ບັນດານັກພະຍາກອນອາກາດທຳນາຍວ່າ ອັນຕະລາຍອີກຢ່າງ
ນຶ່ງ ທີ່ອາດມາພ້ອມ ກັບສະພາບອາກາດຮ້ອນເອົ້າຂອງໂລກນັ້ນ
ແມ່ນຈະມີຟ້າຜ່າຫຼາຍຂຶ້ນ.
ບັນດານັກຊ່ຽວຊານ ຂຽນລົງໃນວາລະສານວິທະຍາສາດ ທີ່ກ່າວ
ວ່າ ອາດຈະມີຟ້າຜ່າ ລົງສູ່ໂລກເພີ້ມຂຶ້ນເຖິງ 50 ເປີເຊັນ ພາຍໃນ
ທ້າຍສັດຕະວັດນີ້.
ພວກເຂົາເຈົ້າ ນຳໃຊ້ 11 ຕົວແບບ ຂອງສະພາບດິນຟ້າອາກາດ
ທີ່ແຕກຕ່າງກັນ ທີ່ກຳນົດອອກມາວ່າ ອຸນຫະພູມຂອງໂລກຈະສູງ
ຂຶ້ນ 4 ອົງສາ Celsius ພາຍໃນປີ 2100 ນີ້.
ການທີ່ໂລກມີອຸນຫະພູມອົບເອົ້າຂຶ້ນນີ້ ໝາຍຄວາມວ່າ ຈະມີຄວາມປຽກຊຸ່ມ ຢູ່ໃນອາກາດ
ຕື່ມຂຶ້ນ ທີ່ເຮັດໃຫ້ມີລົມພາຍຸ ທີ່ມີຟ້າຮ້ອງຟ້າຄະນອງຮ້າຍແຮງຫຼາຍຂຶ້ນ.
ຟ້າຜ່າທີ່ເພີ້ມຫຼາຍຂຶ້ນນັ້ນ ອາດຈະເຮັດໃຫ້ມີຜູ້ຄົນ ທີ່ຖືກຟ້າຜ່າຫຼາຍຂຶ້ນ ໄຟໄໝ້ປ່າ ຫຼາຍ
ຂຶ້ນຕື່ມ ຊຶ່ງເປັນອັນຕະລາຍ ຢ່າງໃຫຍ່ຫລວງສຳຫລັບສັດປ່າຕ່າງໆ.
Forecasters are predicting another hazard that could come with a global warming- more lightning.
Experts writing in the journal Science say there could be 50 percent more lightning strikes on Earth by the end of the century.
They used 11 different climate models to determine a four degree Celsius rise in global temperatures by 2100.
A warmer planet means greater moisture in the air and more violent and explosive thunderstorms.
More lightning could lead to more people being hit, more wildfires, and a bigger danger to wildlife.