ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ອະນຸລັກເສື​ອ​ໂຄ່ງ


ການວາງສະແດງຮູບພາບຂອງບັນດາເສືອໃນທົ່ວໂລກ
ການວາງສະແດງຮູບພາບຂອງບັນດາເສືອໃນທົ່ວໂລກ

ລະຫວ່າງ​ກາງ​ເດືອນ​ທີ່​ແລ້ວ​ນີ້ທະນາຄານ​ໂລກ ພ້ອມ​ກັບ
ອົງການSmithsonian, National Geographic
Society ​ແລະGlobal Environment Facility ​
ໄດ້​ຮວມກັນ​ຈັດ​ກອງ​ປະຊຸມ​ວ່າການ​ອະນຸລັກ​ເສືອ​ໂຄ່ງ
ທີ່​ກຳລັງ​ຈະ​ສູນພັນ​ໃນ​ທົ່ວໂລ​ກ ຊຶ່ງ​ກົງກັບວັນ​ຄຸ້ມ​ຄອງ​ໂລກ​
ຫຼື Earth Day ພໍດີ ​ໂດຍມີການວາງສ​ະແດງຮູບ​ພາບ​
ຂອງ​ບັນດາ​ເສືອ​ໂຄ່ງ​ໃນ​ທົ່ວ​ໂລກຈາກ​ຝືມື​ຂອງ​ຕາ​ກ້ອງດັງ​
ລະດັບ​ໂລກ​ໂດຍ​ໃຫ້​ຊື່ວ່າ “Vanishing Icons.”

ທ່ານບົວພັນ ພັນທະວົງ - ຫົວຫນ້າກອງອະນຸລັກ ຊັບພະຍາກອນປ່າໄມ້
ທ່ານບົວພັນ ພັນທະວົງ - ຫົວຫນ້າກອງອະນຸລັກ ຊັບພະຍາກອນປ່າໄມ້

ຈຸດປະສົງຫຼັກ​ໃນ​ການ​ຮວມຕົວ​ຂອງ​ບັນດາ​ປະ​ເທດທີ່​ມີ​ເສືອ​ໂຄ່ງຫຼາຍ​
ກວ່າ​ສິບ​ປະ​ເທດ​ນີ້​ ແມ່ນເພື່ອ​ປຶກສາຫາລື​ແລະ​ແລກ​ປ່ຽນ
ຂໍ້​ມູນ​ເພື່ອ​ອະນຸລັກ​ບັນດາ​ເສືອ​ໂຄ່ງ​ໃນ​ທົ່ວໂລກ​ທີ່​ໃກ້​ຈະ​ສູນ
ພັນ​ນັ້ນ​ໃຫ້​ເພີ່ມ​ຈຳນວນ​ຂຶ້ນ ຊຶ່ງ​ຕາງຫນ້າ​ໃຫ້​ສປປລາວ​ກໍ​ມີ​
ຫຼາຍ​ທ່ານ​ດ້ວຍ​ກັນ​ແລະ​ຫົວຫນ້າ​ກອງອະນຸລັກ​ຊັບພະຍາກອນ​
ປ່າ​ໄມ້ກໍ​ແມ່ນ​ທ່ານ​ບົວ​ພັນ ພັນທະ​ວົງ ຊຶ່ງ​ທ່ານ​ເວົ້າເຖິງ​ໂຄງການ​
ອະນຸລັກ​ໃນ​ສປປລາວ​ດັ່ງ​ບົດ​ສຳພາດຕໍ່​ໄປ​ນີ້.

"ກອງ​ປະຊຸມ​ໃນ​ຄັ້ງ​ນີ້ກໍ​ແມ່ນ​ການ​ສ້າງສາ​ຍພົວພັນປະສານ​ງານ​ລະຫວ່າງ
ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ເພື່ອ​ຕຽມຕົວ​ໃນ​ການວາງ​ແຜນ​ປະຕິບັດ​ຂອງ​
ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ເດືອນ​ກັນຍາ​ເມືອງVladivostok,
Russia ​ເພື່ອ​ໃຫ້​ເສືອ​ໂຄ່ງ​ທີ່​ກຳລັງຈະ​ສູນພັນ​ນີ້ ​ຍືນ​ຍົງ​ແລະ​ຢູ່​ຂູ່​ກັບ​ມະນຸດ​
ຕະລອດ​ໄປ ​ໂດຍ​ທີ່​ເມື່ອປະມານ​ນຶ່ງ​ສັດຕະ​ວັດ​ຜ່ານ​ມາ ຈຳນວນ​ພວກ​ເສືອ​
ໂຄ່ງ​ໃນ​ໂລກ​ໄດ້​ລົດ​ຈຳນວນ​ປະມານ 100 ພັນ​ໂຕ​ມາ​ຍັງ​ເຫຼືອ​ປະມານ300-500 ​
ໂຕ​ຕາມ​ຕົວ​ແລກ​ປະຈຸ​ບັນ. ດັ່ງ​ນັ້ນ​ບັນດາ​ນັກ​ຊ່ຽວຊານຈຶ່ງເຫັນຄວາມ​ຮີບ​ຮ້ອນ​
ທີ່​ຕ້ອງ​ຮັກສາ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເສື​ອ​ໂຄ່ງ​ນີ້​ຕ້ອງ​ສູນພັນ."

ເຊີນຟັງລາຍລະອຽດເພິ່ມຕື່ມ ຈາກລາຍງານຂອງເຮົາ.

XS
SM
MD
LG