ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວລາວອະເມຣິກັນ ຈະຈັດການແຂ່ງຂັນກ໊ອຟ ເພື່ອສະຫຼອງປີໃໝ່ລາວ


ຜູ້ເຂົ້າແຂ່ງຂັນກ໊ອຟລາວພ້ອມດ້ວຍຄະນະ ທີ່ສະໝາມກ໊ອຟ East Lake, California
ຜູ້ເຂົ້າແຂ່ງຂັນກ໊ອຟລາວພ້ອມດ້ວຍຄະນະ ທີ່ສະໝາມກ໊ອຟ East Lake, California

ໃນຊ່ວງເດືອນເມສານີ້ກໍຖືວ່າເປັນຊ່ວງຂອງການສະເຫຼີມສະຫຼອງກຸດສົງການ ບຸນປີໃໝ່ລາວ ຊຶ່ງທາງຊາວລາວໃນຕ່າງແດນໃນທົ່ວໂລກ ກໍຈະພາກັນຈັດງານລື່ນເລີງນີ້ ໃນວັນຢຸດສຸດສັບ ປະດາ ແລະມື້ນີ້ທາງລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ຈະນໍາເອົາການ ສໍາພາດກັບຜູ້ຕາງໜ້າ 2 ທ່ານ ຈາກປະຊາຄົມລາວ ອະເມຣິກັນ ໃນລັດ California ກ່ຽວກັບການຈັດແຂ່ງຂັນ GOLF ເພື່ອປະກອບໃນການສະຫຼອງນີ້ ມາສະເໜີທ່ານ ຂໍເຊີນທ່ານພົບກັບວັນນະສອນໄດ້ ໃນອັນດັບຕໍ່ໄປ.

ດັ່ງທີ່ໄດ້ບອກທ່ານຜູ້ຟັງໄປແລ້ວວ່າ ຜູ້ຄົນທີ່ມີເຊື້ອສາຍ
ລາວໃນຕ່າງແດນ ຢູ່ທົ່ວສາລະທິດຕ່າງກໍໃຫ້ຄວາມສຳຄັນ
ໃນການຮັກສາໄວ້ຊຶ່ງມີວັດທະນະທໍາແລະຮີດຄອງປະເພນີ
ອັນດີງາມນີ້ໃຫ້ຄົນຮຸ້ນຫຼັງສືບທອດຕໍ່ໄປ ແລະໃຫ້ຊາວໂລກ
ໄດ້ຮັບຮູ້ແລະຮຽນຮູ້ເຖິງຂະນົບປະເພນີຂອງລາວ ທັງຮູ້ວ່າ
ລາວແມ່ນໃຜແລະມາຈາກໃສ ຮວມທັງການສະໝານ
ສາມະຄີຂອງຄົນລາວຮຸ້ນໃໝ່ໃນຕ່າງແດນ ແລະວັນນີ້
ທາງປະຊາຄົມລາວໃນພາກໃຕ້ລັດ California ຈາກ 4
ສະມາຄົມຈະມາໃຫ້ສໍາພາດກ່ຽວກັບການແຂ່ງຂັນກ໊ອຟ
ສໍາລັບເລື່ອງລາວ​ຄວາມ​ເປັນ​ມາ​ຢ່າງໃດນັ້ນ ຂໍ​ເຊີນທ່ານ​
ຮັບ​ຟັງ​ໄດ້​ໃນ​ອັນ​ດັບ​ຕໍ່​ໄປ.

/ການ​ສໍາພາດ ກັບ ທອງ​ສະຫວັນ ສໍ​. ພາບມີ​ໄຊ ​ແລະ ພິງ ລັດ​ວົງ/

ເຖິງແມ່ນວ່າການແຂ່ງຂັນ ກ໊ອຟ ຄັ້ງນີ້ ຈະເປັນຄັ້ງທໍາອິດໃນສະຫະລັດກໍຕາມ, ແຕ່ກໍ
ຖືວ່າເປັນການຮວມຕົວຂອງນັກຫຼິ້ນກ໊ອຟທີ່ໃຫຍ່ສຸດອັນນຶ່ງ ໃນການປະກອບສ່ວນຂອງ
ປະຊາຄົມລາວ ອະເມຣິກາ ແລະກໍເປັນການແຂ່ງຂັນໃນເຊີງອະນຸລັກທີ່ຄົງໄວ້ຊຶ່ງຮີດ
ຄອງປະເພນີລາວ ທີ່ຈະໄດ້ຈັດຂຶ້ນໃນວັນທີ 16 ເມສານີ້ ທີ່ East Lake, ເມືອງ San
Diego, ລັດ California ເພື່ອເປັນການປະກອບສ່ວນຂອງການສະເຫຼີມສະຫຼອງກຸດ
ສົງການປີໃໝ່ລາວ ໃນແບບສະບັບປະເພນີລາວ ໃນການເປີດງານນີ້ ຈະມີບັນດານາງ
ສາວລາວແຕ່ງຊຸດປະຈໍາຊາດ ໃສ່ສິ້ນໄໝ ບ່ຽງຜ້າ ແລະເກົ້າຜົມຕ້ອນຮັບແຂກແລະ
ພົບປະຜູ້ຄົນ ຊຶ່ງຖືວ່າເປັນການລິເລີ່ມທີ່ດີ ແລະວ່າຄັ້ງຕໍ່ໄປຈະມີການແຂ່ງຂັນທີ່ເປີດ
ກ້ວາງອອກໄປອີກ ຊຶ່ງອາດຈະມີຮວມທັງນັກກ໊ອຟລາວໃນຕ່າງປະເທດແລະ
ທັງສປປລາວນໍາ.

ສະມາຄົມກ໊ອຟລາວ Orange County
ສະມາຄົມກ໊ອຟລາວ Orange County

ສະມາຄົມກ໊ອຟລາວ San Diego
ສະມາຄົມກ໊ອຟລາວ San Diego

ສໍາຫຼັບລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ໃນອາທິດໜ້າຈະແມ່ນ
ກ່ຽວກັບເລື່ອງການສະຫຼອງປີໃໝ່ລາວແບບໃດນັ້ນ ຂໍເຊີນທ່ານຜູ້ຟັງລໍຖ້າຮັບຟັງໄດ້.

ຂໍເຊີນ click ຮູບໂທລະໂຄ່ງດ້ານຂວາມື ເພື່ອຮັບຟັງການສໍາພາດໄດ້.

XS
SM
MD
LG