ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍເຈຍ ເລືອກຕັ້ງເອົາ ສະພາຊຸດໃໝ່ (ວີດີໂອກັບສະໄລດ໌)


ປະທານາທິບໍດີ Georgia ທ່ານ Mikhail Saakashvili ລົມກັບພວກນັກຂ່າວ ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນນະຄອນຫລວງ Tbilisi, ວັນທີ 1 ຕຸລາ 2012,
ປະທານາທິບໍດີ Georgia ທ່ານ Mikhail Saakashvili ລົມກັບພວກນັກຂ່າວ ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນນະຄອນຫລວງ Tbilisi, ວັນທີ 1 ຕຸລາ 2012,
ປະທານາທິບໍດີ Georgia ທ່ານ Mikhail Saakashvili
ກ່າວວ່າ ການເລືອກຕັ້ງສະພາໃນວັນຈັນມື້ນີ້ ຈະຕັດສິນ
ກ່ຽວກັບຄໍາຖາມທີ່ສໍາຄັນເປັນຕາຍ ຂໍ້ນຶ່ງ ກ່ຽວກັບອານາຄົດ
ຂອງປະເທດ.

ຊາວຈໍເຈຍຜູ້ມີສິດປ່ອນບັດ ພາກັນໄປເລືອກຕັ້ງເອົາຜູ້ສະມັກ
ເຂົ້ານັ່ງ 150 ບ່ອນນັ່ງຢູ່ໃນສະພາແຫ່ງຊາດ. Goergia ໄດ້
ທໍາການປ່ຽນແປງລັດຖະທໍາມະນູນ ເພື່ອເຮັດໃຫ້ນາຍົກລັດ
ຖະມົນຕີ ມີອໍານາດຫລາຍຢ່າງ ຊຶ່ງປັດຈຸບັນນີ້ ປະທານາທິ
ບໍດີ ເປັນຜູ້ກໍານັ້ນ. ສະພາຊຸດໃໝ່ຈະປະກາດແຕ່ງຕັ້ງນາຍົກ
ລັດຖະມົນຕີຄົນໃໝ່ໃນປີໜ້າ ຫລັງຈາກກໍາໜົດການດໍາລົງ
ຕໍາແໜ່ງ ສະໄໝທີສອງ ແລະສຸດທ້າຍ ຂອງປະທານາທິບໍດີ
Saakashvili ສີ້ນສຸດລົງ.



ໃນການປ່ອນບັດວັນຈັນມື້ນີ້ ແມ່ນເປັນການແຂ່ງຂັນກັນໃນລະຫວ່າງ ພັກຂະບວນການ
ສາມັກຄີຊາດ ຂອງທ່ານ Saakashvili ກັບ ພັກຄວາມຝັນຂອງຊາວຈໍເຈຍ ຊຶ່ງເປັນພັກ
ປະສົມ ທີ່ຈັດຕັ້ງຂຶ້ນມາໂດຍມະຫາເສດຖີ Bidzina Ivanishvili ທີ່ນິຍົມຣັດເຊຍ.

ທ່ານ Saakashvili ກ່າວວ່າ ໄຊຊະນະຂອງ ພັກຄວາມຝັນຂອງຊາວຈໍເຈຍ ແລະ ທ່ານ Ivanishvili ທີ່ຈະໄດ້ຂຶ້ນເປັນນາຍົກລັດຖະມົນຕີນັ້ນ ແມ່ນຈະດຶງ Georgia ອອກຫ່າງ
ຈາກຝ່າຍຕາເວັນຕົກ ແລະກັບເຂົ້າໄປຢູ່ພາຍໃຕ້ອິດທິພົນ ຂອງມົສກູ ອັນເປັນການກ່າວ
ຫາທີ່ ທ່ານ Ivanishvili ໄດ້ປະຕິເສດ.

ເບິ່ງວີດີໂອ ກ່ຽວກັບການເລືອກຕັ້ງ ຢູ່ ຈໍເຈຍ:
Georgians Vote Monday in Unpredictable Election
please wait

No media source currently available

0:00 0:03:16 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG