ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບົດຮຽນ GoEnglish.Me: Renting - Beginner, Pt. 1


ຕຶກອາພາທເມັນ
ຕຶກອາພາທເມັນ
ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດ
ລາວ ພູມໃຈສະເໜີລາຍການ​ຮຽນພາສາອັງກິດ GoEnglish.Me
ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາ
ຈານ ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍຄໍາສັບ ​ແລະສໍານວນ​ຕ່າງໆ.

LESSON: Renting - 1 Beginner

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ
GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ.
ບົດຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ Renting ທີ່​ແປ​ວ່າ ​ເຊົ່າຫລື​ໃຫ້​ເຊົ່າ ຕອນ​ທີນຶ່ງ ຊຶ່ງ​ເຮົາ​ຈະ​ພາທ່ານຕິດຕາມ​ນັກ​ສຶກສາ​ຄົນ​ນຶ່ງ ​ໄປ​ຊອກ​ເຊົ່າ​ເຮືອນ​ຢູ່. ​ເຊີນ​ທ່ານ​ພົບ​ກັບສອງ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ເລີຍ ເພື່ອ​ບໍ່​ໃຫ້​ເສຍ​ເວລາ.

MC: Today we’re going to learn some useful words for renting an apartment. ມື້​ນີ້ ​ເຮົາ​ຈະ​ພາ​ທ່ານຮຽນ​ຄໍາ​ສັບ​ຈໍານວນ​ນຶ່ງ ທີ່​ເປັນ​ປະ​ໂຫຍ​ດ​ໃນ​ການ​ຖາມ ​ເວລາ​ທ່ານ​ໄປ​ຊອກ​ເຊົ່າ​ ອາພາດ​ທະ​ເມັ​ນ ຫລື​ເຮືອນ​ຢູ່.

Professor: Jeff is at an apartment building. He’s meeting the landlord to ask about renting an apartment. ​ເຈັຟກໍາລັງ​ຢູ່​ທີ່​ອາພາດ​ທະ​ເມັ​ນຫລັງ​ນຶ່ງ. ລາວ​ກໍາລັງ​ພົບ​ກັບ landlord ​ເພື່ອ​ສອບ​ຖາມ​ກ່ຽວ​ກັບ​ການ​ເຊົ່າອາພາດ​ທະ​ເມັນຫ້ອງ​ນຶ່ງ.

MC: Professor, a landlord is the owner of the apartment or house that you’re going to rent, right? ​ອາຈານ, a landlord l-a-n-d-l-o-r-d ​ແມ່ນ​ເຈົ້າ​ຂອງອາພາດ​ທະ​ເມັນ ຫລືເຮືອນ ທີ່​ເຈົ້າ​ຈະ​ໄປ​ເຊົ່າ​ຢູ່ ​ແມ່ນ​ບໍ່?

P: That’s right. Listen for the word “vacancy,” which means “open” or “available.” ​ແມ່ນ​ແລ້ວ. ​ໃຫ້​ຟັງ​ປະ​ໂຫຍ​ກ “vacancy” ທີ່​ແປ​ວ່າ ມີ​ຫ້ອງ​ວ່າງ ຫລື
“open” ຫລື “available.”

Jeff: Hello, do you have any vacancies?

LL: Yes, something just opened up.

Jeff: What kind of apartment is it?

LL: It’s a one-bedroom, one-bathroom apartment.

MC: So in this case, a “vacancy” is a vacant apartment that is open for rent, right? ສະ​ນັ້ນ ​ໃນ​ກໍລະນີ​ນີ້ “vacancy” “v-a-c-a-n-c-y” ໝາຍ​ເຖິງຫ້ອງ​ອາພາດ​ທະ​ເມັນ ທີ່​ວ່າງ ຫລື a vacant apartment ​ທີ່ເປີດ​ໃຫ້​ເຊົ່າ ​ແມ່ນ​ບໍ່? ​

Professor: Exactly. “Vacant” means “empty.” ຖືກຕ້ອງ. “Vacant” ​ແປ​ວ່າ“empty.” ກໍ​ຄື ​ເປົ່າ​ວ່າງ.

MC: I see. ໂອ ຂະນ້ອຍ​ເຂົ້າ​ໃຈ​ແລ້ວ. Well, this apartment sounds pretty good.
ເອີ ຟັງ​ເບິ່ງ​ແລ້ວ ອາພາ​ດທະ​ເມັ​ນຫ້ອງ​ນີ້ ກໍ​ດີ​ສົມຄວນ​ເນາະ But I wonder, will it be too expensive for Jeff? ​ແຕ່ຂະ​ນ້ອຍ​ສົງ​ໄສ​ ມັນ​ຈະແພງ​ເກີນ​ໄປ​ຫລືບໍ່ ສໍາລັບ​ເຈັຟ?

Professor: Let’s listen and find out. ​ໄປ​ຟັງ​ເບິ່ງ​ຊັ້ນ​ນ່ະ ຫລັງ​ຈາກ​ຟັງ​ຄໍາ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ນີ້.

Jeff: Hello, do you have any vacancies? ສະບາຍດີ. ​ເຈົ້າ​ມີ​ຫ້ອງ​ວ່າງ​ບໍ່?

LL: Yes, something just opened up. ມີ. ຫ້ອງ​ນຶ່ງ​ຫາກໍ​ວ່າງ.

Jeff: What kind of apartment is it? ​ເປັນ​ອາພາດ​ທະ​ເມັ​ນ​ແບບ​ໃດ​ນໍ?

LL: It’s a one-bedroom, one-bathroom apartment. ​ເປັນ​ອາພາດ​ທະ​ເມັ​ນ
ຫ້ອງ​ນອນ​ນຶ່ງ ກັບ​ຫ້ອງ​ນໍ້າ​ຫ້ອງນຶ່ງ.

Jeff: How much is the rent?

LL: The rent is $1500 per month.

Jeff: And how much is the deposit?

LL: The deposit is $500.

MC: $1500 per month? 1500 ດອລລ່າ ຕໍ່​ເດືອ​ນ? That’s a pretty high price! ມັນ​ລາຄາ​ແພງ​ສົມຄວນ​ຕົ່ວ​ຫັ້ນ! Why does Jeff also have to pay a “deposit”? ​ເປັນ​ຫຍັງ ​ເຈັຟ ຈຶ່ງ​ຕ້ອງ​ຈ່າຍ​ຄ່າມັດ​ຈໍາ​ ນໍາ?

P: Well, if Jeff breaks something in the apartment, the landlord uses the deposit money to fix it. In addition, he may have to pay utilities too. Let’s listen. ເອີ ຖ້າ​ເຈັຟ ​ເຮັດ​ອັນ​ໃດ​ອັນ​ນຶ່ງ​ຢູ່​ໃນ​ອາພາດ​ທະ​ເມັນ​ແຕກ ​ເຈົ້າ​ຂອງ​ອາພາດທະເມັນ
ກໍ​ຈະ​ເອົາ​ເງິນ​ມັດ​ຈໍາ​ຂອງ​ລາວ ​ໄປ​ຈ່າຍ​ຄ່າ​ຊ່ອມ​ແປງ. ນອກ​ນັ້ນ​ແລ້ວ ລາວ​ກໍ​ອາດ​ຈະ​ຕ້ອງໄດ້
​ຈ່າຍ ຄ່າ​ນໍ້າ​ຄ່າ​ໄຟ ນໍາ. ​ໄປ​ຟັງ​ເບິ່ງ.

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ກ່ອນ ພ້ອມ​ກັບ​ຄໍາ​ແປ​.

Jeff: How much is the rent? ຄ່າ​ເຊົ່າ​ເທົ່າ​ໃດ​ນໍ?

LL: The rent is $1500 per month. ຄ່າ​ເຊົ່າ​ແມ່ນ 1500 ດອລລ່າ ຕໍ່​ເດືອ​ນ.

Jeff: And how much is the deposit? ​ແລ້ວ ຄ່າ​ມັດ​ຈໍາ​ເດ້ ​ເທົ່າ​ໃດ?

LL: The deposit is $500. ຄ່າ​ມັດ​ຈໍາ​ ແມ່ນ 500 ດອລລ່າ.

J: Are utilities included in the rent?

LL: Gas and water are included.

J: Do I have to pay for electricity myself?

LL: Yes, electricity is not included in the rent.

MC: Oh, I thought “utilities” include all – gas, water, and electricity too. ​ໂອ໋ຍ ຂະ​ນ້ອຍຄິດ​ວ່າ “utilities” u-t-i-l-i-t-i-e-s ​ແມ່ນ​ລວມທັງໝົດ ຄື ​ແກ໊ສ ນໍ້າ ​ແລະ​ໄຟ ນຳ.

P: Winnie, if the landlord says “all utilities are included,” then the cost of gas, water and electricity will all be included in the rent. Remember, you don’t have to say gas utilitity or water utility. You can just say gas or water. ວິນ​ນີ່
ຖ້າ​ເຈົ້າ​ຂອງ​ເຮືອນ​ເຊົ່າ ​ເວົ້າ​ວ່າ “all utilities are included” ກໍ​ໝາຍ​ຄວາມ​ວ່າ ຄ່າ ແກ໊ສ
ນໍ້າ ​ແລະ​ໄຟ ຈະ​ລວມຢູ່​ໃນ​ຄ່າ​ເຊົ່າ​ນໍາ. ​ແລະ​ຈື່​ໄວ້​ເດີ້ ​ເຈົ້າ​ບໍ່​ຕ້ອງ​ເວົ້າ gas utility ຫລື water
utility ​ເວົ້າ​ວ່າ gas ຫລື water ຊື່ໆ​ກໍ​ໄດ້.

MC: I understand. ​ເຂົ້າ​ໃຈ​ແລ້ວ. Well let’s see what else Jeff asks the landlord.
ເອົາ ໄປ​ຟັງການ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄໍາ​ແປ ​ແລ້ວ​ຟັງ​ຕໍ່​ວ່າ ​ເຈັຟຖາມ​ເຈົ້າ​ຂອງ​ບ້ານ ​ເລື້ອງ​ຫຍັງ​ອີກ​ແດ່?

J: Are utilities included in the rent? ຄ່າ​ແກ໊ສ ຄ່າ​ນໍ້າ ຄ່າ​ໄຟ ກໍລວມຢູ່​ນໍາ​ຄ່າ​ເຊົ່າ​ບໍ່?

LL: Gas and water are included. ​ແກ໊ສ ກັບ​ນໍ້າ ລວມຢູ່​ນໍາ.

J: Do I have to pay for electricity myself? ​ແລ້ວ​ຂ້ອຍ​ຕ້ອງ​ຈ່າຍ​ຄ່າ​ໄຟຟ້າ​ເອງ​ບໍ?

LL: Yes, electricity is not included in the rent. ​ແມ່​ນແລ້ວ ​ໄຟຟ້າ​ບໍ່​ໄດ້​ລວມຢູ່​ໃນ​ຄ່າ​ເຊົ່າ​.

J: Hmmm… This apartment seems a little expensive. Do you have any cheap studios?

LL: Actually, the one-bedroom is the only vacant apartment right now.

J: Do you think any studios will open up soon?

LL: No, not for a few months.

MC: A “studio”? Oh, he means a studio apartment that combines living room, bedroom and a kitchenette in a single room​. ​ໂອ ລາວ​ໝາຍ​ເຖິງອາພາດ​ທະ​ເມັ​ນ ທີ່​ລວມ​ເອົາ​ບ່ອນ​ຮັບ​ແຂກ ບ່ອນນອນ ກັບ​ຫ້ອງ​ຄົວ​ນ້ອຍໆ ​ໄວ້​ໃນ​ຫ້ອງ​ດຽວ​ກັນ. Jeff is asking about studios because they are cheaper than the one-bedroom apartment. ​ເຈັຟຖາມ​ຫາ​ຫ້ອງ​ສະຕູ​ດິ​ໂອ ​ເພາະວ່າ​ມັນ​ລາຄາ​ຖືກ​ກ່ວາ ອາພາດ​ທະ​ເມັ​ນ ຫ້ອງ​ນອນ​ຫ້ອງ​ດຽວ. But they’re not nearly as cool! ​ແຕ່​ວ່າ​ມັນ​ບໍ່​ໂກ້​ສໍ່າ​ໄດ໋! How is he supposed to impress girls with a studio? ລາວ​ຈະ​ເຮັດໃຫ້​ຜູ້​ສາວ​ປະ​ທັບ​ໃຈ​ໄດ້​ແນວ​ໃດ ກັບ​ຫ້ອງ​ສະຕູ​ດິ​ໂອ?

P: I don’t know. You wouldn’t date a guy living in a studio? ກະ​ບໍ່​ຮູ້​ແລ້ວ. ​ເຈົ້າຈະ​ບໍ່​ຍອມອອກ​ເດດ ​ກັບ​ຜູ້ຊາຍ​ທີ່​ອາ​ໄສ​ຢູ່​ຫ້ອງສະຕູ​ດິ​ໂອ ຊັ້ນ​ບໍ?

MC: No way! ບໍ່​ມີ​ທາງ! Well … maybe if he had a really cool car. ​ເອີ໋...ບາງທີ
ຖ້າ​ຫາກ​ວ່າ​ລາວ​ມີ​ລົດ​ຄັນ​ໂກ້ໆ​ອີ່​ຫລີ. Let’s see if Jeff rents the studio. ​ໄປ​ຟັງ​ກັນ​ວ່າ
​ເຈັຟຈະ​ເຊົ່າ​ຫ້ອງສະຕູ​ດິ​ໂອ ຫລື​ບໍ່ ຫລັງ​ຈາກ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄໍາ​ແປ.

J: Hmmm… This apartment seems a little expensive. Do you have any cheap studios? ອາພາດ​ເມັນຫ້ອງ​ນີ້ ​ເບິ່ງ​ຄື​ແພງ​ໜ້ອຍ​ນຶ່ງ. ​ເຈົ້າ​ມີ​ຫ້ອງ​ສະຕູ​ດິ​ໂອ ​ທີ່​ຖືກໆ​ ຈັກ​ຫ້ອງບໍ່?

LL: Actually, the one-bedroom is the only vacant apartment right now. ​ຄວາມ​ຈິງ​ແລ້ວ ອາພາດ​ທະ​ເມັນຫ້ອງ​ນອນ​ດຽວ​ທີ່​ເວົ້າ​ນັ້ນ ​ແມ່ນ​ອາພາດ​ທະ​ເມັ​ນຫ້ອງ​ດຽວ​ທີ່​ຫວ່າງ​ຢູ່ ​ເວລາ​ນີ້.

J: Do you think any studios will open up soon? ​ເຈົ້າ​ຄິດ​ວ່າ ຈະ​ມີ​ຫ້ອງສະຕູ​ດິ​ໂອ ຫວ່າງ​ຈັກ​ຫ້ອງ​ບໍ່ ​ໃນ​ໄວໆ​ນີ້?

LL: No, not for a few months. ບໍ່ ບໍ່​ມີດ​ອກ​ ໃນ​ໄລຍະ 3-4 ​ເດືອນ​ຕໍ່ໜ້າ​ນີ້.

J: When can I see the one-bedroom apartment?

LL: There’s an open house this weekend.

J: What time does the open house start?

LL: It starts at 11AM in the morning.

MC: An open house? I thought Jeff was renting an apartment, not a house! Open house ເປີດ​ບ້ານໃຫ້​ເບິ່ງ ຫັ້ນ​ເບາະ? ອ້າວ ຂະ​ນ້ອຍ​ຄິດ​ວ່າ ​ເຈັຟໄປ​ຊອກ​ເຊົ່າອາພາດ​ທະ​ເມັນຢູ່ ບໍ່​ແມ່ນ​ເຮືອນ​ເປັນ​ຫລັງ!

P: Winnie, an “open house” is when the landlord opens the apartment
and anybody can just walk in and take a look. ວິນ​ນີ່ “open house” ແມ່ນ​ມື້​ທີ່ເຈົ້າ​ຂອງ​ອາພາດ​ທະ​ເມັ​ນ ເປີດຫ້​ອງໃຫ້​ຄົນເຂົ້າໄປ​ເບິ່ງ ​ແລະ​ຜູ້​ໃດ​ກໍ​ເຂົ້າ​ໄປ​ເບິ່ງ​ໄດ້.

MC: Otherwise you have to make a special appointment, right? ບໍ່​ດັ່ງ​ນັ້ນ ​ເຈົ້າ​ກໍ​ຕ້ອງ​ໄດ້​ນັດ​ໝາຍ​ພິ​ເສດ ​ແມ່ນ​ບໍ່? What a lazy landlord! ຈັ່ງ​ແມ່ນ​ເປັນ​ເຈົ້າ​ຂອງ​ອາພາດ​ທະ​ເມັ​ນ ທີ່​ຂີ້ຄ້ານ​ເນາະ! She should show it to Jeff now instead of making him wait until the weekend. ລາວ​ຄວນ​ຈະ​ເປີດໃຫ້​ເຈັຟ​ເບິ່ງ ດຽວ​ນີ້​ເລີຍ ​ແທນ​ທີ່​ຈະ​ໃຫ້ລາວ​ລໍຖ້າ ຈົນ​ຮອດ​ທ້າຍ​ອາທິດ.

P: I agree. Maybe Jeff should rent a different apartment because this landlord is not very good. Now Jeff is going to ask how long the lease is. ຂ້ອຍ​ເຫັນ​ນໍາ. ບາງທີ ​ເຈັຟຄວນ​ຈະ​ໄປ​ຊອກ​ເຊົ່າ​ອາພາດ​ທະ​ເມັ​ນບ່ອນ​ນຶ່ງ​ອີກ ​ເພາະວ່າ landlord ຄົນ​ນີ້ ບໍ່​ຄ່ອຍ​ດີ​ປານ​ໃດ. ບັດ​ນີ້ ​ເຈັຟຈະ​ຖາມ​ກ່ຽວ​ກັບ​ໄລະຍະ​ເວລາ​ເຊົ່າ​ວ່າ
ດົນ​ປານ​ໃດ.

MC: ​ແຕ່​ວ່າ ​ໄປ​ຟັງ​ຄໍາ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ນີ້​ ກັນກ່ອນ.

J: When can I see the one-bedroom apartment? ຂ້ອຍ​ຈະ​ສາມາດ​ເຂົ້າ​ໄປ​ເບິ່ງ​ອາພາດ​ທະ​ເມັ​ນ ຫ້ອງ​ນອນ​ດຽວ​ນັ້ນ ​ໄດ້​ຍາມ​ໃດ​ເນາະ?

LL: There’s an open house this weekend. ຈະເປີດ​ໃຫ້​ເບິ່ງ ​ໃນ​ທ້າຍ​ອາທິດ​ນີ້.

J: What time does the open house start? ​ເວລາ​ເປີດ​ໃຫ້​ເບິ່ງ ​ແມ່ນ​ເລີ້ມ​ຕອນ​ໃດ?

LL: It starts at 11AM in the morning. ​ເລີ້ມແຕ່ 11 ​ໂມງ ຕອນ​ເຊົ້າ.

J: What kind of lease is it?

LL: It’s a one-year lease.

J: Can I have a month-to-month lease? I only want to rent the apartment for five months.

LL: No, all the leases are for one year. We don’t have month-to-month leases.

J: Well then I don’t think this would be a good apartment for me. Thank you anyway.

LL: You’re welcome.

MC: Oh no, it looks like it won’t work out. ​ໂອຍ ຕາຍ… ​ເບິ່ງ​ຄື​ວ່າ ມັນ​ຈະ​ບໍ່​ໄດ້​ເລື້ອງ​ເນາະ. Jeff wants to rent the apartment for only five months, ​ເຈັຟ​ຕ້ອງການ​ຢາກເຊົ່າ​ອາພາດ​ທະ​ເມັ​ນ ​ແຕ່​ພຽງຫ້າ​ເດືອນ​ເທົ່າ​ນັ້ນ but the landlord insists on a one-year lease. ​ແຕ່​ເຈົ້າ​ຂອງ​ອາພາດ​ທະ​ເມັ​ນຢືນ​ຢັດ​ວ່າ ຕ້ອງ​ເຊົ່າ​ປີ​ນຶ່ງຈັ່ງ​ໄດ້. ​ເຮັດ​ແນວ​ໃດ ບາດ​ນີ້ What now?

Professor: Well, I guess Jeff’s friend, Sarah, will have to help him look for another apartment. Tune in next time to see what happens! ​ເອີ ຂ້ອຍ​ເດົາ​ວ່າ ໝູ່​ຂອງ​ເຈັຟ ກໍ​ຄື ​ແຊຣາ ຈະ​ຕ້ອງ​ໄດ້​ຊ່ວຍ​ລາວ ຊອກ​ຫາ​ອາພາດ​ທະ​ເມັ​ນ ບ່ອນ​ໃໝ່​ແລ້ວ. ຕິດຕາມ​ບົດຮຽນ​ຕໍ່​ໄປ ​ແລ້ວຈະ​ຮູ້​ວ່າ ​ແມ່ນ​ຫຍັງ​ເກີດ​ຂຶ້ນ.

MC: ​ແຕ່​ວ່າ ​ໄປ​ຟັງ​ຄໍາ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ນີ້​ກ່ອນ.

J: What kind of lease is it? ​ເອີ ​ເຈົ້າ​ໃຫ້​ເຊົ່າ ​ແບບ​ໃດ?

LL: It’s a one-year lease. ​ໃຫ້​ເຊົ່າ ​ນຶ່ງ​ປີ.

J: Can I have a month-to-month lease? I only want to rent the apartment for five months. ຂ້ອຍ​ຂໍ​ເຊົ່າແຕ່ລະ​ເດືອນ​ໄປ​ໄດ້​ບໍ່? ຂ້ອຍ​ຢາກ​ເຊົ່າ​ອາພາດ​ທະ​ເມັ​ນ ​ແຕ່​ຫ້າ​ເດືອນ​ເທົ່າ​ນັ້ນ.

LL: No, all the leases are for one year. We don’t have month-to-month leases. ບໍ່ ບໍ່​ໄດ້. ກໍານົດ​ເຊົ່າ​ທັງ​ໝົດ ​ແມ່ນສໍ​າລັບ​ປີ​ນຶ່ງ​. ພວກ​ເຮົາ​ບໍ່ມີ​ການ​ໃຫ້​ເຊົ່າ​ ແບບ​ເດືອນ​ຕໍ່​ເດືອ​ນ.

J: Well then I don’t think this would be a good apartment for me. Thank you anyway. ​ເອີ໋ ຄັນ​ຊັ້ນ ຂ້ອຍ​ກໍ​ຄິດ​ວ່າ ອາພາດ​ທະ​ເມັ​ນນີ້​ຄົງ​ຈະ​ບໍ່ເໝາະ ສໍາລັບ​ຂ້ອຍ. ​ແນວ​ໃດ​ກໍ​ຕາມ ຂອບ​ໃຈ​ເດີ້.

LL: You’re welcome. ບໍ່​ເປັນ​ຫຍັງ.

​MC: ເວ​ລາເຮົາ​ຍັງ​ເຫລືອໜ້ອຍ​ນຶ່ງ ທ່ານ​ນັກ​ສຶກສາ​ທີ່​ຮັກ​ແພງ ສະ​ນັ້ນ ​ເຮົາ​ມາ​ລື້​ມຄືນ​ບາງ​ປະ​ໂຫຍ​ກທີ່​ໄດ້​ຮຽນ​ໃນມື້​ນີ້. ຄໍາ​ທໍາ​ອິດ​ກໍ​ຄື Rent ທີ່​ເປັນ​ຫົວ​ຂໍ້​ຂອງ​ບົດຮຽນ​ບົດ​ນີ້ ທີ່​ແປ​ໄດ້​ຫລາຍ​ຢ່າງ car for rent ລົດ​ໃຫ້​ເຊົ່າ I’m not using this car so I am renting it out ຂ້ອຍ​ບໍ່​ໃຊ້​ລົດ​ຄັນ​ນີ້ ຂ້ອຍ​ກໍ​ເລີຍ​ເອົາ​ມັນ​ໃຫ້​ເຊົ່າ. The rent is $100 a week ຄ່າ​ເຊົ່າແມ່ນ​ອາທິດ​ລ່ະ 100 ດອລລ່າ. ອີກ​ຄໍາ​ນຶ່ງ​ທີ່ແປ​ວ່າ ​ເຊົ່າ​ຄື​ກັນ ກໍ​ຄື​ຄໍາ​ວ່າ lease l-e-a-s-e ​ແຕ່​ໝາຍ​ເຖິງ​ການ​ເຊົ່າ​ຍາວ​ນານ ຫລື​ກໍານົດ​ເວລາ​ການ​ເຊົ່າ ​ເຊ່ນ​ສັນຍາ​ເຊົ່າ ກໍ​ເວົ້າ lease contract ຫລື lease agreement. In the United States, if you do not want to buy a car, you can lease it. ຢູ່​ສະຫະລັດ ຖ້າ​ທ່ານ​ບໍ່​ຢາກ​ຊື້​ລົດ ທ່ານ​ຈະ​ເຊົ່າເອົາ​ກໍ​ໄດ້. ອີກ​ຄໍານື່ງທີ່​ເຮົາ​ໄດ້​ຍິນ​ກໍ​ຄື “Vacant” v-a-c-a-n-t ເປັນ​ຄໍາ​ຄຸນ​ນາມ​ຂອງ “vacancy” ​ທີ່ແປ​ວ່າ​ເປົ່າຫວ່າງ ດັ່ງ​ໃນ​ປະໂຫຍ​ກນີ້: “This seat is vacant.” ​ແປ​ວ່າ ບ່ອນ​ນັ່ງ​ບ່ອນ​ນີ້ຫວ່າງ. ​ແລະ​ທ່ານ​ໄດ້​ຍິນ landlord ​ເວົ້າວ່າ the rent is $1500 a month. ຄ່າ​ເຊົ່າແມ່ນ​ເດືອນ​ລ່ະ 1500 ດອລລ່າ. ຄຳ​ວ່າ Fifteen hundred dollars ຊຶ່ງ​ເປັນ​ວິທີ​ທີ່​ໃຊ້​ແລະ​ຂຽນ​ກັນ​ທົ່ວ​ໄປ ​ເວລາເວົ້າເຖິງ
ຈໍານວນ​ເງິນຫລາຍໆ. Fifteen hundred dollars ​ແທນ​ທີ່​ຈະ​ເວົ້າ​ວ່າ One thousand five hundred ຊຶ່ງ​ວ່າ ຍາວ​ຕັ້ງ​ສີ່​ຄໍາ ທຽບ​ກັບ Fifteen hundred ຊຶ່ງ​ມີ​ແຕ່​ສອງ​ຄໍາ. Fifteen hundred 15​ ເທື່ອ​ຮ້ອຍ ກໍ​ຄື 1500 ນັ້ນ​ເອງ. 5300 ກໍ​ວ່າ Fifty-three hundred ດັ່ງ​ນີ້​ເປັນ​ຕົ້ນ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸແຫ່ງ
ຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນຫລວງ
ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ.
ສະບາຍດີ.

XS
SM
MD
LG