

​ເອກ​ກະສາ​ນ​ກ່າວ​ວ່າ “ຖ້າ​ຫາກ​ການ​ໂຕ້​ຖຽງຂອງ​ລັດຖະບານ​ຊະນະ ລະບົບ​ສະພາບ​ແວດ
ລ້ອມ​ຂອງອີນ​ເຕີ​ແນັດ​ຈະ​ອ່ອນແອ​ລົງ ​ເຮັດ​ໃຫ້​ບັນດາ​ຜູ້ຊົມ​ໃຊ້​ອີ​ນ​ເຕີ​ແນັດຕົກ​ຢູ່​ໃນ​ອັນ​ຕະ
ລາຍ​ຫລາຍ​ຂື້ນ​ ຈາກ​ພວກ​ໂຈມ​ຕີ​ເຈາະ​ຂໍ້​ມູນ ​ແລະ​ບັນດາຄົນຮ້າຍ​ອື່ນໆ​.”

ອົງການ FBI ​ໄດ້​ຮ້ອງ​ຂໍ​ໃຫ້ບໍລິ​ສັດ Apple ​ຂຽນ​ຊອບແວ​ໃໝ່ທີ່​ຈະ​ຊ່ວຍ​ເປີດລະຫັດໂທລະ
ສັບ iPhone ທີ່​ໄດ້​ໃຊ້​ໂດຍ ທ້າວ Syed Farook ໜຶ່ງ​ໃນ​ຈຳ​ນວນ​ມື​ປືນ ທີ່​ໄດ້​ສັງຫານ 14
ຄົນ ທີ່ເມືອງ San Bernardino ໃນລັດ California ​ເມື່ອ​ເດືອນ​ທັນວາປີ​ກາຍ​ນີ້.

ບໍລິສັດ Apple ​ໄດ້​ປະຕິ​ເສດ ​ຕໍ່ການ​ຮ້ອງ​ຂໍດັ່ງກ່າວນີ້ ​ໂດຍ​ກ່າວວ່າ ຕົນ​ບໍ່​ມີ​ຄວາມ​ສາ​ມາດ
ທີ່​ຈະເຈາະ​ເຂົ້າ​ໄປ​ ໃນ​ເຄື່ອງ​ອຸບປະກອນ​ຂອງ​ຕົນ ​ໃນ​ຂະນະ​ທີ່​ ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ
ຄວາມ​ລັບ​ສ່ວນ​ຕົວ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter ກ່າວ​ໃນ​ວັນ​ພຸດ ​ທີ່​ຜ່ານ​ມານີ້
​ວ່າ ທ່ານ​ຄັດ​ຄ້ານ​ຕໍ່ “ການ​ກ່າວ​ເຖິງດ້ານ​ເທັກ​ນິກຢ່າງດຽວ” ​ເພື່ອແກ້​ໄຂບັນຫາ​ທີ່​ຊັບຊ້ອນ
ໃນ​ການ​ຕໍ່ສູ້ດ້ານ​ກົດໝາຍ.

ທ່ານ Carter ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຢູ່​ໃນພິທີກ່ຽວ​ກັບເທັກ​ໂນ​ໂລ​ຈີ ທີ່​ນະຄອນ San
Francisco ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ພວກ​ເຮົາ​ຄວນ​ຈະ​ປ່ອຍ​ໃຫ້​ຄະດີ​ໜຶ່ງ ​ເຮັດ​ໃຫ້ມີການ
​ລົງ​ຄວາມ​ເຫັນ​ທັງ​ໝົດ ຫລື​ເປັນ​ຂໍ້​ແກ້​ໄຂ​. ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ ຊອກ​ຫາ​ຊ່ອງ
ທາງອອກ​ ຕໍ່​ບັນຫາດັ່ງກ່າວ​ນີ້.”

Apple iPhone case
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG