ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ບໍລິສັດ Google ຮຽກຮ້ອງ ເກົາເໜືອ ໃຫ້ປ່ອຍ ໃຫ້ປະຊາຊົນ ໃຊ້ອິນເທີແນັດ ຫຼາຍຂຶ້ນ



ທ່ານ Eric Schmidt ປະທານ​ບໍລິຫານບໍລິສັດ​ Google ທີ່​ສິ້ນ​ສຸດ​ການ​ຢ້ຽມຢາມ​ເກົາຫຼີ​ເໜືອ​ຢ່າງ​ເປັນ​ການ​ສ່ວນ​ຕົວເມື່ອ​ວັນ​ພະຫັດ​ມື້​ນີ້ ​ຮຽກຮ້ອງ​ໃຫ້​ປະ​ເທດ​ຄອມ​ມີ​ວນີສ ທີ່ຢູ່​ໂດດດ່ຽວ​ດັ່ງກ່າວ ​ເປີດ​ໂອກາດ​ໃຫ້​ປະຊາຊົນ​ຂອງ​ຕົນ​ໄດ້​ຊົມ​ໃຊ້ອິນ​ເທີແນັດຫຼາຍຂຶ້ນ.

​ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ ທີ່​ສະໜາມ​ບິນ​ປັກ​ກິ່ງ​ ທ່ານ Schmidt ​ເວົ້າວ່າ ທ່ານ​ໃຊ້​ການ​ຢ້ຽມຢາມ​ຂອງ​ທ່ານ​ຄັ້ງ​ນີ້​ເພື່ອ​ຕັກ​ເຕືອນ​ເກົາຫຼີ​ເໜືອ ວ່າ​ ​ເກົາຫຼີ​ເໜືອ​ສ່ຽງ​ຕໍ່​ການມີ​ເສດຖະກິດ​ທີ່​ລ້າຫຼັງໝູ່​ລົງ​ໄປເລື້ອຍໆ ຖ້າ​ປະ ​ເທດ​ດັ່ງກ່າວ​ຫາກ​ຍັງ​ສືບ​ຕໍ່​ບັງຄັບ​ຕົນໃຫ້​ຢູ່​ໂດດດ່ຽວ​ຕໍ່​ໄປນັ້ນ.

“ສຽງ”
ທ່ານ Schmidt ​ເວົ້າ​ວ່າ: “ລັດຖະບານ​ເກົາ​ຫຼີ​ເໜືອຈະ​ຕ້ອງ​ກະທໍາ​ຢ່າງ​ໃດ ຢ່າງ​ນຶ່ງ ຄື​ຕ້ອງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ເພື່ອ​ໃຫ້​ປະຊາຊົນ ສາມາດ​ໃຊ້ອິນ​ເທີແນັດ​ໄດ້ ທີ່​ລັດຖະບານ​ເກົາຫຼີ​ເໜືອ​ຍັງ​ບໍ່​ໄດ້​ປະຕິບັດ ບັດ​ນີ້​ມັນເປັນ​ທາງ​ເລືອກ​ຂອງ​ເກົາຫຼີ​ເໜືອ​ແລ້ວ ແລະ​ໃນ​ທັດສະນະ​ຂອງ​ຂ້າພະ​ເຈົ້າ ມັນ​ເປັນ​ເວລາ​ທີ່​ພວກ​ເຂົາ​ເຈົ້າ ຈະ​ເລີ່​ມຕົ້ນ​ໄດ້​ແລ້ວ ຖ້າ​ບໍ່​ດັ່ງ​ນັ້ນ​ເກົາຫຼີ​ເໜືອ ຍັງຈະ​ລ້າຫຼັງຢູ່​ຕໍ່​ໄປ.”

ທ່ານ Schmidt ​ໄດ້ໄປ​ຢ້ຽມຢາມ​ເກົາ​ຫຼີ​ເໜືອ​ ຮ່ວມ​ກັບ​ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ສະຫະ​ປະຊາ​ຊາດ ທ່ານ Bill Richardson ຜູ້​ທີ່​ເວົ້າ​ວ່າ ທ່ານ​ໄດ້​ຮຽກຮ້ອງ​ ໃຫ້​ເຈົ້າໜ້າ​ທີ່​ເກົາຫຼີ​ເໜືອ ຈົ່ງ​ດຳ​ເນີນ​ການ​ຢຸດ​ເຊົາ​ເປັນ​ການຊົ່ວຄາວໃນ​ການ​ທົດ​ລອງ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະ ອາວຸດນີວ​ເຄຼຍທີ່​ອາດເປັນ​ໄປ​ໄດ້​ນັ້ນ.

ທ່ານ Richardson ​ເວົ້າ​ວ່າ ຄະນະ​ຜູ້ແທນ​ຂອງ​ທ່ານ ບໍ່​ສາມາດ​ເຂົ້າພົບກັບຊາ​ວອະ​ເມຣິ ກັນ​ເຊື້ອ​ສາຍເກົາຫຼີ ທີ່​ຖືກ​ກັກ​ຂັງ​ຢູ່​ນັ້ນທ້າວ Kenneth Bae ຜູ້​ທີ່ເກົາຫຼີ​ເໜືອ​ຂູ່​ວ່າຈະ​ດໍາ​ເນີນ​ຄະດີ​ໃນ​ຂໍ້ຫາ​ກໍ່​ອາດຊະຍາ​ກໍາ​ທີ່​ບໍ່​ເຈາະ​ຈົງ​ຕໍ່ຕ້ານ​ເກົາ​ຫຼີ​ເໜືອ​ນັ້ນ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ກ່າວ​ໂຈມ​ຕີໄລຍະເວລາ​ໃນ​ການ​ຢ້ຽມ ຢາມ​ຄັ້ງ​ນີ້ ຊຶ່ງ​ມີ​ຂຶ້ນ​ໃນ​ເວລາທີ່​ວໍ​ຊິງ​ຕັນ ​ແລະ​ພັນທະ​ມິດ​ຂອງ​ຕົນ​ຜັກ​ດັນ​ໃຫ້​ລົງ​ໂທດ​ພຽງ​ຢາງ​ຕື່ມ​ອີກ ຫຼັງ ຈາກ​ການ​ທົດ​ລອງ​ຍິງ​ຈະຫຼວດ​ເມື່ອ​ເດືອນ​ທັນ​ວາ ຜ່ານມາ.
XS
SM
MD
LG