ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໙ ຕຸລາ ໒໐໒໔

ແອັບ Gemini ຜູ້ຊ່ວຍທີ່ເປັນປັນຍາປະດິດຂອງ Google ເວົ້າແບບດຽວກັນກັບການໂຄສະນາຊວນເຊື່ອຂອງຈີນ


ແຟ້ມພາບ - ຜູ້ບໍລິຫານດ້ານຕົວອັກສອນ ທ່ານ ຊຸນດາ ພິໄຈ (Sundar Pichai) ກ່າວ ກ່ຽວກັບ Gemini ຢູ່ທີ່ງານ Google I/O ງານນຶ່ງ ໃນ Mountain View, ລັດຄາລິຟໍເນຍ.
ແຟ້ມພາບ - ຜູ້ບໍລິຫານດ້ານຕົວອັກສອນ ທ່ານ ຊຸນດາ ພິໄຈ (Sundar Pichai) ກ່າວ ກ່ຽວກັບ Gemini ຢູ່ທີ່ງານ Google I/O ງານນຶ່ງ ໃນ Mountain View, ລັດຄາລິຟໍເນຍ.

ບໍ່ດົນມານີ້, ວີໂອເອ ພະແນກພາສາຈີນກາງ ໄດ້ນຳເອົາ ແອັບ Gemini ທີ່ເປັນຜູ້ຊ່ວຍລະບົບປັນຍາປະດິດຂອງ Google ມາທົດລອງໃຊ້ ໂດຍຖາມຄຳຖາມ ລະບົບດັ່ງກ່າວ ເປັນພາສາຈີນກາງຫຼາຍສິບຄໍາຖາມ, ແຕ່ເມື່ອຖືກຖາມກ່ຽວກັບຫົວຂໍ້ຕ່າງໆ ລວມທັງການລ່ວງລະເມີດສິດທິມະນຸດຂອງຈີນ ໃນເມືອງ ຊິນຈຽງ (Xinjiang) ຫຼືການປະທ້ວງຕາມຖະຫນົນ ກ່ຽວກັບນະໂຍບາຍ COVID ທີ່ມີການໂຕ້ຖຽງກັນຂອງປະເທດ, ແອັບທີ່ເອີ້ນວ່າ chatbot ນີ້ເຊິ່ງເປັນໂປແກຼມຄອມພິວເຕີ ຫຼື ປັນຍາປະດິດ ທີ່ສາມາດຕອບໂຕ້ກັບມະນຸດຜ່ານຕົວອັກສອນ ຫຼື ສຽງ, ກໍໄດ້ມິດໄປ.

ໃນທາງກົງກັນຂ້າມ, ການຕອບຄຳຖາມຂອງແອັບ Gemini ກ່ຽວກັບບັນຫາໃນສະຫະລັດ ແລະໄຕ້ຫວັນ, ແມ່ນຍໍ້າຄືນຈຸດຢືນຢ່າງເປັນທາງການຂອງປັກກິ່ງ.

ແອັບ Gemini, ເຊິ່ງເປັນຮູບແບບລະບົບພາສາຂະຫນາດໃຫຍ່ຂອງ Google ທີ່ເປີດຕົວໃນທ້າຍປີທີ່ຜ່ານມາ, ໄດ້ຖືກກີດກັ້ນໃນປະເທດຈີນ. ບໍ​ລິ​ສັດ​ເທັກໂນໂລຈີ​ທີ່​ຕັ້ງ​ຢູ່​ລັດ​ຄາ​ລິ​ຟໍ​ເນຍດັ່ງກ່າວ ​ໄດ້ຖອນໂຕອອກ​ຈາກ​ຕະ​ຫຼາດ​ຈີນ​ໃນ​ປີ 2010 ເນື່ອງຈາກມີ​ການ​ຂັດແຍ້ງ​ກັນ ​ກ່ຽວ​ກັບເລື້ອງຂໍ້ຮຽກຮ້ອງໃນການກວດກາສື່ມວນຊົນ ຫຼື censorship​.

ບັນດາສະມາຊິກລັດຖະສະພາ ແລະບັນດານັກຊ່ຽວຊານ ກ່າວຕໍ່ວີໂອເອວ່າ ພວກເຂົາ ມີຄວາມເປັນຫ່ວງຕໍ່ການຕອບໂຕ້ຂອງແອັບ Gemini ທີ່ສະໜັບສະໜູນປັກກິ່ງ ແລະຮຽກຮ້ອງໃຫ້ Google ແລະບໍລິສັດຕາເວັນຕົກອື່ນໆ ມີຄວາມໂປ່ງໃສຫຼາຍຂຶ້ນ ກ່ຽວກັບຂໍ້ມູນການຝຶກອົບຮົມ AI ຂອງພວກເຂົາ.

ເມື່ອຖືກຂໍໃຫ້ອະທິບາຍເຖິງຜູ້ນໍາສູງສຸດຂອງຈີນ, ທ່ານ ສີ ຈິ້ນຜິງ (Xi Jinping), ແລະພັກຄອມມິວນິສຂອງຈີນ, ແອັບ Gemini ໄດ້ໃຫ້ຄໍາຕອບທີ່ບໍ່ສາມາດແຍກອອກຈາກການໂຄສະນາຊວນເຊື່ອຂອງທາງການປັກກິ່ງ.

ແອັບ Gemini ເອີ້ນ ທ່ານ ສີ (Xi) ວ່າ "ຜູ້ນໍາທີ່ດີເລີດ" ຜູ້ທີ່ "ຈະນໍາພາປະຊາຊົນຈີນຢ່າງຕໍ່ເນື່ອງ ໄປສູ່ການຟື້ນຟູຄັ້ງໃຫຍ່ຂອງປະເທດຊາດຈີນ."

ແອັບ Gemini ກ່າວ​ວ່າ ພັກ​ຄອມ​ມິວນິສ​ຈີນ "​ເປັນ​ຕົວ​ແທນຂອງ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ຈີນ", ເຊິ່ງ​ເປັນ​ຄຳກ່າວອ້າງທີ່ CCP ຫຼື ສປ ຈີນ ​ເອງ ຢືນຢັນ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

VOA’s Mandarin Service recently took Google’s artificial intelligence assistant Gemini for a test drive by asking it dozens of questions in Mandarin, but when it was asked about topics including China’s human rights abuses in Xinjiang or street protests against the country’s controversial COVID policies, the chatbot went silent.

Gemini’s responses to questions about problems in the United States and Taiwan, on the other hand, parroted Beijing’s official positions.

Gemini, Google’s large-language model launched late last year, is blocked in China. The California-based tech firm had quit the Chinese market in 2010 in a dispute over censorship demands.

Congressional lawmakers and experts tell VOA that they are concerned about Gemini’s pro-Beijing responses and are urging Google and other Western companies to be more transparent about their AI training data.

Parroting Chinese propaganda

When asked to describe China’s top leader Xi Jinping and the Chinese Communist Party, Gemini gave answers that were indistinguishable from Beijing’s official propaganda.

Gemini called Xi “an excellent leader” who “will lead the Chinese people continuously toward the great rejuvenation of the Chinese nation.”

Gemini said that the Chinese Communist Party “represents the fundamental interest of the Chinese people,” a claim the CCP itself maintains.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG