ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ຈີເອັມ ປະກາດ ປິດໂຮງງານ ໃນ ອາເມຣິກາ ເໜືອ ສ້າງຄວາມບໍ່ພໍໃຈ ໃຫ້ ປ. ທຣຳ ແລະ ນາຍົກ ທຣູໂດ


ກາລົດຍີ່ຫໍ້ Chevrolet ທີ່ວາງສະແດງໃຫ້ເຫັນຢູ່ທີ່ ສະຖານຈຳໜ່າຍລົດ Miami Lakes AutoMall ໃນເມືອງ ມາຍແອມີ ເລກສ໌ ຂອງລັດຟລໍຣີດາ, ວັນທີ 1 ຕຸລາ 2014.
ກາລົດຍີ່ຫໍ້ Chevrolet ທີ່ວາງສະແດງໃຫ້ເຫັນຢູ່ທີ່ ສະຖານຈຳໜ່າຍລົດ Miami Lakes AutoMall ໃນເມືອງ ມາຍແອມີ ເລກສ໌ ຂອງລັດຟລໍຣີດາ, ວັນທີ 1 ຕຸລາ 2014.

ທັງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ນາຍົກລັດຖະມົນຕີ ຂອງ
ການາດາ ທ່ານ ຈັສຕິນ ທຣູໂດ ກຳລັງສະແດງອອກເຖິງຄວາມບໍ່ພໍອົກພໍໃຈ ກັບ ການ
ປະກາດ ຂອງບໍລິສັດ General Motors ຫຼືເອີ້ນຫຍໍ້ວ່າ GM ທີ່ວ່າ ຕົນຈະຕັດຈຳນວນ
ແຮງງານທີ່ໄດ້ຮັບເງິນເດືອນ ລົງ 15 ເປີເຊັນ ແລະຈະຍຸຕິການຜະລິດຢູ່ທີ່ 5 ໂຮງງານ
ໃນທົ່ວອາເມຣິກາເໜືອ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ຕໍ່ບັນດາສະມາຊິກ ຂອງສື່ມວນຊົນ ກ່ອນຈະຂຶ້ນເຮືອບິນເຮລິຄອບເຕີ ປະຈຳຕຳແໜ່ງ ທີ່ເອີ້ນວ່າ Marine One ຢູ່ທີ່ເດີນຫຍ້ກ້ຳໃຕ້ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ພະຈິກ 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ຕໍ່ບັນດາສະມາຊິກ ຂອງສື່ມວນຊົນ ກ່ອນຈະຂຶ້ນເຮືອບິນເຮລິຄອບເຕີ ປະຈຳຕຳແໜ່ງ ທີ່ເອີ້ນວ່າ Marine One ຢູ່ທີ່ເດີນຫຍ້ກ້ຳໃຕ້ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ພະຈິກ 2018.

“ພວກເຮົາ ບໍ່ມັກມັນເລີຍ” ທ່ານ ທຣຳ ໄດ້ກ່າວໄປ. ທ່ານເວົ້າອີກວ່າ “ຂ້າພະເຈົ້າເຊື່ອ
ວ່າ ພວກເຂົາເຈົ້າ ຈະເປີດຢູ່ແຫ່ງອື່ນແທນ ໃນລັດໂອໄຮໂອ.”

ທ່ານປະທານາທິບໍດີ ໄດ້ກ່າວບອກບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ວ່າ ທ່ານ ໄດ້ໂອ້
ລົມກັບ ປະທານ ແລະເປັນຫົວໜ້າບໍລິຫານ ຂອງບໍລິສັດຜະລິດລົດຍົນ ອັນດັບນຳໜ້າ
ຂອງອາເມຣິກາ ທ່ານນາງ ແມຣີ ບາຣຣາ ແລະ ວ່າ ທ່ານ “ໄດ້ ລົມຢ່າງເອົາຈິງເອົາຈັງ”
ກັບທ່ານນາງ. ທ່ານເວົ້າວ່າ “ຂ້າພະເຈົ້າ ໄດ້ລົມກັບ ທ່ານນາງ ໃນເວລາ ຂ້າພະເຈົ້າ
ໄດ້ຍິນວ່າ ພວກເຂົາເຈົ້າ ຈະປິດ ແລະຂ້າພະເຈົ້າ ໄດ້ກ່າວວ່າ ເຈົ້າຮູ້ດີວ່າ ປະເທດນີ້
ໄດ້ເຮັດຫຼາຍສິ່ງຫຼາຍຢ່າງ ໃຫ້ແກ່ ບໍລິສັດ General Motors. ເຈົ້າຕ້ອງກັບຄືນເຂົ້າ
ໄປນະທີ່ນັ້ນ.”

ໃນການກ່າວຖະແຫລງເມື່ອຕອນທ່ຽງວັນຈັນວານນີ້ ກ່ອນທີ່ຈະຂຶ້ນເຮືອບິນເຮລິຄອບເຕີ
ປະຈຳຕຳແໜ່ງ ທີ່ເອີ້ນວ່າ Marine One ເພື່ອມຸ້ງໜ້າໄປຮ່ວມການ ໂຮມຊຸມນຸມດ້ານ
ການເມືອງ ໃນລັດມິສຊິສສິບປີ, ທ່ານທຣຳ ໄດ້ກ່າວຕື່ມວ່າ “ພວກເຂົາເຈົາ ກ່າວວ່າ ລົດ
Chevy ລຸ້ນ Cruze ບໍ່ໄດ້ຂາຍດີ. ຂ້າພະເຈົ້າ ໄດ້ເວົ້າວ່າ ຄັນຊັ້ນ ເອົາລົດຄັນທີ່ໄດ້
ຂາຍດີ ແລະເອົາມັນກັບຄືນໄປໃສ່ແທນ. ຂ້າພະເຈົ້າຄຶດວ່າ ເຈົ້າຈະເຫັນບາງສິ່ງ
ບາງຢ່າງເກີດຂຶ້ນຢູ່ນະທີ່ນັ້ນ.”

ລົດຜູ້ໂດຍສານ ສີ່ປະຕູ ຜະລິດໂດຍ ບໍລິສັດ General Motors ຫຼື GM ຢູ່ທີ່ Lordstown Complex, ຊຶ່ງເປັນໂຮງງານປະກອບລົດຍົນ ໃນເມືອງ ວອຣຣັນ ຂອງລັດໂອໄຮໂອ, ວັນທີ 26 ພະຈິກ 2018.
ລົດຜູ້ໂດຍສານ ສີ່ປະຕູ ຜະລິດໂດຍ ບໍລິສັດ General Motors ຫຼື GM ຢູ່ທີ່ Lordstown Complex, ຊຶ່ງເປັນໂຮງງານປະກອບລົດຍົນ ໃນເມືອງ ວອຣຣັນ ຂອງລັດໂອໄຮໂອ, ວັນທີ 26 ພະຈິກ 2018.

ທ່ານທຣຳ ຍັງໄດ້ກົດດັນ ທ່ານນາງ ບາຣຣາ ໃຫ້ປິດການຜະລິດຢູ່ໃນປະເທດຈີນ, ທ່ານ
ປະທານາທິບໍດີ ໄດ້ກ່າວບອກ ໜັງສືພິມ Wall Street Journal ໃນວັນຈັນວານນີ້.

ສ່ວນທ່ານ ທຣູໂດ ຢູ່ທີ່ທວີດເຕີ ໄດ້ກ່າວວ່າ ລັດຖະບານຂອງທ່ານ “ພວກເຮົາ ຈະເຮັດ
ທຸກສິ່ງທຸກຢ່າງ ທີ່ພວກເຮົາສາມາດເຮັດໄດ້ ເພື່ອຊ່ອຍບັນດາຄອບຄົວ ຂອງພວກທີ່
ໄດ້ຮັບຜົນກະທົບ ຈາກຂ່າວຄາວອັນນີ້ ເພື່ອໃຫ້ພວກເຂົາເຈົ້າລຸກຢືນໄດ້.”

ນາຍົກລັດຖະມົນຕີຂອງການາດາ ໄດ້ກ່າວຕື່ມວ່າ ທ່ານໄດ້ໂອ້ລົມ ກັບທ່ານນາງ ບາຣຣາ
ໃນວັນອາທິດຜ່ານມານີ້ “ເພື່ອສະແດງຄວາມເສຍໃຈຢ່າງເລິກເຊິ່ງ ໃນການປິດ
ໂຮງງານ”
ຢູ່ເມືອງໂອຊາວາ ໃນແຂວງອອນຕາຣີໂອ ຂອງການາດາ.

ທ່ານນາງ ບາຣຣາ ໃນຖະແຫລງການສະບັບນຶ່ງ ໄດ້ກ່າວວ່າ ການຕັດສິນໃຈ ຂອງບໍລິສັດ
ຂອງທ່ານ ໄດ້ຖືກຊຸກຍູ້ໂດຍການກົດດັນຂອງຕະຫຼາດ ແລະທ່ານນາງ ຈະປ່ຽນແປງ
ບໍລິສັດ GM “ໃຫ້ມີຄວາມຄ່ອງແຄ້ວຂຶ້ນ ມີຄວາມມຸ້ງໝັ້ນ ແລະ ມີຜົນກຳໄລ ໃນຂະນະ
ດຽວກັນ ອຳນວຍໃຫ້ພວກເຮົາ ມີການປັບໂຕໄດ້ງ່າຍ ເພື່ອທີ່ຈະລົງທຶນໃນອະນາຄົດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG