ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດຮຽນພາສາອັງກິດ GoEnglish.Me: Music, Part 1 - Beginner


ລິງໂດຍກົງ

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບສູ່ລາຍການຮຽນພາສາອັງກິດ
GoEnglish.Me ຂອງວີໂອເອ ພາກພາສາລາວແລະສະຖານີວິທະຍຸ ແຫ່ງຊາດລາວ. ​
ມື້​ນີ້ ​ເຮົາ​ຈະ​ເລີ້ມ​ບົດຮຽນໃໝ່ມາໃນ​ຫົວ​ຂໍ້ Music ຫລື ​ດົນຕີ ຊຶ່ງ​ເຮົາ​ຈະພາທ່ານຟັງນັກ
ສຶກສາ​ສອງຄົນ ລົມ​ກັນ​ເລື້ອງ​ດົນຕີ. ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ​ເຊີນ​ທ່ານ​ເຂົ້າ​ສູ່ລາຍການ
ແລະ​ພົບ​ກັບ​ຜູ້​ດໍາ​ເນີນ​ລາຍການທັງ​ສອງ Winnie ກັບ Professor Bowman ​ໄດ້​ເລີຍ.

Music up…and under…..

MC: Hello again. Today we’re going to learn some beginner words for
talking about music. Ernie, E-r-n-i-e, which is short for the name Ernest,
E-r-n-e-s-t, and Beth, short for Elizabeth, E-l-i-z-a-b-e-t-h, are two
students at college who are thinking about starting a band together.
They’re discussing their musical tastes to see if they would be
compatible.
ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ ​ຮຽນ ຄໍາ​ສັບ​ໃນ​ລະດັບ​ເລີ້ມ​ຕົ້ນ ສໍາລັບ​ເວົ້າ​ລົມ​ກ່ຽວ​ກັບ​ເລື້ອງ​ດົນຕີ.
Ernie ຊຶ່ງ​ເປັນ​ຊື່​ຫຍໍ້​ຂອງ Ernest ກັບ Beth ຊື່​ຫຍໍ້​ຂອງ Elizabeth ເປັນ​ນັກ​ສຶກສາ
ມະຫາວິ​ທະຍາ​ໄລ ທີ່​ກໍາລັງ​ຄິດ​ຈະ​ຕັ້ງ​ວົງ​ດົນຕີ​ຮ່ວມ​ກັນ. ​ເຂົາ​ເຈົ້າ​ລົມ​ກັນ​ເລື້ອງ​ລົດ​ສະ​
ນິຍົມ ດ້ານ​ດົນຕີ​ຂອງ​ເຂົາ​ເຈົ້າ ​ເພື່ອ​ເບິ່ງ​ວ່າ ​ເຂົາ​ເຈົ້າ​ຈະເຂົ້າກັນ ຫລືໄປ​ນໍາ​ກັນ​ ໄດ້ບໍ່?

P: So let’s find out what kind of music they like. ​ເອົາ ​ໄປຟັງ​ກັນ​ວ່າ ​ພວກ​ເຂົາ
ເຈົ້າ​ມັກ​ດົນຕີ​ປະ​ເພດ​ໃດ?

E: So Beth, what kind of music do you listen to?

B: I listen to a lot of hip hop. What about you?

E: I mostly listen to pop music, but I like a lot of different stuff.

B: Yes me too. I mostly listen to hip hop, but there are many genres
of music I like.

P: So Winnie, did you hear the music genres each of them likes? ​ເອີ່
ວິນ​ນີ່ ​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ​ເຂົ​າ​ເຈົ້າ​ແຕ່ລະຄົນ ມັກ​ດົນຕີ​ປະ​ເພດ​ໃດ?

MC: Yes but Professor Bowman, what does “genres” mean? ​ໂດຍ
​ແຕ່​ວ່າ​ ອາຈານ​ໂບ​ເມິ​ນ “genres” ແປ​ວ່າ​ຫຍັງ?

P: It means styles or kind. For instance, you can say a music genre or
movie genre. ​ແປ​ວ່າ ສະ​ຕາຍ ຫລື ປະ​ເພດ. ​ໂຕ​ຢ່າງ ​ເຈົ້າ​ສາມາດ​ເວົ້າ​ວ່າ a music
genre ຫລື a movie genre ໝາຍ​ຄວາມ​ວ່າ ດົນຕີ​ສະ​ຕາຍ​ໃດ ຫລືຮູບ​ເງົາປະ​ເພດໃດ.

MC: Oh genre g-e-n-r-e from the French word “genre.” ​ໂອ genre
g-e-n-r-e ຈາກ​ຄໍາ​ສັບ​ພາສາ​ຝຣັ່ງ “genre.” OK, to answer your question,
Beth mostly listens to “hip hop,” and Ernie mostly listens to “pop.” ​
ໂອ​ເຄ ​ເພື່ອ​ຕອບ​ຄໍາ​ຖາມ​ຂອງ​ອາ​ຈານ: Beth ​ແມ່ນ​ມັກ​ຟັງ​ດົນຕີ ປະ​ເພດ ຮິປ​ຮອ​ປ ​
ເປັນ​ສ່ວນ​ໃຫຍ່ ​ແລະ​ເອີ​ນີ ຟັງ​ສະ​ຕາຍ ພອ໊ປ ​ເປັນ​ສ່ວນ​ໃຫຍ່. Hmmm … I’m not
sure their two tastes are very compatible. ຮຶ່ມ.... ຂະ​ນ້ອຍ​ບໍ່​ແນ່​ໃຈ​ວ່າ
ລົດ​ສະ​ນິຍົມທັງ​ສອງ​ຂອງ​ເຂົາ​ເຈົ້າ ຈະເຂົ້າກັນ​ໄດ້.

P: But are those the only kinds of music they listen to? ​ແຕ່​ວ່າ ມີ​ແຕ່​ດົນຕີ
ສອງ​ປະ​ເພດນີ້ ​ເທົ່າ​ນັ້ນ​ບໍ ທີ່​ເຂົາ​ເຈົ້າ​ຟັງ?

MC: No, they also like many different “genres” of music. ບໍ່ ​ເຂົາ​ເຈົ້າ​ຟັງ​
ດົນຕີ ປະ​ເພດ​ອື່ນໆ​ທີ່​ແຕກ​ຕ່າງ​ໄປ ຫລາຍ​ປະ​ເພດນໍາ. Maybe they can find some
common ground. ບາງ​ທີ ​ເຂົາ​ເຈົ້າ​ອາດ​ຈະ​ພົບ​ປະ​ເພດ​ໃດ​ປະ​ເພດ​ນຶ່ງ ທີ່​ເຂົາ​ເຈົ້າ​ມັກ​
ນໍາ​ກັນ.

P: Well let’s see. In the next section listen for the phrase “to get into
something”, which means to start to like something. ​ໄປ​ຕິດຕາມ​ເບິ່ງ​ຄັນ​ຊັ້ນ.
ໃນ​ຕອນ​ຕໍ່​ໄປ​ນີ້ ​ໃຫ້​ຟັງ​ປະ​ໂຫຍ​ກ “to get into something” ທີ່​ແປ​ວ່າ ​ເລີ້ມ​ຕົ້ນມັກ​ສິ່ງ
​ໃດ​ສິ່ງ​ນຶ່ງ.

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄໍາ​ແປ​ກ່ອນ​ເນາະ.

E: So Beth, what kind of music do you listen to? ​ເອີ່ Beth, ​ເຈົ້າ​ຟັງ​ດົນຕີ​
ປະ​ເພດ​ໃດ?

B: I listen to a lot of hip hop. What about you? ຂ້ອຍ​ຟັງ​ປະ​ເພດ ຮິ​ປຮອປ
ຫລາຍ. ​ເຈົ້າ​ເດ້?

E: I mostly listen to pop music, but I like a lot of different stuff. ຂ້ອຍ​ຟັງ​
ດົນຕີ ພອ໊ປ ​ເປັນ​ສ່ວນ​ໃຫຍ່ ​ແຕ່​ຂ້ອຍ​ກໍ​ມັກ​ປະ​ເພດ​ອື່ນໆ ຫລາຍ​ຢ່າງ​ຢູ່.

B: Yes me too. I mostly listen to hip hop, but there are many genres of
music I like. ​ເອີ..ຂ້ອຍ​ກໍ​ຄື​ກັນ. ຂ້ອຍ​ຟັງ ຮິ​ປຮອປ ​ເປັນ​ສ່ວນ​ໃຫຍ່ ​ແຕ່​ກໍ​ມີ​ດົນຕີ
​ຫລາຍ​ສະ​ຕາຍ ​ທີ່​ຂ້ອຍ​ມັກຄື​ກັນ.

E: How did you get into hip hop? ​

B: Well, all my friends listen to it, so I became a big fan too.

E: Who is your favorite hip hop artist?

B: I’m a big fan of Snoop Dog.

MC: Beth really enjoys Snoop Dog’s music? Beth ​ມັກ​ເພງຂອງ Snoop Dog
ອີ​ຫລີ່ນ່ະ? Oh come on, he was good in the 90s, ​ໂອ້​ຍ ລາວ​ກໍ​ຮ້ອງ​ມ່ວນ​ຢູ່ ​ໃນ​ຊຸມ
ປີ 1990 but now he’s so old and lazy ​ແຕ່​ວ່າ ດຽວ​ນີ້ ລາວ​ເຖົ້າ​ຫລາຍແລ້ວ ​ແລະ
ກໍຂີ້ຄ້ານ​. Ernie should start a band with someone who has better musical taste than Beth. ​ເອີນີ ຄວນ​ຈະຕັ້ງ​ວົງ ກັບ​ຄົນ​ອື່ນ​ທີ່​ມີ​ລົດ​ສະ​ນິຍົມທາງ​ດົນຕີ ທີ່​ດີ​ກ່ວາ​ Beth.

P: Well, even though you don’t like him, Snoop Dog is still popular. Winnie, why does Beth like hiphop? ​ເອີ..​ເຖິງ​ແມ່ນ​ເຈົ້າ​ບໍ່​ມັກ​ລາວ Snoop Dog
ກໍ​ຍັງ​ໄດ້​ຮັບ​ຄວາມ​ນິຍົມ​ຢູ່​ໄດ໋. ວິນ​ນີ່ ​ເປັນ​ຫຍັງ Beth ຈຶ່ງ​ມັກ​ດົນຕີ ຮິ​ປຮອປ?

MC: She said that all her friends listen to it. ລາວ​ເວົ້າ​ວ່າ ໝູ່​ຂອງ​ລາວ​ທັງ​ໝົດຟັງ​ຮິ​ປຮອປ. But just because everybody listens to something doesn’t mean that it’s good ແຕ່​ວ່າ ພຽງ​ເພາະວ່າ​ທຸກໆ​ຄົນ​ຟັງ​ດົນຕີ​ປະ​ເພດ​ໃດ​ນຶ່ງ ​ກໍ​ບໍ່​ໝາຍ​ຄວາມ​ວ່າ ມັນ​ມ່ວນ. You should listen to music because you really like it, not because everybody else listens to it. ​ເຈົ້າ​ຄວນ​ຈະ​ຟັງ​ດົນຕີ ​ເພາະວ່າ​ເຈົ້າ​ມັກ​ມັນ​ອີ​ຫລີ ບໍ່​ແມ່ນ​ຍ້ອນ​ວ່າ ຄົນ​ອື່ນໆ​ທຸກໆ​ຄົນ​ ຟັງ​ມັນ.

P: Now let’s find out why Ernie likes pop music. ບັດ​ນີ້​ ໄປ​ຟັງກັນ​ວ່າ ​ເປັນຫຍັງ
ເອີ​ນີ ຈຶ່ງ​ມັກດົນຕີ ປະ​ເພດ​ພອ໊ປ ຫລັງ​ຈາກ​ຟັງຄໍາ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້.

E: How did you get into hip hop? ​ເຈົ້າ​ເລີ້ມ​ມັກ​ດົນຕີ ຮິ​ປຮອປ ​ໄດ້​ແນວ​ໃດ?

B: Well, all my friends listen to it, so I became a big fan too. ​ເອີ່ ໝູ່​ຂ້ອຍ
​ທັງ​ໝົດ ​ແມ່ນພາກັນຟັງຮິ​ປຮອປ ຂ້ອຍ​ກໍ​ເລີຍເປັນ​ແຟນຮິ​ປຮອປນໍາ.

E: Who is your favorite hip hop artist? ສິນລະປິນ ຮິ​ປຮອປ ທີ່​ເຈົ້າ​ມັກ​ຫລາຍ
​ແມ່ນ​ໃຜ?

B: I’m a big fan of Snoop Dog. ຂ້ອຍ​ມັກ Snoop Dog ຫລາຍ.

B: What about you Ernie? How did you get into pop music?

E: Well I always hear it on the radio, so I started to get into it.

B: Yeah, if something is on the radio it must be really good.

E: I totally agree!

P: So did you hear how Ernie got into pop music? ​ເຈົ້າ​ໄດ້​ຍິນ​ບໍ​ວ່າ ​ເອີ​ນີ
​ເລີ້ມ​ຕົ້ນ​ມັກ​ດົນຕີ ພອ໊ປ ​ໄດ້ແນວ​ໃດ?

MC: Oh...he’s just as bad as Beth! ​ໂອ ລາວ​ກໍ​ຂີ້​ຮ້າຍ​ພໍໆ​ກັນກັບ Beth ຫັ້ນແຫລະ.
He got into pop music because he hears it on the radio all the time. ລາວ
ເລີ້ມ​ຕົ້ນ​ມັກ​ດົນຕີ ພອ໊ປ ກໍ​ເພາະວ່າ ຍາມ​ໃດລາວກໍໄດ້ຍິນ​ດົນຕີປະ​ເພດ​ນີ້ ທາງ​ວິທະຍຸ.

P: So if they started a band, you wouldn’t go to see them? ສະຫລູ​ບ​ແລ້ວ
ຖ້າ​ຫາກ​ວ່າ ​ເຂົາ​ເຈົ້າ​ຕັ້ງ​ວົງ​ດົນຕີ​ຂຶ້ນ​ມາ ​ເຈົ້າ​ຈະ​ບໍ່​ໄປ​ເບິ່ງ​ເຂົາ​ເຈົ້າວະ?

MC: No way! Although, maybe first we should find out what bands Ernie
likes. ບໍ່​ມີ​ທາງ! ​ແຕ່​ວ່າ ບາງ​ທີ​ພວກ​ເຮົາ​ຄວນ​ໄປ​ຟັງ​ກັນ​ກ່ອນ​ວ່າ ​ເອີ​ນີ ມັກ​ວົງ​ດົນຕີ​ວົງໃດ​ແດ່ ຫລັງ​ຈາກ​ຟັງ​ຄໍາ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄໍາ​ແປ.

B: What about you Ernie? How did you get into pop music? ​ເຈົ້າ​ເດ້ ເອີນີ?
ເຈົ້າ​ເລີ້​ມມັກ​ດົນຕີ ພ​ອ໊ປ ​ໄດ້​ແນວ​ໃດ?

E: Well I always hear it on the radio, so I started to get into it. ​ໂອ.. ຍາມ​ໃດ
ຂ້ອຍ​ກໍ​ໄດ້​ຍິນ​ທາງ​ວິທະຍຸ ຂ້ອຍ​ກໍ​ເລີຍ​ເລີ້ມ​ມັກ​ມັນ​ຂຶ້ນ​ມາ.

B: Yeah, if something is on the radio it must be really good. ​ແມ່ນ ຖ້າ​ຫາກ​ເພງ​ໃດ​ອອກ​ວິທະຍຸ ມັນ​ກໍ​ຕ້ອງ​ມ່ວນ​ຫລາຍ​ແຫລະ​ເນາະ​.

E: I totally agree! ຂ້ອຍ​ເຫັນ​ພ້ອມ​ນໍາ​ທີ່​ສຸດ.

B: What are the pop groups that you like?

E: Oh, there are so many good ones! I loved the Spice Girls. They were so cool!

B: I agree! I cried for a week when they broke up.

E: I was really sad too. At least I can still listen to their CDs.

MC: But those are really the worst artists that I’ve ever heard. ແຕ່​ວ່າ ພວກ
ສິນລະ​ປິນ​ເຫລົ່າ​ນັ້ນ ​ແມ່ນ​ພວກ​ທີ່​ຂີ້ຮ້າຍ​ທີ່​ສຸດ ​ເທົ່າທີ່​ຂະນ້ອຍ​ໄດ້​ຍິນ​ມາ. But can we
use the expression to “break up” with a band, like with a boyfriend and
girlfriend? ​ແຕ່​ວ່າ ​ເຮົາ​ສາມາດ​ໃຊ້​ປະ​ໂຫຍ​ກ to “break up” ກັບ​ວົງ​ດົນຕີ​ ໄດ້ຄື​ກັບ​ກັບ
ຜູ້​ບ່າວ​ກັບ​ຜູ້​ສາວ​ແຍກ​ກັນ​ ຫັ້ນ​ເບາະ?

P: Yes. When a band decides not to play together anymore, you can say it “broke up.” ​ໄດ້. ​ເວລາ​ວົງດົນຕີ​ໃດ​ນຶ່ງ ຕັດສິນ​ໃຈ​ທີ່​ຈະ​ບໍ່​ຫລິ້ນ​ນໍາ​ກັນ​ອີກ ​ເຈົ້າ​ກໍ​ເວົ້າ
​ໄດ້​ວ່າ ​ “it broke up” ວົງ​ດົນຕີ​ນັ້ນ​ແຕກ​ແລ້ວ ກໍຄື​ແຍກ​ກັນ​ແລ້ວ.

MC: Well, maybe it hasn’t occurred to Ernie that the reason the Spice Girls broke up is because they really stink. ​ເຂົ້າ​ໃຈ​ແລ້ວ. ​ເອີ່...ບາງ​ທີເອີ​ນີ
ອາດ​ຈະ​ບໍ່​ທັນ​ໄດ້​ຄິດວ່າ ​ເຫດຜົນ​ທີ່​ພວກ Spice Girls ​ແຕກ​ວົງກັນ ກໍຍ້ອນ​ວ່າ ແທ້ໆ
​ແລ້ວ ​ເຂົາ​ເຈົ້ງ​ຮ້ອງເພງບໍ່​ໄດ້​ເລື້ອງ​ເລີຍ.

P: I don’t know … some of their songs were good. ​ບໍ່ຮູ້​ເດ່... ​ແຕ່​ເພງ​ຂອງ
​ເຂົາ​ເຈົ້າ ບາງ​ເພງ​ກໍ​ມ່ວນ​ຢູ່.

MC: Wait Professor, do you like the Spice Girls? ຮ້ວຍ ອາຈານມັກຄະ​ນະ
the Spice Girls ຊັ້ນ​ວະ?

P: Of course not! I was … uh … just listening to some of their songs
to prepare for this class. ​ໂອ້​ຍ ບໍ່​ແນ່ນອນ. ຂ້ອຍ​ພຽງ​ແຕ່..​ເອີ..ຟັງ​ເພງ​ຂອງ​ເຂົາ ເຈົ້າເບິ່ງບາງ​ເພງ ​ເພື່ອ​ກຽມ​ບົດຮຽນສໍາຫລັບ​ຫ້ອງ​ນີ້ ຊື່ໆດອກ.

MC: Sure … ​ແນ່ນອນ​ແຫລະ​ເ​ນາະ........​ເອົາ​...ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ
ພ້ອມ​ກັບ​ຄໍາ​ແປ.

B: What are the pop groups that you like? ​ເຈົ້າ​ມັກ​ວົງດົນຕີ​ພອ໊ປ ວົງ​ໃດ​ແດ່?

E: Oh, there are so many good ones! I loved the Spice Girls. They were so cool! ​ໂອ ມີ​ຫລ້າຍຫລາຍ​ວົງ​ຢູ່ ທີ່​ຮ້ອງ​ມ່ວນໆ! ຂ້ອຍ​ເຄີຍ​ມັກ​ວົງ the Spice Girls. ​ເຂົາ​ເຈົ້າ​ຮ້ອງມ່ວນ​ຫລາຍ.

B: I agree! I cried for a week when they broke up. ຂ້ອຍ​ເຫັນ​ນໍາ! ຂ້ອຍ​ໄຫ້​
ເປັນ​ອາທິດ​ພຸ້ນ ຕອນ​ເຂົາ​ເຈົ້າ​ແຕກວົງ​ກັນ.

E: I was really sad too. At least I can still listen to their CDs. ຂ້ອຍ​ກໍ​ໂສກ
​ເສົ້າ​ຫລາຍ​ຄື​ກັນ. ​ແຕ່​ຢ່າງ​ນ້ອຍ ຂ້ອຍ​ກໍ​ຍັງ​ສາມາດ​ຟັງ​ ຊີ​ດີ ຂອງ​ເຂົາ​ເຈົ້າ​ໄດ້ຢູ່.

B: You know Ernie, it seems we both like the same artists.

E: Yes, we do. I think we have the same musical tastes.

B: But if we’re going to start a band, we have to be able to sing and dance. Can you do that?

E: I’m not a very good singer, but I’m a really great dancer! I love hip hop dancing.

B: Great! I’ll sing, and you can dance in our band.

P: Winnie, is Ernie a better singer or dancer? ວິນ​ນີ່ ​ເອີ​ນີ ຮ້ອງ​ເພງ​ໄດ້​ດີ​ກ່ວາ
ຫລື​ວ່າ ​ເຕ້ນໄດ້​ດີ​ກ່ວາ?

MC: Well, he claims to be a great dancer. But frankly, I have my doubts. ​ເອີ່ ລາວ​ອວດ​ອ້າງ​ວ່າ ລາວ​ເຕ້ນໄດ້​ດີ​ກ່ວາ​ຮ້ອງ​ເພງ. ​ແຕ່​ວ່າ ​ເວົ້າ​ກົງໆ​ແລ້ວ ຂະ​ນ້ອຍ​ກະສົງ​ໄສ​ຢູ່.

P: Well, we’ll have to listen next time to find out. ​ເອີ່ ຄັນ​ຊັ້ນ​ກໍ​ຕ້ອງ​ຕິດຕາມ
​ຟັງ ​ໃນ​ບົດຮຽນ​ຕໍ່​ໄປ ​ເພື່ອ​ຈະ​ໄດ້​ຮູ້.

MC: ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ ພ້ອມ​ກັບ​ຄໍາ​ແປ​ກັນ​ກ່ອນ.

B: You know Ernie, it seems we both like the same artists. ​ເຈົ້າ​ຮູ້​ບໍ່ ​ເອີ​ນີ
​ເບິ່ງ​ຄື​ວ່າ ພວກເຮົາ​ກໍ​ມັກ​ສິນລະປິນ ພວກ​ດຽວ​ກັນ​ຢູ່.

E: Yes, we do. I think we have the same musical tastes. ​ແມ່ນ​ແລ້ວ.
ຂ້ອຍ
​ຄິດ​ວ່າ ພວກ​ເຮົາ​ມີ​ລົດ​ສະ​ນິຍົມ​ທາງ​ດົນຕີ ​ແບບ​ດຽວ​ກັນ.

B: But if we’re going to start a band, we have to be able to sing and dance. Can you do that? ​ແຕ່​ວ່າ ຖ້າພວກ​ເຮົາ​ຈະ​ຕັ້ງ​ວົງ​ດົນຕີ ​ເຮົາ​ກໍ​ຕ້ອງ​ຮ້ອງ
​ເພງໄດ້ ແລະ​ເຕ້ນ​ໄດ້. ​ເຈົ້າ​ເຮັດ​ໄດ້​ບໍ່​ລ່ະ?

E: I’m not a very good singer, but I’m a really great dancer! I love hip
hop dancing. ຂ້ອຍ​ຮ້ອງ​ເພງ​ບໍ່​ເກ່ງ​ປານ​ໃດ ​ແຕ່​ຂ້ອຍ​ເຕ້ນ​ເກ່ງ​ອີ​ຫລີ​ໄດ໋! ຂ້ອຍ​ມັກ​ເຕ້ນ
ຮິ​ປຮອປ ທີ່​ສຸດ.

B: Great! I’ll sing, and you can dance in our band. ດີ​ຫລາຍ​ແທ້ໆ. ຂ້ອຍ​ຈະ
​ເປັນ​ຄົນ​ຮ້ອງ​ເພງ ​ແລະ​ເຈົ້າ​ກໍ​ເປັນ​ຄົນ​ເຕ້ນ ຢູ່​ວົງ​ດົນຕີ​ຂອງ​ເຮົາ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆທ່ານ ທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG