ໃນວັນສຸກມື້ນີ້ ຕະຫລາດຮຸ້ນໃນເອເຊຍສືບຕໍ່ຂາຍອອກຍ້ອນມີການກະຕຸ້ນຈາກຄຳ ເຕືອນຂອງບໍລິສັດແອບໂປ (Apple) ທີ່ເວົ້າວ່າຈະມີລາຍຮັບຈາກການຂາຍຫລຸດລົງ
ແລະ ຍ້ອນຕົວຊີ້ບອກຕ່າງໆເຖິງອະນາຄົດສະແດງໃຫ້ເຫັນວ່າຈະມີການຕົກລາຄາຢ່າງແຮງຂອງຮຸ້ນໃນເວລາເປີດຕະຫລາດຂອງສະຫະລັດ.
ຕະຫລາດຮຸ້ນໂຕກຽວໄດ້ຫລຸດລົງ 3 ເປີເຊັນໃນການຊື້ຂາຍຕອນເຊົ້າມື້ນີ້ ແລະຕະຫລາດຮຸ້ນໃນນະຄອນຊຽງໄຮ້, ຊິດນີ, ໂຊລ, ແລະໄທເປ ກໍຕົກລາຄາເຊັ່ນກັນ.
ຕະຫລາດຮຸ້ນຢູ່ທົ່ວໂລກໄດ້ຫລຸດລົງໃນວັນພະຫັດວານນີ້ ພາຍຫລັງທີ່ບໍລິສັດ ເທັກໂນໂລຈີຍັກໃຫຍ່ເວົ້າວ່າ ການຂາຍອຸປະກອນຂອງຕົນໄດ້ຫລຸດລົງຢ່າງໜັກ ຢູ່ໃນຈີນ ໃນເດືອນແລ້ວນີ້, ຊຶ່ງບາງທີອາດເປັນສັນຍານເຕືອນໃຫ້ຮູ້ວ່າ ຈະມີການຂະຫຍາຍໂຕຊ້າ ໃນຂອບເຂດກວ້າງກວ່າຂອງເສດຖະກິດໂລກ.
ບໍລິສັດແອບໂປ (Apple) ໃຫ້ເຫດຜົນວ່າເປັນຍ້ອນຄວາມຂັດແຍ້ງທາງການຄ້າກັບຈີນຂອງປະທານາທິບໍດີ ດໍໂນລ ທຣຳ ຈຶ່ງເຮັດໃຫ້ພາບພົດການຂາຍສິນຄ້າຂອງຕົນຫລຸດລົງ ແຕ່ວ່າ ຜູ້ນຳຂອງສະຫະລັດໄດ້ຂຽນຄຳອະທິບາຍເພື່ອປ້ອງກັນຕົວເອງ ລົງທາງທວີດເທີໃນວັນພະຫັດວານນີ້ວ່າ "ກະຊວງການເງິນ ຂອງສະຫະລັດໄດ້ຮັບເງິນເປັນຫລາຍຕື້ໂດລາຈາກພາສີຂາເຂົ້າ ທີ່ພວກເຮົາເກັບໄດ້ຈາກຈີນ ແລະປະເທດອື່ນໆ ທີ່ບໍ່ໄດ້ປະຕິບັດຕໍ່ພວກເຮົາຢ່າງເປັນທຳນັ້ນ. ໃນຂະນະດຽວກັນ ພວກເຮົາເຮັດໄດ້ດີຫລາຍໃນການເຈລະຈາທາງການຄ້າຫລາຍຢ່າງທີ່ກຳລັງດຳເນີນໄປຢູ່ນີ້. ໄປຮອດຈຸດໃດ ຈຸດນຶ່ງມັນກໍຈະຕ້ອງໄດ້ເຮັດຈັ່ງຊີ້ຢູ່ແລ້ວ!"
ໃນວັນສຸກມື້ນີ້ ລັດຖະບານຈີນເວົ້າວ່າ ຄະນະຜູ້ແທນທາງການຄ້າຂອງສະຫະລັດ ຈະໄປຢ້ຽມຢາມປັກກິ່ງໃນອາທິດໜ້ານີ້ ເປັນເວລາສອງວັນ ເພື່ອສົນທະນາກັນໃນເລື້ອງຈັດຕັ້ງປະຕິບັດຂໍ້ຕົກລົງທີ່ເຊັນນຳກັນລະຫວ່າງທ່ານທຣຳ ແລະປະທານປະເທດ ສີ ຈິ້ນຜິງຂອງຈີນ ໃນການເລື່ອນການຂຶ້ນພາສີຄັ້ງໃໝ່ອອກໄປອີກ.
ໃນວັນທີ 1 ທັນວາທີ່ຜ່ານມາ ຜູ້ນຳທັງສອງທ່ານໄດ້ຕົກລົງກັນທີ່ຈະເຮັດໃຫ້ການເຈລະຈາທາງດ້ານເທັກໂນໂລຈີ, ດ້ານຊັບສິນທາງປັນຍາ ແລະບັນຫາການລັກເຈະຂໍ້ມູນທາງອິນເຕີແນັດ ຫລື cyber theft ສຳເລັດລົງພາຍໃນ 90 ວັນ ແລະງົດການເກັບພາສີໃໝ່ໄວ້ກ່ອນ ໃນເວລານີ້. ພວກເຈົ້າໜ້າທີ່ສະຫະລັດ ໄດ້ເວົ້າວ່າຖ້າການເຈລະຈາຫາກບໍ່ນຳໄປສູ່ຂໍ້ຕົກລົງທີ່ເປັນໜ້າພໍໃຈແລ້ວ ວໍຊິງຕັນ ກໍຈະຂຶ້ນພາສີຕໍ່ສິນຄ້າຂອງຈີນໃນມູນຄ່າ 200 ຕື້ໂດລາຈາກ 10 ເປີເຊັນ ເປັນ 25 ເປີເຊັນ.
ທ່ານ ທີມ ຄຸກ (Tim Cook) ຫົວໜ້າບໍລິຫານຂອງບໍລິສັດ Apple ຕ້ອງຕິວ່າ ການຫລຸດລົງ ດ້ານການຂາຍສິນຄ້າ ຂອງບໍລິສັດຕົນ ກໍແມ່ນເປັນຍ້ອນສົງຄາມ ການຄ້າທີ່ປະທານາທິບໍດີ ດໍໂນລ ທຣຳ ກຳລັງເຮັດຢູ່ກັບຈີນນັ້ນ.
ທ່ານຄຸກ ຂຽນວ່າ "ເຖິງແມ່ນວ່າ ພວກເຮົາຄາດຄະເນໄວ້ວ່າ ຈະມີຂໍ້ຫຍຸ້ງຍາກ ບາງຢ່າງໃນຕະຫລາດຫລັກ ທີ່ຫາກໍ່ເລີ້ມໂຜ່ຕົວຂຶ້ນນັ້ນ ແຕ່ວ່າ ພວກເຮົາ ກໍ່ບໍ່ ໄດ້ຄາດຄິດໄວ້ວ່າ ຈະມີຄວາມສະເທືອນຢ່າງໃຫຍ່ຂອງການຫລຸດລົງທາງເສດຖະກິດ ໂດຍສະເພາະ ແມ່ນຢູ່ໃນຈີນ ທີ່ເປັນຕະຫລາດໃຫຍ່ກວ່ານັ້ນ.”