ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາຄາຄໍາຖີບຕົວສູງຂຶ້ນ ເປັນປະວັດການ


ລາຄາຄໍາ ທີ່ກໍາລັງຖີບຕົວສູງຂຶ້ນເປັນປະວັດການ
ລາຄາຄໍາ ທີ່ກໍາລັງຖີບຕົວສູງຂຶ້ນເປັນປະວັດການ

ລາຄາຄໍາໄດ້ຖີບຕົວສູງຂຶ້ນເປັນປະວັດການເມື່ອວັນອັງຄານ
ມື້ວານນີ້ ຄື 1,500 ໂດລາຕໍ່ນຶ່ງອອນຊ໌ ຫລືປະມານສອງ
ບາດກວ່າ ໃນຂະນະທີ່ພວກນັກລົງທຶນພາກັນຊອກຫາທາງ
ເລືອກອື່ນແທນເງິນໂດລາສະຫະລັດນັ້ນ.

ລາຄາຄໍາໄດ້ຖີບຕົວສູງຂຶ້ນ ເຖິງ 31 ເປີເຊັນໃນປີຜ່ານມາ
ຊຶ່ງມັນໄດ້ທໍາລາຍສິ່ງກີດກັ້ນທາງຈິດຕະວິທະຍາໃນລາຄາ
1,500.50 ຕໍ່ນຶ່ງອອນຊ໌ຫລືສອງບາດກວ່າກ່ອນທີ່ຈະຫຼຸດ
ລາຄາລົງຫຼາຍໂດລາຕໍ່ອອນ.

ໃນເຫດການບໍ່ໝັ້ນຄົງຕ່າງໆທີ່ເກີດຂຶ້ນຢູ່ໃນທົ່ວໂລກເມື່ອ
ບໍ່ເທົ່າໃດເດືອນຜ່ານມານີ້ເຊັ່ນເຫດການຄວາມບໍ່ສະຫງົບດ້ານການເມືອງໃນຂົງເຂດຕາເວັນ
ອອກກາງແລະເຫດແຜ່ນດິນໄຫວແລະຄື້ນຟອງສຸນາມິໃນຍີ່ປຸ່ນໃນເວລາຕໍ່ມານັ້ນແມ່ນໄດ້ຜັກ
ດັນໃຫ້ພວກນັກລົງທຶນທັງຫລາຍຊອກຫາວັດ ຖຸຫລືຊັບສິນປະເພດອືນທີ່ພວກເຂົາເຈົ້າມອງ
ເຫັນວ່າຈະໃຫ້ຄວາມໝັ້ນຄົງ ໃນດ້ານລາຄາ ຊຶ່ງນັ້ນກໍຄືພວກເຂົາເຈົ້າພາກັນຊື້ຄໍາຫລາຍເພີ່ມ
ຂຶ້ນນັບມື້.

ລາຄາຄໍາໄດ້ຖີບຕົວຂຶ້ນສູງເປັນປະວັດການຄັ້ງໃໝ່ຫລັງຈາກບໍລິສັດການເງິນ Standard &
Poor ໄດ້ລົດລະດັບສະພາບການເສດຖະກິດ ຂອງສະຫະລັດ ໃນອະນາຄົດຈາກລະດັບທຸ່ນ
ທ່ຽງລົງມາຢູ່ໃນລະດັບລົບ ໃນມື້ວັນຈັນຜ່ານມາ ເນຶ່ອງຈາກມີຄວາມຢ້ານກົວວ່າພວກຜູ້ນໍາ
ພາຂອງສະຫະລັດ ບໍ່ສາມາດທີ່ຈະຕົກລົງກັນໄດ້ກ່ຽວກັບເລຶ່ອງໜີ້ສິນຂອງປະເທດທີ່ກໍາລັງ
ຖີບຕົວສູງຂຶ້ນນັບມື້ນັ້ນ.

ພວກນັກວິເຄາະບາງຄົນກ່າວວ່າ ລາຄາຄໍາອາດຖີບຕົວສູງຂຶ້ນໄປກວ່ານີ້ອີກ ນອກນີ້ແລ້ວ
ພວກນັກລົງທຶນພາກັນຊື້ວັດຖຸ ທີ່ມີລາຄາຕໍ່າກວ່າຄໍາ ຊຶ່ງກໍຄືເງິນແທ່ງ ທີ່ໄດ້ຖີບຕົວສູງຂຶ້ນ
ຫລາຍກວ່າ 43 ໂດລາຕໍ່ນຶ່ງອອນຊ໌ຫລືສອງບາດກວ່າ ຊຶ່ງເປັນລາຄາສູງສຸດ ໃນຮອບສາມ
ສິບປີ.

XS
SM
MD
LG