ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກແລ່ນມາຣາທອນ ໄປຊອກຮຽນເຄັດລັບ ຈາກຄົນເຄັນຢາ (ເບິ່ງວີດີໂອພາສາອັງກິດ ແລະຮຽນໄປພ້ອມ)


ພວກເຮົາ​ຂໍ​ສະ​ເໜີ​ສາລະ​ຄະ​ດີກິລາ​ຂອງ​ວີ​ໂອ​ເອພະ​ແນ​ກພາສາ​ອັງກິດ​ພິ​ເສດ ທີ່​ທ່ານ ສາມາດ ຮຽນ​ພາສາ​ອັງກິດ​ໄປ​ພ້ອມ ກ່ຽວ​ກັບ​ນັກ​ກິລາ​ແລ່ນ​ມາຣາທອນ ຫລື​ແລ່ນ​ທົນຂອງ​ປະ​ເທດ ເຄັນ​ຢາ ທີ່​ມີ​ຊື່ສຽງໂດ່​ງດັງ​ໄປ​ທົ່ວ​ໂລກ ຍ້ອນ​ໄດ້​ຊະນະ​ເລີດ​ການ​ແຂ່ງຂັນ​ແລ່ນ​ທົນລະດັບໂລກ ​ເກືອ​ບວ່າ​ໃນ​ທຸກຄັ້ງ ຊຶ່ງ​ພາ​ໃຫ້​ນັກ​ກິລາ​ແລ່ນ​ຈາກ​ຕ່າງປະ​ເທດ ຢາກ​ໄປ​ຄົ້ນ​ຄ້ວາ ຊອກຫາ​ເຄັດ​ລັບຈາກ​ພວກ​ເຂົາ​ເຈົ້າ. ບົວ​ສະຫວັນ​ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ມາສະ​ເໜີ​ທ່ານ.

ເບິ່ງວີດິໂອພາສາອັງກິດ

ນັກແລ່ນມາຣາທອນຊາວເຄັນຢາ ​ແມ່ນມີຊື່ສຽງລະດັບໂລກໃນ ການໄດ້ຮັບໄຊຊະນະໃນ
ການແຂ່ງຂັນ. ສະນັ້ນ ພວກນັກກິລາຕ່າງ ປະເທດບາງຄົນ ຈຶ່ງ​ພາກັນເດີນທາງໄປປະ​
ເທດເຄັນຢາ ເພື່ອຮຽນເອົາ ເຄັດລັບຂອງ​ເຂົາ​ເຈົ້າ. ຫລາຍຄົນໄປທີ່ເມືອງອີເທັນ (Iten)
ຊຶ່ງເປັນເມືອງນ້ອຍໆ ຕັ້ງຢູ່ສູງກວ່າລະດັບນໍ້າທະເລ ປະມານ 2,400 ແມັດ ແລະປະມານ
350 ກິໂລແມັດ ຫ່າງຈາກນະຄອນຫລວງໄນໂຣບີ (Nairobi) ໄປທາງທາງທິດເໜືອ.

ນາງ ລໍນາ ຄີປລາກັດ (Lornah Kiplagat) ເກີດໃນປະເທດເຄັນຢາ. ນາງໄດ້ຮັບໄຊ ຊະນະໃນການແລ່ນມາຣາທອນຢູ່​ໃນທົ່ວໂລກ ແລະໄດ້ ທໍາສະຖິຕິໂລກຫລາຍຄັ້ງມາ
ແລ້ວ. ນາງເປັນຫົວໜ້າສູນກາງຝຶກອົບຮົມ ລະດັບສູງ ຫລື High Altitude ຢູ່ເມືອງອີ
ເທັນ. ນາງກ່າວວ່າ:

“ລະດັບຄວາມສູງຢູ່ບ່ອນໜີ້ ແມ່ນ ເໝາະສົມດີທີ່ສຸດ. ມັນບໍ່ສູງເກີນໄປ ແລະ
ກໍບໍ່ຕໍ່າເກີນໄປ. ອາກາດບໍ່ ເຄີຍຮ້ອນຈັກເທື່ອ, ມັນອຸ່ນຢູ່ຕະຫລອດ ແຕ່ວ່າ
ມັນກໍມີລົມໂຊຍພັດມາ ຕະຫລອດ. ​ແລ້ວ​ກໍມີທຸກສິ່ງທຸກຢ່າງທີ່ທ່ານຕ້ອງການ.
ມີບ່ອນອອກ ກໍາລັງກາຍ, ມີສະລອຍນໍ້າ, ອາຫານກໍດີ, ທໍາມະຊາດກໍດີອີກ.
ສະນັ້ນ ທຸກສິ່ງທຸກຢ່າງພວກນີ້ ຮວມເຂົ້າກັນ ແມ່ນແນ່ນອນ ເຮັດໃຫ້ບ່ອນນີ້
ເປັນບ່ອນດີ​ເຝິກ​ແອບທີ່ສຸດໃນໂລກ.”

ນັກແລ່ນມາຣາທອນລະດັບນໍາໜ້າ ​ແມ່ນສາມາດຫາ​ເງິນ​ໄດ້ຫລາຍ ລ້ານໂດລາຕໍ່ປີ
ໂດຍການໂຄສະນາສິນຄ້າ, ໂດຍການປະກົດໂຕ ໃນທີ່ສາທາລະນະ​ແລະ​ງານ​ຕ່າງໆ
ແລະຈາກ​ເງິນລາງວັນຊະນະເລີດ. ຫລັງຈາກກາຍເປັນຜູ້ໂດ່ງດັງ​ແລ້ວ ນັກແລ່ນຊາວ
ເຄັນຢາຫລາຍຄົນ ພາກັນສ້າງບ້ານເຮືອນຢູ່ເມືອງອີເທັນ ແລະກໍຝຶກແອບຢູ່ທີ່ນັ້ນ.
ການຝຶກແອບ ສາມາດຮ້າຍ​ແຮງ​ແລະ​ໜັກໜ່ວງ​ໄດ້ ຍ້ອນທີ່ຕັ້ງຂອງເມືອງແມ່ນຢູ່ໃນ
ລະດັບສູງ ແລະໂພນຕ່າງໆ ຢູ່ຮ່ອມພູ ເກຣດ ຣິຟທ໌ (Great Rift). ນາງ ຊາລອດ
ຊອນເບັກ (Charlotte Schonbeck), ນັກແລ່ນຈາກສະວີເດັນເວົ້າວ່າ:

“ເມື່ອເຮົາຝຶກຢູ່ບ່ອນທີ່ເທົ່າກັບລະດັບທະເລ ​ເຮົາ​ກໍສາມາດເຮັດໄດ້ເຖິງ
ລະດັບໃດນຶ່ງ ໂດຍພຽງແຕ່ທໍາການຝຶກຢູ່ໃນບ່ອນທີ່ເທົ່າກັບລະດັບນໍ້າທະ
ເລເທົ່ານັ້ນ ແລະທຸກສິ່ງຢ່າງ. ແຕ່ວ່າມາຮອດຈຸດນຶ່ງ ເຮົາກໍ​ຈະຕ້ອງການ
ບາງສິ່ງບາງຢ່າງ ນອກເໜືອໄປກວ່ານັ້ນອີກ. ແລະຈາກນັ້ນ, ຂ້ອຍຄິດວ່າ
ມັນເປັນການດີ ທີ່ຈະເລີ້ມຕົ້ນ ໂດຍການຝຶກຢູ່ໃນບ່ອນທີ່ມີລະດັບສູງກ່ວາ​
ນໍ້າ​ທະ​ເລ. ແຕ່ວ່າ ເຮົາຕ້ອງເກ່ງໃນການຝຶກຢູ່ໃນບ່ອນທີ່ມີລະດັບເທົ່າກັບ
ໜ້ານໍ້າທະເລກ່ອນ ຈຶ່ງຂຶ້ນມາຝຶກຢູ່ບ່ອນໜີ້ໄດ້.”

XS
SM
MD
LG