ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດຮຽນພາສາອັງກິດ GoEnglish.Me: Where are you from? Part 2


ແຜນທີ່ປະເທດເມັກຊິໂກ.
ແຜນທີ່ປະເທດເມັກຊິໂກ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວແລະສະຖານີວິທະຍຸ ແຫ່ງຊາດລາວ.
ບົດຮຽນ​ຂອງ​ເຮົາ​ມື້​ນີ້ ມາໃນ​ຫົວ​ຂໍ້ Where are you from? ຕອນ​ທີ​ສອງ ຊຶ່ງ​ທ່ານ​ຈະ​ໄດ້
ຍິນເພື່ອນ​ນັກ​ສຶກສາ​ສອງ​ຄົນ​ລົມ​ກັນ ກ່ຽວກັບ​ວ່າ​ເຂົາ​ເຈົ້າ​ມາ​ແຕ່​ໃສ? ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ
ເຊີນ​ທ່ານ​ພົບ​ກັບ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ເລີຍ.

Where You’re From? - Intermediate

MC: Today we’re going to learn some intermediate words for talking about where you’re from. ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ ຄຳສັບແລະປະ​ໂຫຍ​ກທີ່​ຍາກ​ຂຶ້ນ​ໜ້ອຍ​ນຶ່ງ ສຳຫລັບ​ເວົ້າ​ລົມ​ກັນ​ເວລາ​ຖາມ​ກ່ຽວ​ກັບ​ວ່າ ​ເຈົ້າ​ມາ​ແຕ່​ໃສ.

Professor: Kevin and Jose are new roommates who are meeting each other for the first time. Jose is from Mexico, and is telling Kevin about his experience coming to America. ​ເຄວິນ​ກັບ​ໂຮ​ເຊ ​ເປັນ​ເພື່ອນ​ນອນ​ຫ້ອງ​ດຽວ​ກັນ​ ຢູ່​ຫໍ
ພັກ​ໃນ​ມະຫາວິທະຍາ​ໄລ. ​ເຂົາ​ເຈົ້າ​ຫາ​ກໍ​ພົບ​ກັນ​ເປັນ​ເທື່ອ​ທຳອິດດ. ​ໂຮ​ເຊ​ ມາ​ຈາກເມັກ​ຊິໂກ ​
ແລະ​ກຳລັງ​ລົມ​ສູ່​ເຄວິນ​ຟັງ ກ່ຽວກັບປະສົບ​ການ​ຂອງ​ລາວ​ໃນການ​ຍ້າຍ​ມາ​ຢູ່​ອາເມຣິກາ. ​

MC: I think Jose is crazy to leave Mexico. ຂະ​ນ້ອຍ​ຄິດ​ວ່າ ​ໂຮ​ເຊ​ຄື​ຊິ​ສະຕິ​ບໍ່​ດີ
ປານ​ໃດ ທີ່​ຍ້າຍ​ໜີ​ຈາກ​ເມັກ​ຊິ​ໂກ. Why would you ever leave a place with all that delicious food? ເປັນ​ຫຍັງ ​ເຈົ້າ​ຈຶ່ງ​ຢາກ​ຈະ​ໜີ​ໄປ​ຈາກ​ ບ່ອນ​ທີ່​ມີ​ອາຫານ​ແຊ​ບໆ
ແບບ​ນັ້ນ?

Professor: Let’s listen and find out. In this first part, listen for the phrase “every walk of life,” meaning “from many different backgrounds.”

​ໄປ​ຟັງ​ກັນ​ເພື່ອ​ຈະ​ໄດ້​ຮູ້. ​ໃນ​ໄລຍະ​ນີ້ ​ໃຫ້​ຟັງ​ປະ​ໂຫຍ​ກ “every walk of life,” ທີ່​ແປວ່າ “ມາ​ຈາກ​ຫລາຍໆ​ພື້ນຖານ​ ທີ່​ແຕກ​ຕ່າງ​ກັນ.”

Kevin: So Jose, what do you think of America?

Jose: I like how friendly the people are, and I also like the fact that America is so diverse.

Kevin: That’s true, America is very diverse. You can find people from every walk of life here.

Jose: I know! For example, in Los Angeles there are lots of Latin American communities, but there is also a big Chinatown with lots of Chinese.

Kevin: Yes. You know, in the year 2000, 36 percent of the people living in Los Angeles were born overseas.

MC: Thirty-six percent of people living in Los Angeles were born overseas? No wonder Los Angeles is so diverse. 36 ສ່ວນ​ຮ້ອຍ​ຂອງ​ປະຊາຊົນ ຢູ່ໃນ​ລອສ ​ແອນ​ຈີ ​ແລ​ສ ​ແມ່ນ​ເກີດ​ຢູ່​ຕ່າງປະ​ເທດ? ສົມພໍ ລອສ ​ແອນ​ຈີ​ແລ​ສ
ຈຶ່ງ​ມີ​ຄວາມແຕກ​ຕ່າງຫລາກ​ຫລາຍ​ທາງ​ດ້ານ​ຊົນ​ຊາດ​.

P: That’s right, and it’s becoming even more diverse. What else does Jose like about America? ​ແມ່ນ​ແລ້ວ ​ແລະ​ກໍ​ກໍາລັງ​ມີ​ຄວາມ​ຫລາກ​ຫລາຍ ຍິ່ງຂຶ້ນ
ໄປ​ເລື້ອຍ​ໆ. ມີ​ຫຍັງ​ອີກ ທີ່​ໂຮ​ເຊ​ມັກ​ ກ່ຽວ​ກັບ​ອາ​ເມຣິກາ?

MC: He also said the people are very friendly. ນອກ​ນັ້ນ​ແລ້ວ ລາວ​ຍັງ​ເວົ້າ​ວ່າ ຜູ້​ຄົນ​ແມ່ນໃຫ້​ຄວາມ​ເປັນ​ມິດ​ດີ​ຫລາຍ. ​

P: Right again. Now let’s find out what Jose thought was very surprising about America. ຖືກ​ອີກ. ບັດ​ນີ້ ​ໄປ​ຟັງ​ເບິ່ງ​ວ່າມີ​ຫຍັງ​ອີກ​ທີ່​ໂຮ​ເຊ​ຄິດ​ວ່າ ​ແປກ​ປະຫລາດ​ຫລາຍ ກ່ຽວ​ກັບ​ອາ​ເມຣິກາ.

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້ກັນ​ອີກ ພ້ອມ​ກັບ​ຄຳແປ​ກ່ອນ​ເນາະ. ​

Kevin: So Jose, what do you think of America? ໂຮ​ເຊ ​ເຈົ້າ​ຄິດ​ວ່າ ອາ​ເມຣິກາ​ເປັນ​ແນວ​ໃດ?

Jose: I like how friendly the people are, and I also like the fact that America is so diverse. ຂ້ອຍ​ມັກ​ ທີ່​ຜູ້​ຄົນໃຫ້​ຄວາມ​ເປັນ​ມິດ​ຫລາຍ ​ແລະ​ຂ້ອຍ​ກໍ​ມັກ
ທີ່​ອ​າ​ເມຣິກາ​ມີ​ຄວາມ​ຫລາກ​ຫລາຍ​ໃນ​ດ້ານ​ຊົນ​ຊາດ. ​

Kevin: That’s true, America is very diverse. You can find people from every walk of life here. ເປັນຄວາມ​ຈິງ ອາ​ເມຣິກາ​ມີ​ຄວາມ​ຫລາກ​ຫລາຍ​ແທ້ໆ. ​
ເຈົ້າ​ສາມາດ​ພົບ​ຜູ້​ຄົນທີ່​ມີ​ຈາກ​ທຸກ​ວິຖີ​ຊີວິດ ຢູ່​ທີ່​ນີ້.

Jose: I know! For example, in Los Angeles there are lots of Latin American communities, but there is also a big Chinatown with lots of Chinese. ຂ້ອຍ​ຮູ້! ​ ໂຕ​ຢ່າງ ຢູ່​ລອສ ​ແອນ​ຈີ​ແລ​ສ ມີ​ປະຊາ​ຄົມ​ຄົນ​ອາ​ເມຣິກັນ​ລາ​ຕິນ
ຫລາຍແຫ່ງ ​ແຕ່​ກໍ​ມີຄຸ້ມ​ ຄົນ​ຈີນທີ່​ໃຫຍ່ໆ ທີ່​ມີ​ຊາວ​ຈີນ​ອາ​ໄສ​ຢູ່​ຢ່າງ​ຫລວງຫລາຍ. ​

Kevin: Yes. You know, in the year 2000, 36 percent of the people living in Los Angeles were born overseas. ແມ່ນ​ແລ້ວ. ​ເຈົ້າ​ຮູ້​ບໍ່ ​ເມື່ອ​ປີ 2000, 36 ສ່ວນ​ຮ້ອຍ​ຂອງ ປະຊາຊົນ​ທີ່​ດຳລົງ​ຊີວິດ ຢູ່​ລອສ ​ແອນ​ຈີ​ແລ​ສ ​ແມ່ນ​ເກີດ​ຢູ່​ຕ່າງປະ​ເທດ.

Kevin: Did you have any culture shock? Were there things in America you thought were really strange?

Jose: Well, I couldn’t believe how big all the cars were. Why do people need such big cars?

Kevin: Hmmm…maybe they have lots of children?

Jose: Maybe some do, but I think most people just think they look cool driving a huge truck.

P: So Winnie, did you hear Kevin ask Jose about culture shock? What do you think that is? ວິນ​ນີ ​ເຈົ້າ​ໄດ້​ຍິນ ​ເຄວິນຖາມໂຮ​ເຊ ກ່ຽວ​ກັບ culture shock ບໍ່?
​ເຈົ້າ​ຄິດ​ວ່າ ມັນ​ແມ່ນ​ຫຍັງ?

MC: OK, culture ​ແປ​ວ່າ ວັດທະນະ​ທຳ shock ​ແປ​ວ່າ ຄວາມ​ຕື່ນ​ຕົກ​ໃຈ so I think
“culture shock” means a big difference in culture that shocks you ຂະ​ນ້ອຍ
ຄິດ​ວ່າ “culture shock” ໝາຍ​ເຖິງ ຄວາມ​ແຕກ​ຕ່າງ​ຢ່າງ​ໃຫຍ່​ຫລວງ​ທາງ​ວັດທະນະທຳ
ທີ່​ເຮັດ​ໃຫ້​ເຮົາ​ຕື່ນ ຕົກ​ໃຈ ຫລື​ແປກ​ໃຈ. Jose was shocked by the American culture of owning really big cars. ໂຮ​ເຊ​ຕື່ນ ຫລື​ວ່າ ​ແປກ​ໃຈ ທີ່​ເຫັນ​ວັດທະນະ​ທໍາ​ໃນ​ການ​ມີ​ລົດ​ຄັນ​ໃຫຍ່ໆ​ ຂອງ​ຊາວ​ອາ​ເມຣິກັນ.

P: Exactly. So Winnie, did you have any culture shock when you came to America?ຖືກຕ້ອງ. ​ແລ້ວ​ເຈົ້າ​ເດ້ ວິນ​ນີ ​ເຈົ້າ​ມີ​ຄວາມ​ຕື່ນຕົກ​ໃຈ​ທາງ​ວັດທະນະ​ທຳອັນ​ໃດ​ຫລື​ບໍ່ ຕອນ​ເຈົ້າ​ມາ​ຮອດ​ອາ​ເມຣິກາ? ​

MC: Of course! ແນ່​ນອນ! I was shocked that Americans treat their pets like children. ຂະ​ນ້ອຍ​ຕົກ​ໃຈ ທີ່ເຫັນ​ຄົນ​ອາ​ເມຣິກັນ​ປະຕິບັດ​ຕໍ່​ສັດລ້ຽງ​ຂອງ​ເຂົາ​ເຈົ້າ ຄື​ກັນ​ກັບ​ລູກ​ເຕົ້າ​ນີ່​ແຫລະ. ​ເອີ ​ແລ້ວ​ໂຮ​ເຊ ລາວ​ຕື່ນ​ເລື້ອງ​ຫຍັງ ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ອີກ ພ້ອມ​ກັບ​ຄຳແປ:

Kevin: Did you have any culture shock? Were there things in America you thought were really strange? ​ເຈົ້າ​ໄດ້​ມີ​ຄວາມ​ຕື່ນຕົກ​ໃຈ​ທາງ​ວັດທະນະ​ທຳອັນໃດ​
ຫລື​ບໍ່? ມີ​ສິ່ງ​ໃດໃນ​ອາ​ເມຣິກາ ທີ່​ເຈົ້າ​ຄິດ​ວ່າ ​ມັນ​ແປກ​ຫລາຍ​ແຫ້ໆ? ​

Jose: Well, I couldn’t believe how big all the cars were. Why do people need such big cars? ​ໂອ... ຂ້ອຍຕື່ນ ​ບໍ່​ຢາກ​ເຊື່ອ ທີ່​ເຫັນວ່າ ​ລົດ​ມີ​ແຕ່​ຄັນ​ໃຫຍ່​ໆ. ​ເປັນ​ຫຍັງ​ຄົນ​ອາ​ເມຣິກັນ ຈຶ່ງ​ຕ້ອງການ​ລົດ​ຄັນ​ໃຫຍ່​ປານ​ນັ້ນ?

Kevin: Hmmm…maybe they have lots of children? ​ເອີ... ບາງທີ ອາດ​ຈະ​ແມ່ນ
ຍ້ອນ​ວ່າ ​ເຂົາ​ເຈົ້າ​ມີ​ລູກ​ຫລາຍ​ຄົນ​ຕິ​ເບາະ.

Jose: Maybe some do, but I think most people just think they look cool driving a huge truck. ບາງ​ຄົນ​ອໍ​ອາດ​ຈະ​ມີ ​ແຕ່​ຂ້ອຍ​ຄິດ​ວ່າ ຄົນ​ສ່ວນ​ໃຫຍ່ພຽງ​ແຕ່​ຄິດ​ວ່າ ມັນ​ໂກ້​ການ​ທີ່​ໄດ້​ຂັບ​ລົດ​ຄັນ​ບັກ​ໃຫຍ່.

Kevin: Do you ever get homesick?

Jose: I get homesick from time to time. But when I get homesick, I can send my family an email or talk to them on the phone.

Kevin: Sure, I think it’s natural to get homesick now and then. But with today’s technology, it’s easy to keep in touch.

Jose: Yes. My hometown will always have a special place in my heart.

MC: Poor Jose, it sound like he gets “homesick.” ອີ​ຕົນ ​ໂຮ​ເຊ​ເນາະ. ຟັງ​ເບິ່ງ ລາວ​ຄົງ​ຈະ​ຄິດ​ຮອດ​ບ້ານ ​ແຕ່​ວ່າ ອາ​ຈານ “from time to time” ແປ​ວ່າ ຫຍັງ? But what does “from time to time” mean?

P: The phrase “from time to time” means “sometimes.” You can also say “now and then.” ປະ​ໂຫຍ​ກ “from time to time” ​ແປວ່າ “sometimes” ກໍຄື ບາງ​ເທື່ອ ຫລື ຈະ​ເວົ້າ​ວ່າ “now and then” ກໍ​ໄດ້.

MC: Oh, so “from time to time” and “now and then” both mean ບາງ​ຄັ້ງ​ບາງ​ຄາວ ໃນ​ພາສາ​ລາວເນາະ. ​ແລ້ວ ​ປະ​ໂຫຍ​ກ “keep in touch” ​ເດ້ What about “keep in touch? ” Does that mean ຮັກສາ​ການ​ຕິດ​ຕໍ່​ກັນ​ໄວ້ ຊັ້ນ​ວະ? ​

Professor: Yes. In the next section, we’ll find out what was hard for Jose when he came to America. ແມ່ນ​ແລ້ວ. ​ໃນ​ໄລ​ຍະ​ຕໍ່​ໄປ ​ເຮົາ​ຈະ​ໄດ້​ຮູ້​ວ່າ ​ໂຮ​ເຊ​ພົບ​ວ່າ ສິ່ງ​ໃດ​ຍາກ​ສຳຫລັບ​ລາວ ​ຕອນ​ລາວ​ມາ​ຮອດ​ອາ​ເມຣິກາ. ​

MC: ​ຄັນ​ຊັ້ນ​ ກະ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ຄືນ​ອີກກ່ອນ ພ້ອມ​ກັບ​ຄຳແປ.

Kevin: Do you ever get homesick? ເຈົ້າ​ເຄີຍ​ຄິດ​ຮອດ​ບ້ານ​ບໍ່?

Jose: I get homesick from time to time. But when I get homesick, I can send my family an email or talk to them on the phone. ​ບາງເທື່ອ ຂ້ອຍ​ກໍ​ຄິດ​ຮອດ​ບ້ານ​ຢູ່. ​ແຕ່​ເວລາ​ຂ້ອຍ​ຄິດ​ຮອດ​ບ້ານ ຂ້ອຍ​ກໍ​ສາມາດ​ສົ່ງ​ອີ​ເມລ ຫາ​ຄອບຄົວ​ຂ້ອຍ​ໄດ້ ຫລື​ວ່າ​ລົມ​ກັບ​ເຂົາ​ເຈົ້າ ທາງ​ໂທລະສັບ. ​

Kevin: Sure, I think it’s natural to get homesick now and then. But with today’s technology, it’s easy to keep in touch. ແມ່ນ​ເນາະ. ຂ້ອຍ​ຄິດ​ວ່າ ມັນ​ເປັນ​ເລື້ອງ​ທຳມະດາທີ່​ຈະຄິດ​ຮອດ​ບ້ານ ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ​ແຕ່​ວ່າ ດ້ວຍ​ເທັກ​ໂນ​ໂລ​ຈີ​ຂອງ​ສະ​ໄໝ​ນີ້ ​ມັນ​ງ່າຍ​ທີ່​ຈະ​ຕິດ​ຕໍ່​ຫາ​ກັນ​ໄດ້. ​

Jose: Yes. My hometown will always have a special place in my heart.
ແມ່ນ​ແລ້ວ. ບ້ານ​ເກີດ​ຂອງຂ້ອຍ ​ແມ່ນ​ຈະ​ມີບ່ອນ​ທີ່ພິ​ເສດ ຢູ່​ໃນ​ຫົວ​ໃຈ​ຂ້ອຍ​ສະ​ເໝີ.

Kevin: What was the hardest part about moving?

Jose: I had a hard time getting used to my new life. I’m used to having lots of family to support me, but in America I have to do things by myself.

Kevin. Yeah, that sounds hard. What do you do to deal with the homesickness? Do you watch Spanish-language TV?

Jose: No, that just makes me more homesick. Usually I just study a lot so I don’t have time to think about it.

Kevin: Yes, sometimes hearing news about your home country makes you even more homesick.

P: Winnie, did you hear how Jose deals with his homesickness? ວິນ​ນີ ​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ​ໂຮ​ເຊ ລາວເຮັດ​ແນວ​ໃດ ​ເພື່ອ​ໃຫ້້​ເຊົາ​ຄິດ​ຮອດ​ບ້ານ​ຂອງລາວ? ​

MC: Yes, he “deals with” homesickness by studying a lot so that he’s too busy to think about it. ໂດຍ. ລາວ​ຈັດການ​ກັບ​ຄວາມ​ຄິດ​ຮອດ​ບ້ານ​ຂອງ​ລາວ ​ໂດຍ​ການຮຽນ​ໜັກ ​ເພື່ອ​ວ່າ​ລາວ​ຈະ​ຫຍຸ້ງ​ຫລາຍ ຈົນ​ບໍ່​ມີ​ເວລາ​ຄິດ​ຮອດ​ມັນ. ​

P: That’s right. And what is different about life in America for Jose? ແມ່ນ​ແລ້ວ ​ແລະ​ແມ່ນ​ຫຍັງ​ແຕກ​ຕ່າງ​ໄປ​ອີກ ກ່ຽວ​ກັບຊີວິດ​ຢູ່​ໃນ​ອາ​ເມຣິກາ ສຳຫລັບ​ໂຮ​ເຊ.

MC: Well, in Mexico he had a lot of family around to support him, ​ ​ເອີ ຢູ່​ເມັກຊິ​ໂກ ລາວ​ມີ​ສະມາຊິກ​ຄອບຄົວ​ຫລາຍ​ຄົນ​ ສະໜັບສະໜຸນຫລື​ຊ່ວຍ​ລາວ but now he has to “get used to” being on his own ​ແຕ່​ວ່າ​ ດຽວ​ນີ້ ລາວ​ຕ້ອງໄດ້ຮຽນ​ເຮັດ​ເອົາ​ເອງໃຫ້​ລື້​ງ ກັບ​ການ​ໃຊ້​ຊີວິດ​ຢູ່​ຄົນ​ດຽວ. ​

P: That’s right, it is often hard to get used to life in a new country. Tune in next time to learn more about moving to America. ແມ່ນ​ແລ້ວ. ມັນ​ຍາກ​ທີ່​ຈະໃຫ້
​ລື້​ງ​ເຄີຍ ກັບ​ຊີວິດ​ ຢູ່​ໃນ​ປະ​ເທດໃໝ່. ຕິດຕາມ​ຟັງ​ບົດຮຽນ​ຕໍ່​ໄປ​ຂອງ​ເຮົາ ​ເພື່ອ​ຮຽນ​ຮູ້​ກ່ຽວກັບ
​ການຍ້າຍ​ມາ​ຢູ່​ອາ​ເມຣິກາ ຂອງ​ໂຮ​ເຊ​ອີກ.

MC: ແຕ່​ກ່​ອນອື່ນ ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້ອີກ ພ້ອມ​ກັບຄຳແປ: ​

Kevin: What was the hardest part about moving? ແມ່ນ​ຫຍັງ​ທີ່​ຍາກ​ທີ່​ສຸດ ກ່ຽວ​ກັບ​ການ​ຍ້າຍ​ມາ​ຢູ່​ນີ່?

Jose: I had a hard time getting used to my new life. I’m used to having lots of family to support me, but in America I have to do things by myself. ຂ້ອຍ​ມີ​ຄວາມ​ລຳບາກ​ຫລາຍ ​ໃນ​ການ​ລື້ງ​ເຄີຍ​ກັບຊີວິດ​ໃໝ່​ຂອງ​ຂ້ອຍ. ຂ້ອຍ​ເຄີຍ​ມີຄອບ
ຄົວ​ຫລາຍໆ​ຄົນ ສະໜັບສະໜຸນ​ຊ່ວຍ​ເຫລືອ​ຂ້ອຍ ​ແຕ່​ຢູ່​ອາ​ເມຣິກາ​ ຂ້ອຍ​ຕ້ອງ​ເຮັດ​ທຸກ​ສິ່ງ​ທຸກຢ່າງດ້ວຍ​ຕົນ​ເອງ.

Kevin. Yeah, that sounds hard. What do you do to deal with the homesickness? Do you watch Spanish-language TV? ຟັງ​ເບິ່ງ​ແລ້ວ ກໍ​ຍາກ​ເນາະ. ​ເຈົ້າເຮັດຫຍັງເພື່ອໃຫ້​ເຊົາຄິດ​ຮອດ​ບ້ານ​? ​ເຈົ້າ​ເບິ່ງ​ທີ​ວີ ພາສາ​ Spanish ບໍ່?

Jose: No, that just makes me more homesick. Usually I just study a lot so I don’t have time to think about it. ບໍ່ ​ເຮັດ​ແນວ​ນັ້ນ ​ແຮ່ງ​ເຮັດ​ໃຫ້​ຂ້ອຍ​ຄິດ​ຮອດ​ບ້ານ​ຕື່ມ​ຂຶ້ນອີກ. ຕາມ​ປົກກະຕິ​ແລ້ວ ຂ້ອຍ​ກໍ​ມີ​ແຕ່ຮຽນ​ໜັກ​ຂຶ້ນ ​ເພື່ອ​ຂ້ອຍ​ຈະ​ບໍ່​ມີ​ເວລາ​ຄິດ​ຫາ​ມັນ. ​

Kevin: Yes, sometimes hearing news about your home country makes you even more homesick. ແມ່ນ ບາງ​ເທື່ອ ການ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບປະ​ເທດ​ຂອງ​ເຈົ້າ ​ແຮ່ງ​ເຮັດ​ໃຫ້​ເຈົ້າ​ຄິດ​ຮອດ​ບ້ານ ຕື່ມ​ອີກ.

Music… up and fade under…

MC: ທ່ານ​ນັກ​ສຶກສາ​ທີ່​ຮັກ​ແພງ ກ່ອນ​ຈາກ​ກັນ​ມື້​ນີ້ ​ມາ​ລື້​ມຄືນ​ປະ​ໂຫຍ​ກນີ້​ກັນ​ໜ່ອຍ​ນຶ່ງ ຄື
ປະ​ໂຫຍ​ກທີ່​ເຄວິ​ນຖາ​ມ​ໂຮ​ເຊວ່າ What do you do to deal with the homesick-
ness? ທີ່​ເຮົາ​ແປ​ວ່າ “​ເຈົ້າເຮັດຫຍັງເພື່ອໃຫ້​ເຊົາຄິດ​ຮອດ​ບ້ານ​?​” ຊຶ່ງບໍ່​ຖືກຕ້ອງ​ກັບ​ຄວາ​ມ
ໝາຍ​ຂອງ​ພາສາ​ອັງກິດ ​ແຕ່​ໄດ້​ຄວາມ​ໝາຍ​ພາສາ​ລາວ. ຄຳວ່າ to deal with ​ແປ​ວ່າ
ຈັດການ​ກັບ​ສິ່ງ​ໃດ​ສິ່ງ​ນຶ່ງ ​ດັ່ງ​ໃນ​ປະ​ໂຫຍ​ກນີ້ "How are you going to deal with that problem?" “​ເຈົ້າ​ຈະ​ຈັດການ​ກັບ​ບັນຫາ​ນັ້ນ​ແນວ​ໃດ?” ສະ​ນັ້ນ ປະ​ໂຫຍກ " What do
you do to deal with the homesickness?" ກໍ​ແປ​ວ່າ “ເຈົ້າ​ເຮັດ​ຫຍັງ​ເພື່ອຈັດການ​
ກັບ​ຄວາມຄິດ​ຮອດ​ບ້ານ​?” ​ກໍ​ຄື ​ເຈົ້າ​ເຮັດ​ແນວ​ໃດເພື່ອ​ບໍ່​ໃຫ້​ຄິດ​ຮອດ​ບ້ານນັ້ນ​ເອງ. ​ແລະຄໍາ homesickness ແມ່ນຄຳນາມ​ຂອງ homesick ຊຶ່ງ​ຖ້າ​ແປ​ຕາມ​ໂຕ ກໍ​ແມ່ນ​ປ່ວຍ​ຍ້ອນ
ບ້ານ ກໍ​ແປ​ວ່າ ​ຄິດ​ຮອດ​ບ້າ​ນ ນັ້ນ​ເອງ ຖ້າ​ເປັນ seasick ຫລື airsick ​ກໍ​ແປ​ວ່າ ວິນ​ຫົວ​ຍ້ອນ​ຄື້ນ​ທະ​ເລ ຫລື​ເມົາ​ຄື້ນ ຫລືຍ້ອນ​ອາກາດ​ປັ່ນ​ປ່ວນ​ເວລາ​ຂີ່​ເຮືອບິນ ຫລື carsick ວິນ​ຫົວ​ຍ້ອນ​ຂີ່​ລົດ​ດົນ​ໂພດ ທຳນອງນັ້ນ ຊຶ່ງ​ອາການ​ວິນ​ທັງ​ສາມ​ຢ່າງ​ນີ້ ເອີ້ນ​ລວມກັນ​ວ່າ ອາການ motion sickness ຫລື​ເປັນວິນ​ບໍ່​ສະບາຍ ຫລືເມົາ ​ຍ້ອນ​ການ​ເໜັງ​ຕິງນັ້ນ​ເອງ.

XS
SM
MD
LG