ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Google ປ່ຽນທ່າທີ ກ່ຽວກັບຜູ້ຊົມໃຊ້ໃນຈີນ


ສຳນັກງານບໍລິສັດ Google ທີ່ປັກກິ່ງ
ສຳນັກງານບໍລິສັດ Google ທີ່ປັກກິ່ງ

ບໍລິສັດຍັກໃຫຍ່ຊອກຄົ້ນຫາຂໍ້ມູນທາງອິນເຕີແນັດ GOOGLE ກ່າວໃນວັນອັງ ຄານມື້ນີ້ວ່າ ຕົນຈະຢຸດເຊົາການສົ່ງການ​ຊອກ​ຄົ້ນຂອງຜູ້ຊົມໃຊ້ຊາວຈີນ ໄປຍັງ ເວັບໄຊທ໌ທີ່ບໍ່ມີການກວດກາ ຂອງຮົງກົງ.

ຫົວໜ້າຮັບຜິດຊອບທາງດ້ານກົດໝາຍຂອງບໍລິສັດ GOOGLE ທ່ານ DAVID DRUMMOND ກ່າວໃນໜ້າຂ່າວທາງອິນເຕີແນັດຂອງບໍລິສັດວ່າ ເຈົ້າໜ້າທີ່ ຂອງລັດຖະບານຈີນເຫັນວ່າ ການກະທຳດັ່ງກ່າວນີ້ເປັນທີ່ຮັບເອົາບໍ່ໄດ້ແລະການ ສົ່ງຫລືປ່ຽນທິດທາງຂອງຜູ້ຊົມໃຊ້ຊາວຈີນ ຈະເປັນ ໄພຂົ່ມຂູ່ຕໍ່ການຂໍຕໍ່ອາຍຸໃບ ອະນຸຍາດການໃຫ້ບໍລິການທາງອິນເຕີແນັດຂອງບໍລິສັດ GOOGLE ຢູ່​ໃນ​ຈີນ.

ເວັບໄຊທ໌ຂອງບໍລິສັດຊອກຄົ້ນຫາຂໍ້ມູນຍັກໃຫຍ່ທາງອິນເຕີແນັດຂອງສະຫະລັດ ໄດ້ຢຸດເຊົາໃຫ້ບໍລິການໃນການຊອກຄົ້ນຫາ ຂໍ້ມູນເປັນພາສາຈີນ ໃນເດືອນມັງກອນ ປີນີ້ ຍ້ອນການກວດກາແລະການໂຈມຕີທາງອິນເຕີແນັດ ແລະໄດ້ສົ່ງຜູ້ຊົມໃຊ້ ຊາວຈີນ ໄປຍັງເວັບໄຊທ໌ທີ່ຮົງກົງໂດຍອັດຕະໂນມັດ.

ໃບອະນຸຍາດຂອງບໍລິສັດ GOOGLE ຈະຕ້ອງໄດ້ຕໍ່ອາຍຸ ໃນວັນພຸດມື້ອື່ນນີ້.

XS
SM
MD
LG