ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນເວລາເກືອບ 20 ປີ ທີ່ທະຫານ ສຫລ ປະຕິບັດງານ ຢູ່ອັຟການິສຖານແລ້ວ ທະຫານກຸ່ມສຸດທ້າຍ ກໍອອກຈາກປະເທດນັ້ນໄປ


ພວກທະຫານສະຫະລັດ ກໍາລັງຂຶ້ນເຮືອບິນທະຫານອາກາດຂອງສະຫະລັດ ທີ່ສະໜາມບິນກາບູລ, ວັນທີ 30 ສິງຫາ, 2021.
ພວກທະຫານສະຫະລັດ ກໍາລັງຂຶ້ນເຮືອບິນທະຫານອາກາດຂອງສະຫະລັດ ທີ່ສະໜາມບິນກາບູລ, ວັນທີ 30 ສິງຫາ, 2021.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນມີກຳນົດທີ່ຈະກ່າວຄຳປາໄສ ຕໍ່ປະ ເທດຊາດໃນວັນອັງຄານມື້ນີ້ ຫຼັງຈາກການຖອນທະຫານອາເມຣິກັນກຸ່ມສຸດທ້າຍອອກຈາກອັຟການິສຖານ ແລະການສິ້ນສຸດລົງຂອງສົງຄາມ ທີ່ແກ່ຍາວມາໄດ້ສອງທົດສະວັດ ທີ່ປ່ອຍໃຫ້ພວກຕາລີບານຂຶ້ນກໍາອຳນາດໄດ້ນັ້ນ.

ທ່ານໄບເດັນໄດ້ກ່າວຢູ່ໃນຖະແຫຼງການອັນສັ້ນໆ ສະບັບນຶ່ງໃນວັນຈັນວານນີ້ວ່າທ່ານຈະເວົ້າກ່ຽວກັບການຕັດສິນໃຈຂອງທ່ານ ເປັນການສະເພາະທີ່ບໍ່ຍອມຕໍ່ເວລາການມີທະຫານສະຫະລັດປະຈໍາຢູ່ໃນນະຄອນຫຼວງກາບູລເກີນກຳນົດເສັ້ນຕາຍວັນທີ 31 ສິງຫາທີ່ທ່ານໄດ້ວາງໄວ້ນັ້ນ.

ເປັນເວລາຫຼາຍອາທິດທີ່ທ່ານໄບເດັນ ແລະສະມາຊິກຄົນອື່ນໃນຄະນະລັດຖະບານຂອງທ່ານໄດ້ປຶກສາຫາລືກັນ ກ່ຽວກັບຄວາມເປັນໄປໄດ້ຂອງການຢູ່ຕໍ່ໄປ, ການດຸ່ນດ່ຽງສິ່ງທ້າທາຍ ແລະຜົນປະໂຫຍດຂອງການປະຕິບັດງານຄັ້ງໃຫຍ່ເພື່ອຍົກຍ້າຍເອົາພົນລະເມືອງສະຫະລັດ ແລະພົນລະເຮືອນອັຟການິສຖານໃສ່ກັບໄພຂົ່ມຂູ່ດ້ານຄວາມປອດໄພທີ່ໜ້າເຊື່ອວ່າຈະເກີດຂຶ້ນໄດ້.

ທ່ານໄບເດັນກ່າວວ່າ "ມັນແມ່ນຄຳແນະນຳທີ່ເປັນເອກະພາບກັນ ຂອງຫົວໜ້າ ເສນາທິການຮ່ວມ ແລະຜູ້ບັນຊາການທັງໝົດຂອງພວກເຮົາຢູ່ພາກພື້ນດິນ ເພື່ອຍຸຕິພາລະກິດໃນການເອົາຄົນບິນອອກປະເທດຂອງພວກເຮົາຕາມແຜນການວາງໄວ້." "ຕາມທັດສະນະຂອງເຂົາເຈົ້າກໍແມ່ນວ່າ ການສິ້ນສຸດພາລະກິດທາງທະ ຫານຂອງພວກເຮົາແມ່ນວິທີທີ່ດີທີ່ສຸດເພື່ອປົກປ້ອງຊີວິດຂອງທະຫານຂອງພວກເຮົາ ແລະຮັບປະກັນຄວາມສາມາດໃນການເດີນທາງອອກປະເທດຂອງພົນລະເຮືອນສຳລັບຜູ້ທີ່ຢາກອອກຈາກອັຟການິສຖານ ໃນຫລາຍອາທິດ ແລະເດືອນຂ້າງໜ້ານີ້."

ທ່ານກ່າວຕໍ່ໄປວ່າ "ກຸ່ມຕາລີບານໄດ້ໃຫ້ຄຳໝັ້ນສັນຍາໃນການອະນຸຍາດໃຫ້ເດີນທາງໄປຢ່າງປອດໄພ ແລະໂລກກໍຈະຍຶດເຮັດໃຫ້ພວກເຂົາຮັກສາຄຳໝັ້ນສັນຍາຂອງຕົນ.”

ການຕັດສິນໃຈຂອງທ່ານໄບເດັນໃນການຍຶດໝັ້ນຕໍ່ວັນກຳນົດເສັ້ນຕາຍໃນການຖອນທະຫານອອກນັ້ນ ໄດ້ມີການວິພາກວິຈານ ຈາກຄູ່ແຂ່ງທາງການເມືອງ, ແລະພັນທະມິດຂອງທ່ານບາງຄົນ. ການອອກໄປຂອງສະຫະລັດມີຂຶ້ນບໍ່ເທົ່າໃດມື້ກ່ອນຈະຮອດວັນຄົບຮອບ 20 ປີ ຂອງການໂຈມຕີແບບກໍ່ການຮ້າຍໃນວັນທີ 11 ກັນຍາ 2001 ທີ່ໄດ້ກະຕຸ້ນໃຫ້ສະຫະລັດສົ່ງທະຫານເຂົ້າໄປໃນອັຟການິສຖານເພື່ອຕາມລ່າຫາພວກກໍ່ການຮ້າຍອາລ-ຄາຍດາ (al-Qaida) ທີ່ວາງແຜນໃນການໂຈມຕີ ແລະພວກຫົວຮຸນແຮງຕາລິບານທີ່ໃຫ້ບ່ອນພັກພິງແກ່ພວກເຂົາ.

ຜູ້ບັນຊາການໃນພາກຕາເວັນອອກກາງສະຫະລັດ ໄດ້ປະກາດການສິ້ນສຸດພາ ລະກິດຂອງສະຫະລັດຢູ່ໃນອັຟການິສຖານຢູ່ໃນກອງປະຊຸມຖະແຫຼງຂ່າວໃນວັນຈັນວານນີ້ ທີ່ທຳນຽບຫ້າແຈ ໂດຍບອກພວກນັກຂ່າວວ່າເຮືອບິນສະຫະລັດລຳສຸດທ້າຍ ໄດ້ບິນອອກຈາກນະຄອນຫຼວງກາບູລແລ້ວ ກ່ອນເວລາທ່ຽງຄືນຕາມເວລາທ້ອງຖິ່ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG