ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາບ​ອາ​ກາດ ປ່ຽນ​ແປງ ຂະ​ຫຍາຍ​ໄພ​ຂົ່ມ​ຂູ່​ຕໍ່ ທະ​ເລ​ສາບ​ນ້ຳ​ກ້ອນ ຢູ່​ເທິງ​ພູ ຮິ​ມາ​ໄລ


ພາບ​ຂອງ​ທະ​ເລ​ສາບ​ນ້ຳ​ກ້ອນ ອິມ​ຈາ ຢູ່​ພາກ​ພື້ນ​ພູ ເອ​ເວີ​ເຣັ​ສ ຂອງ​ເມືອງ ໂຊ​ລູ​ຄຳ​ບູ, 140 km ທາງ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ນະ​ຄອນຫຼວງ ກັດມັນ​ດູ, ປະ​ເທດ ເນ​ປານ. 22 ພະ​ຈິກ 2018.
ພາບ​ຂອງ​ທະ​ເລ​ສາບ​ນ້ຳ​ກ້ອນ ອິມ​ຈາ ຢູ່​ພາກ​ພື້ນ​ພູ ເອ​ເວີ​ເຣັ​ສ ຂອງ​ເມືອງ ໂຊ​ລູ​ຄຳ​ບູ, 140 km ທາງ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ນະ​ຄອນຫຼວງ ກັດມັນ​ດູ, ປະ​ເທດ ເນ​ປານ. 22 ພະ​ຈິກ 2018.

ເມື່ອ​ຄື້ນ​ຊຸ​ນາ​ມິ​ພູ​ຮິ​ມາ​ໄລ ຊຸ​ໄຫຼ​ລົງ​ຈາກຫຼັງ​ຄ​າ​ຂ​ອງ​ໂລກ, ນ້ຳ​ຈາກ​ທະ​ເລ​ສາບ​ນ້ຳ​ກ້ອນ
ທີ່ໄຫຼລົ້ນນັ້ນຈະໄຫຼຕາມແຮງດຶງດູດຂອງໂລກ. ມັນຈະທຳລາຍທຸກຢ່າງທີ່ຢູ່ຂວາງໜ້າ
ມັນ, ການໄຫຼຊຸລົງມີແຕ່ຈະຄາດໄດ້ເຖິງການທຳລາຍທີ່ຮ້າຍກາດຂອງມັນ.

ຄົນ​ຜູ້​ນຶ່ງ​ທີ່​ໄດ້​ຕ້ານ​ທານ​ກັບ​ນ້ຳ​ໃນ​ພູ​ຮິ​ມາ​ໄລ​ຂອງ ອິນ​ເດຍ ນັ້ນ​ໄດ້​ກ່າວ​ວ່າ “ມັນ​ບໍ່​ໄດ້​ມີ
ຄວາມໝາຍຫຍັງ. ມັນບໍ່ໄດ້ໃຫ້ໂອກາດໃຜລອດຊີວິດເລີຍ.”

ທ່ານ ຄ​ຣິ​ສ​ຕຽນ ຮັກ​ແກ​ລ, ອາ​ຈານ​ສອນ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຊູ​ຣິ​ຈ໌ ໃນ​ປະ​ເທດ ສວິດ​
ເຊີແລນ ຜູ້ທີ່ຊ່ຽວຊານໃນວິຊາກ່ຽວກັບ ນ້ຳກ້ອນ ແລະ ທໍລະນີສັນຖານວິທະຍາ ໄດ້
ກ່າວວ່າ “ນ້ຳຫຼາຍພັນແມັດກ້ອນ ທີ່ໄຫຼລົງຈາກພູ “ແມ່ນຂ້ອນຂ້າງທີ່ຈະຮ້າຍແຮງ ແລະ
ມັນສາມາດເກີດຂຶ້ນໄດ້ຢ່າງກະທັນຫັນ.”

ນ້ຳ​ທີ່​ວ່າ​ນັ້ນ​ມາ​ຈາກ ນ້ຳ​ຖ້ວມ​ທີ່​ໄດ້​ປະ​ທຸ​ອອກ​ມາ​ຈາກ​ທະ​ເລ​ສາບ​ນ້ຳ​ກ້ອນ ເຊິ່ງ​ໄດ້​ເພີ່ມ​
ຂຶ້ນຢ່າງເປັນປະຈຳ ໃນຂະນະທີ່ສະພາບອາກາດປ່ຽນແປງໄດ້ຂະຫຍາຍອັດຕາການ
ລະລາຍຂອງນ້ຳກ້ອນ. ການໄຫຼອອກຈາກທະເລສາບທີ່ຫາຍະນະນີ້ ຈະເກີດຂຶ້ນຢູ່
ບ່ອນໃດກໍ່ຕາມທີ່ມີນ້ຳກ້ອນໃຫຍ່ ໃນສະຖານທີ່ຕ່າງໆເຊັ່ນປະເທດ ເປຣູ, ແລະ ລັດ
ອາລາສກາ ຂອງ ສະຫະລັດ.

ນ້ຳ​ຖ້ວມ​ທີ່​ປະ​ທຸ​ອອກ​ມາ​ຈາກ​ທະ​ເລ​ສາບ​ນ້ຳ​ກ້ອນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ ຈ​ະ​ເກີດ​ຂຶ້ນ​ໃນ​ພາກ​
ພື້ນພູຮິມາໄລຂອງ ອິນເດຍ, ປາກິສຖານ, ອັຟການິສຖານ, ບັງກລາແດັສ, ພູຖານ,
ມຽນມາ, ເນປານ ແລະ ທົ່ງພຽງ ຕີເບດ. ເມື່ອລວມເຂົ້າກັນ, ຂົງເຂດດັ່ງກ່າວຈະມີຫິມະ
ແລະ ນ້ຳກ້ອນລວມກັນຫຼາຍທີ່ສຸດເປັນອັນດັບສາມ ຕາມຫຼັງຂົ້ວໂລກໃຕ້ ແລະ ຂົ້ວໂລກ
ເໜືອ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG