ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຊາວໜຸ່ມທີ່ເສົ້າໝອງ ດຶງເອົາ ສະຫະລັດ, ປະເທດໃນເຂດຢູໂຣບ ຕາເວັນຕົກ ລົງ ໃນບັນຊີປະເທດທີ່ມີຄວາມສຸກ 


ແຟ້ມພາບ - ທຸງຊາດຂອງປະເທດຟິນແລນພັດປິວ ຢູ່ເທິງກຳປັ່ນທັບແຜ່ນນ້ຳກ້ອນຊື່ວ່າ MSV Nordica ຂະນະທີ່ມັນແລ່ນມາຮອດ ເມືອງທ່າ Nuuk, ຂອງເກາະກຣີນແລນ ທີ່ເປັນຂົງເຂດປົກຄອງຕົນເອງ, ວັນທີ 29 ກໍລະກົດ 2017.
ແຟ້ມພາບ - ທຸງຊາດຂອງປະເທດຟິນແລນພັດປິວ ຢູ່ເທິງກຳປັ່ນທັບແຜ່ນນ້ຳກ້ອນຊື່ວ່າ MSV Nordica ຂະນະທີ່ມັນແລ່ນມາຮອດ ເມືອງທ່າ Nuuk, ຂອງເກາະກຣີນແລນ ທີ່ເປັນຂົງເຂດປົກຄອງຕົນເອງ, ວັນທີ 29 ກໍລະກົດ 2017.

ຟິນແລນ ແມ່ນປະເທດທີ່ມີຄວາມສຸກທີ່ສຸດໃນໂລກ --ເປັນປີ​ທີເຈັດລຽນຕິດ ອີງຕາມອົງການຂ່າວຣອຍເຕີສ໌.

ເດັນມາກ ແລະໄອຊ໌ແລນ ຕາມຫຼັງມາຢ່າງໃກ້ຊິດ ອີງຕາມລາຍງານຄວາມສຸກ ຢູ່ໃນໂລກຂອງປີນີ້ ທີ່ໄດ້ຖືກເປີດເຜີຍໃນວັນພຸດທີ່​ຜ່ານ​ມາ.

ອັນດັບສຸດທ້າຍພາຍໃນ 143 ປະເທດແລະເຂດແດນຕ່າງໆກໍຄື ອັຟການິສຖານ ແລະເລບານອນ.

ນຶ່ງໃນບັນດາບັນນາທິການຂອງບົດລາຍງານນີ້ ແມ່ນອາຈານ ຢານ-ເອັມມານູແອລ ເດີ ແນບວ໌ ຜູ້ທີ່ຍັງນຳພາສູນກາງຄົ້ນຄວ້າຄວາມຢູ່ດີກິນດີ ຢູ່ມະຫາວິທະຍາໄລ ອັອກສຟອດ ໄດ້ກ່າວວ່າ ຜະລິດຕະພັນລວມພາຍໃນ ຕໍ່ຫົວຄົນ ເປັນຂີດໝາຍທີ່ສຳຄັນຂອງຄວາມແຕກຕ່າງລະຫວ່າງຄວາມສຸກຂອງ ປະເທດຕ່າງໆ ແຕ່ນັ້ນບໍ່ແມ່ນຈຸດຈົບຂອງເລື້ອງ.

ທ່ານເດີ ແນບວ໌ ເວົ້າວ່າ “ຄວາມ​ຮັ່ງ​ມີແມ່ນສຳຄັນ, ແຕ່ໂດຍສະເພາະແລ້ວ ຄວາມ​ຮັ່ງ​ມີ​ແມ່ນ​ແບ່ງ​ອອກ​ເປັນແນວໃດ. ສະນັ້ນ ໃນຟິນແລນ ເດັນມາກ ແລະບັນດາປະເທດໃນເຂດສແກນດີນາເວຍ ເຈົ້າຈະພົບເຫັນວ່າ ຄວາມ​ຮັ່ງ​ມີແມ່ນຖືກຈັດແບ່ງ​ອອກຢ່າງເທົ່າທຽບກັນຫຼາຍກວ່າ ດັ່ງນັ້ນປະຊາຊົນສ່ວນຫຼາຍ ຈະໄດ້ຮັບຜົນປະໂຫຍດຈາກຄວາມ​ຮັ່ງ​ມີທີ່ປະເທດທັງຫຼາຍເຫຼົ່ານີ້ໄດ້ສ້າງຂຶ້ນມາ ພາຍໃນປະເທດ. ແລະຕໍ່ຈາກນັ້ນ ແຕ່ລະປະເທດຍັງສະໜັບສະໜຸນສະຫວັດ ດີການຂອງລັດທີ່ສະໜອງຄວາມຖຸ່ນທ່ຽງທາງດ້ານຈິດຕະສາດ.”

ສະຫະລັດ ໄດ້ຕົກລົງຈາກ 20 ປະເທດທີ່ຢູ່​ອັນ​ດັບສູງສຸດເປັນຄັ້ງທຳອິດ.

ສະຫະລັດໄດ້ຕົກລົງໄປຢູ່ອັນດັບທີ 23 ຈາກອັນດັບທີ 15 ເມື່ອປີກາຍນີ້ ຍ້ອນ​ການຕົກຕ່ຳລົງໃນແງ່ຂອງຄວາມຢູ່ດີກິນດີຂອງພວກຄົນທີ່ມີອາຍຸຕ່ຳກວ່າ 30 ປີ.

ລາຍງານທີ່ສະໜັບສະໜຸນໂດຍອົງການສະຫະປະຊາຊາດນີ້ ຍັງສະແດງໃຫ້ ເຫັນວ່າ ມັນ​ບໍ່​ແມ່ນພຽງແຕ່ຊາວໜຸ່ມຂອງອາເມຣິກາເທົ່ານັ້ນ ຜູ້ທີ່ບໍ່ມີຄວາມສຸກ.

Finland is the happiest country in the world - for the seventh straight year.

Denmark and Iceland follow closely behind, according to this year's World Happiness Report, released Wednesday.

Ranking last among 143 countries and territories: Afghanistan and Lebanon.

One of the report's editors, professor Jan-Emmanuel De Neve, who also heads the Wellbeing Research Center at the University of Oxford, said GDP per capita marks a key difference between nations' happiness, but that's not the end of the story.

"Wealth does matter, but especially also how wealth is distributed. So in Finland, Denmark and the other Scandinavian countries, you'll find that wealth is way more evenly distributed, so more people benefit from the wealth that's being generated in these countries. And then also, each one supports a welfare state that provides psychological stability,” De Neve said.

The United States dropped out of the top 20 for the first time. It fell to 23rd place from 15th last year, because of a plunge in the sense of well-being of those aged under 30.

The United Nations-backed report also shows that it's not just American youth who are unhappy.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG