ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ມີ​ສິດ​ປ່ອນ​ບັດ ​ກະ​ກຽມ​ໄປ​ລົງ​ຄະ​ແນນ​ສຽງ ໃນການເລືອກຕັ້ງກາງສະໄໝ ຢູ່ລັດຄາລິຟໍເນຍ


ແຟ້ມ-ຜູ້ລົງຄະແນນສຽງໃນລັດຄາລິຟໍເນຍ ພາກັນຢືນລຽນແຖວ ກຽມປ່ອນບັດລົງຄະແນນສຽງ ໃນການເລືອກຕັ້ງຂັ້ນຕົ້ນພຽງບໍ່ເທົ່າໃດນາທີ ກ່ອນທີ່ຈະປິດການປ່ອນບັດ ຢູ່ທີ່ສະຖານ​ພັກຜ່ອນ ເອໂກ ພາກ ໃນນະຄອນລອສ​ແອນເຈີ​ລິ​ສ ວັນທີ 7 ມິຖຸນາ 2022.
ແຟ້ມ-ຜູ້ລົງຄະແນນສຽງໃນລັດຄາລິຟໍເນຍ ພາກັນຢືນລຽນແຖວ ກຽມປ່ອນບັດລົງຄະແນນສຽງ ໃນການເລືອກຕັ້ງຂັ້ນຕົ້ນພຽງບໍ່ເທົ່າໃດນາທີ ກ່ອນທີ່ຈະປິດການປ່ອນບັດ ຢູ່ທີ່ສະຖານ​ພັກຜ່ອນ ເອໂກ ພາກ ໃນນະຄອນລອສ​ແອນເຈີ​ລິ​ສ ວັນທີ 7 ມິຖຸນາ 2022.

ນັບຖອຍຫຼັງເຂົ້າມາເລື້ອຍໆ ສໍາລັບການເລືອກຕັ້ງກາງສະໄໝທີ່ຈະມີຂຶ້ນໃນວັນທີ 8 ເດືອນພະຈິກ. ຄູສອນ ຢູ່ທີ່ໂຮງຮຽນປະຖົມທ່ານນຶ່ງ ໃນລັດຄາລິຟໍເນຍ ກ່າວວ່າ ນາງກໍຊິອອກໄປໃຊ້ສິດຂອງນາງເໝືອນດັ່ງທຸກໆຄັ້ງທີ່ຜ່ານມາ ສໍາລັບພັກໃດຊິເປັນຝ່າຍຊະນະ ກໍຂຶ້ນຢູ່ກັບຄວາມນິຍົມແລະການສະໜັບສະໜຸນຂອງປະຊາ ຊົນ, ເຊິ່ງນາງໄດ້ກ່າວໃຫ້ VOA ພາກພາສາລາວຟັງວ່າ:

“ແມ່ນໃຜກໍຕາມທີ່ພວກເຮົາຄິດວ່າເຮັດວຽກໄດ້ດີ ແລະເຮັດໃຫ້ໝັ້ນໃຈວ່າ ລັດ ແລະປະເທດຊາດຈະດໍາເນີນໄປດ້ວຍດີໃນລະຫວ່າງທີ່ພວກເຂົາປະຕິບັດໜ້າທີ່, ແມ່ນລະ ຂ້ອຍກໍໄປເລືອກຕັ້ງເປັນປະຈໍາ, ສໍາລັບຂ້ອຍ ຂ້ອຍຈະໄປເລືອກເອົາບຸກຄົນທີ່ຂ້ອຍຄິດວ່າ ເພິ່ນຜູ້ນັ້ນເຮັດວຽກ ແລະປະຕິບັດໜ້າທີ່ໄດ້ດີທີ່ສຸດ ເຮັດວຽກໄດ້ດີເພື່ອປະເທດຊາດ. ສໍາລັບທ່ານ ໄບເດັນ ເພິ່ນເປັນປະທານາທິບໍດີກໍພໍດີ ໃນຊ່ວງຂອງການລະບາດໃຫຍ່ຂອງໂຄວິດ-19 ແມ່ນບໍ? ມັນກະມີຄວາມກົດດັນຕໍ່ລາວຫຼາຍເຊັ່ນກັນ. ສະນັ້ນ ລາວຊິໄດ້ດໍາລົງຕຳແໜ່ງ ອີກຄັ້ງຫຼືບໍ່ນັ້ນ ຂ້ອຍກໍບໍ່ຮູ້ ຂ້ອຍກໍບໍ່ໄດ້ວາງເປົ້າໝາຍໃສ່ຫຼາຍຫັ້ນນະ.”

ສໍາລັບລັດຄາລິຟໍເນຍ ເປັນລັດທີ່ໃຫຍ່ເປັນອັນດັບສາມ ຮອງຈາກລັດອາລາສກາ ແລະເທັກຊັສຂອງສະຫະ ລັດ, ໂດຍມີຈໍານວນປະຊາກອນເຖິງ 39,995,077 ຄົນໃນປີ 2022 ເຊິ່ງເພີ້ມຈາກ 39.35 ລ້ານຄົນໃນປີ 2020. ລັດດັ່ງກ່າວເປັນລັດທີ່ມີປະຊາກອນຫຼາຍເຊື້ອຊາດ ດໍາລົງຊີວິດຢູ່ໃນຂົງເຂດນີ້, ແລະທີ່ຜ່ານມາ ລັດຄາລິຟໍເນຍ ກໍເປັນລັດທີ່ພັກເດໂມແຄຣັດ ມີຄະແນນນໍາພັກຣີພັບບຣິກັນຢູ່ຕະຫຼອດ.

ຢ່າງໃດກໍຕາມ, ເນື່ອງຈາກບັນຫາຕ່າງໆທາງດ້ານເສດຖະກິດ, ຄ່າຄອງຊີບ, ເງິນເຟີ້ ແລະອື່ນໆ ຈະເຮັດໃຫ້ປະຊາຊົນທີ່ນິຍົມພັກດັ່ງກ່າວໃນໄລ​ຍະທີ່ຜ່ານມາຈະຫັນປ່ຽນແນວຄິດ ຫຼືຍັງຄົງສະໜັບສະໜຸນພັກຂອງພວກເຂົາຕໍ່ໄປນັ້ນ ກໍລໍຖ້າຕິດຕາມເບິ່ງກັນຕໍ່ໄປ.

XS
SM
MD
LG