ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການພົບວ່າ ສະພາບອາກາດອົບເອົ້າ ສ່ວນໃຫຍ່ ແມ່ນເກີດຈາກ ການກະທໍາຂອງມະນຸດ (ວີດິໂອ)


ເບິ່ງວິດີໂອກ່ຽວກັບໄພແຫ້ງແລ້ງຢູໃນພື້ນທີ່ສ່ວນໃຫຍ່ຂອງສະຫະລັດ

ນັກເຄື່ອນໄຫວທີ່ເປັນຜູ້ເລີ້ມຕົ້ນຜູ້ນຶ່ງ ​ແລະເປັນຜູ້ສະໜັບສະໜູນຄວາມຄິດທີ່ວ່າ ສະພາບ
ອາກາດອົບເອົ້າ ຫລື global warming ​ແມ່ນເກີດຂຶ້ນຍ້ອນການກະທໍາຂອງມະນຸດນັ້ນ
ເວົ້າວ່າ ຕົນໄດ້ຕີລາຄາຕໍ່າເກີນໄປ ​ໃນ​ເລື້ອງ​ທີ່​ກ່ຽວ​ກັບສະພາບຄວາມຮຸນແຮງຂອງອາກາດ
ຮ້ອນເອົ້າ ແລະໄພແຫ້ງແລ້ງທີ່ສ້າງຄວາມຫາຍຍະນະ ຕໍ່ພື້ນທີ່ສ່ວນໃຫຍ່ຂອງສະຫະລັດ ແລະພາກສ່ວນອື່ນໆຂອງໂລກ ໃນ​ໄລຍະ​ນຶ່ງທົດສະວັດ ທີ່ຜ່ານມານັ້ນ.

ທ່ານ James Hansen ຜູ້ອໍານວຍ​ການສະຖາບັນສຶກສາອາວະກາດ Goddard ຂອງ​
ອົ​ງການ NASA ຂອງສະຫະລັດກ່າວວ່າ ທ່ານບໍ່ປະສົບຜົນສໍາເລັດໃນການຄົ້ນຄວ້າຂອງ
ທ່ານ ໃນຊຸມປີ 1980 ເພື່ອຊອກຮູ້ວ່າການເພີ້ມຂຶ້ນ​ໂດ​ຍສະເລ່ຍຂອງອຸນນະຫະພູມ ຈະ
ສາມາດ ຜັກດັນໃຫ້ອາກາດຖີບຕົວສູງຂຶ້ນເຖິງຂີດສູງສຸດ ໄດ້ໄວຫລາຍປານໃດນັ້ນ

ໃນບົດຂຽນທີ່ລົງພິມໃນໜັງສືພິມ Wahsington Post ນັ້ນ, ທ່ານ Hansen ເວົ້າວ່າ
ການທໍານາຍຂອງທ່ານ ທີ່ໄດ້ບັນ​ລະ​ຍາຍ​ຢູ່​ໃນ​ບົດ​ນໍາ​ສະ​ເໜີຄັ້ງປະຫວັດສາດຕໍ່ສະພາສູງ
ສະຫະລັດໃນປີ 1988 ນັ້ນ ແມ່ນອ່ອນເກີນໄປ.

ບົດຂຽນນັ້ນ ໄດ້ຖືກພິມເຜີຍແຜ່ໃນຂະນະທີ່ທ່ານ Hansen ແລະພວກນັກຄົ້ນຄວ້າຄົນ
ອື່ນໆ ຈະພິມເຜີຍແຜ່ການວິເຄາະອຸນນະຫະພູມຂອງໂລກຢູ່ໃນ 6 ທົດສະວັດ ຊຶ່ງໄດ້
ສະແດງໃຫ້​ເຫັນ​ໃນ​ອັນທ່ານເວົ້າວ່າ “ການເພີ້ມຂຶ້ນທີ່ໜ້າອັດສະຈັນໃນຄວາມຖີ່ຂອງລະດູ
ຮ້ອນທີ່ຮ້ອນສຸດຂີດ” ນັ້ນ. ການສຶກສາຄົ້ນຄວ້ານີ້ ຈະລົງພິມຢູ່ໃນ​ເອກະສານສະສົມ ການສຶກສາດ້ານວິທະຍາສາດແຫ່ງຊາດ ຫລື the Proccedings of National
Academy of Science ໃນວັນຈັນມື້ອື່ນ.

ໃນນັ້ນທ່ານ Hansen ອ້າງເຖິງຄື້ນຟອງອາກາດຮ້ອນທີ່ກັນດານ​ໃນຢູໂຣບ ​ເມື່ອປີ 2003,
ລະດູຮ້ອນທີ່ຮຸນແຮງເຜົາ​ໃໝ້ໃນຣັດເຊຍ ​ເມື່ອປີ 2010 ແລະໄພແຫ້ງແລ້ງທີ່ສ້າງ​ຄວາມ​ຫາ​ຍະ​
ນະ ຢູ່ໃນສະຫະລັດ ໃນປີກາຍນີ້ ຊຶ່ງ​ທ່ານບອກວ່າສາເຫດຕ່າງໆ ທີ່ພາໃຫ້ມີໄພພິບັດທັງ
ສາມຢ່າງນີ້ ແມ່ນມາຈາກການປ່ຽນແປງຂອງດິນຟ້າອາກາດ ຊຶ່ງສ່ວນໃຫຍ່ເປັນຜົນພອຍໄດ້ ມາຈາກມົນລະພິດຂອງອາຍຄາບອນ ​ໃນ​ອາກາດ.

ແຕ່ຢ່າງໃດກໍຕາມ ທ່ານ Hansen ສະເໜີວ່າ ຍັງມີ​ເວລາທີ່ຈະຫລີກລ່ຽງບໍ່​ໃຫ້ສະພາບການ
ດິນຟ້າອາກາດ ຮ້າຍ​ແຮງລົງໄປອີກໄດ້ຢູ່ ແລະທ່ານ​ສະໜັບ​ສະ​ໜຸນໃຫ້ມີການເກັບຄ່າທໍານຽມ ເພີ້ມຂຶ້ນເທື່ອລະໜ້ອຍ ສໍາລັບ​ການ​ປ່ອຍ​ອາຍ​ແກ​ສຄາບ​ອນ ​ໂດຍພວກບໍລິສັດທີ່ໃຊ້ເຊື້ອເພີງ
ແບບເກົ່າແກ່ນັ້ນ.

XS
SM
MD
LG