ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ຕະຫຼາດຮຸ້ນໃນທົ່ວໂລກ ໄດ້ຖີບຕົວສູງຂຶ້ນ ຫຼັງຈາກ ສຫລ ໄດ້ປະກາດ ມາດຕະການ ດ້ານການເງິນ ຂະໜາດໃຫຍ່


ເສັ້ນຕາຕະລາງ ຂອງດັດຊະນີລາຄາຮຸ້ນເຢຍຣະມັນ ຫຼື DAX ທີ່ເຫັນໄດ້ຢູ່ໃນພາບນີ້ ຢູ່ຕະຫຼາດຮຸ້ນ ທີ່ນະຄອນ ແຟຣງເຟິດ ຂອງເຢຍຣະມັນ ເມື່ອເດືອນກຸມພາ, ວັນທີ 24 ມີນາ 2020. REUTERS/Staff

ຕະຫຼາດຮຸ້ນໃນທົ່ວໂລກ ໄດ້ຖີບຕົວສູງຂຶ້ນ ໃນວັນພຸດມື້ນີ້ ຫຼັງຈາກທີ່ ບັນດາຜູ້ນຳຂອງ
ສະຫະລັດ ໄດ້ປະກາດມາດຕະການດ້ານການເງິນຂະໜາດໃຫຍ່ ເພື່ອຮັບມືກັບການ
ລະບາດຂອງໄວຣັສໂຄໂຣນາ.

ດັດຊະນີ ນິກເຄອິ (Nikkei) ຂອງຍີ່ປຸ່ນ ໄດ້ຖີບໂຕສູງຂຶ້ນ 8 ເປີິເຊັນ ໃນຕອນປິດ
ຕະຫຼາດ ໃນຂະນະທີ່ ດັດຊະນີ ແຮງ ເຊັງ (Hang Seng) ຂອງຮົງກົງ ກໍມີລາຄາ
ສູງຂຶ້ນເຖິງ 4 ເປີເຊັນ ໃນຕອນປິດຕະຫຼາດ ແລະຕິດຕາມມາດ້ວຍ ດັດຊະນີ ຊຽງໄຮ
ກໍສູງຂຶ້ນເຖິງ 2 ເປີເຊັນ.

ສ່ວນຕະຫຼາດຮຸ້ນຂອງຢູໂຣບ ກໍໄດ້ຕິດຕາມມາ ດ້ວຍການໄຂຕະຫຼາດຊື້ຂາຍຮຸ້ນ ຢ່າງ
ແຂງຂັນ ແລະ ຮຸ້ນໃນອະນາຄົດຂອງສະຫະລັດ ບົ່ງບອກວ່າ ຈະມີລາຄາສູງຂຶ້ນ ເມື່ອ ຕະຫຼາດຮຸ້ນທັງຫຼາຍເປີດຕໍ່ມາໃນມື້ນີ້.

ຄວາມບໍ່ແນ່ນອນ ກ່ຽວກັບໄວຣັສໂຄໂຣນາ ແລະຜົນກະທົບຂອງມັນຕໍ່ເສດຖະກິດນັ້ນ
ໄດ້ເຮັດໃຫ້ຕະຫຼາດຮຸ້ນທັງຫຼາຍສັ່ນຄອນ ເປັນເວລາຫຼາຍເດືອນແລ້ວ ແລະໄດ້ເຮັດໃຫ້
ລາຄາຮຸ້ນຕ່າງໆ ຕົກລົງເລື້ອຍມາ ໃນຂະນະດຽວກັນ ລັດຖະ ບານຂອງປະເທດຕ່າງໆ
ແລະທະນາຄານກາງທັງຫຼາຍ ໄດ້ຟ້າວອອກມາດຕະການກອບກູ້ເສດຖະກິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG