ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຸ້ນ Dow Jones ມີລາຄາ ສູງກວ່າ 20,000 ເປັນມື້ທີສອງ ໃນຕອນ ອັດຕະຫຼາດ


ຜູ້ຊາຍຄົນນຶ່ງຍ່າງກາຍກະດານໄຟຟ້າ ທີ່ສະແດງໃຫ້ເຫັນ ລາຄາຮຸ້ນ Nikkei ທີ່ຕະຫລາດຮຸ້ນຍີ່ປຸ່ນ.
ຜູ້ຊາຍຄົນນຶ່ງຍ່າງກາຍກະດານໄຟຟ້າ ທີ່ສະແດງໃຫ້ເຫັນ ລາຄາຮຸ້ນ Nikkei ທີ່ຕະຫລາດຮຸ້ນຍີ່ປຸ່ນ.

ຮຸ້ນ​ Dow Jones Industrial Average ຊຶ່ງ​ເປັນດັດຊະນີ​ຮຸ້ນສະຫະລັດ​ທີ່​ມີ​ການ​ຈັບ​ຕາ​ເບິ່ງ​ຢ່າງໃກ້ຊິດ ມີ​ລາຄາ​ສູງ​ກວ່າ2 0, 20,000 ໃນຕອນ​ອັດ​ຕະຫລາດ ເປັນ​ມື້ທີ​ສອງ​ລຽນຕິດ ໃນວັນພະຫັດວານນີ້.

ຮຸ້ນ Dow Jones ມີ​ລາ​ຄາ​ສູງ​ກວ່າ 20,000 ​ເປັນ​ເທື່ອທຳ​ອິດໃນ​ວັນ​ພຸດ​ຜ່ານ ມາ. ຕະຫລາດ​ຮຸ້ນ​ທີ່​ມີ​ລາຄາ​ສູງ​ຂຶ້ນຂອງ​ສະຫະລັດ ​ໄດ້​ກະ​ຕຸ້ນ​ເຮັດ​ໃຫ້​ຕະຫຼາດ ຮຸ້ນ​ເອ​ເຊຍ​ດີ​ຂຶ້ນ​ໃນ​ວັນ​ພະຫັດ​ວານ​ນີ້ ຄື​ຮຸ້ນ Nikkei ຂອງ​ຍີ່​ປຸ່ນ ສູງ​ຂຶ້ນ 1.8 ​ເປີ​ເຊັນ​ໃນ​ຕອນ​ອັດ​ຕະ ຫຼາດ ​ໃນ​ຂະນະ​ທີ່​ຮຸ້ນ Hang Seng ຂອງ​ຮົງ​ກົງ​ສູງ​ຂຶ້ນ 1.4 ​ເປີ​ເຊັນ. ສ່ວນ​ຮຸ້ນ​ທີ່​ສຳຄັນ​ອື່ນໆ​ຂອງ​ສະຫະລັດ​ແລະ​ຢູ​ໂຣບ ​ແມ່ນ​ມີ​ລາຄາທັງ​ຂຶ້ນ​ແລະ​ລົງ ​ປະສົມ​ປະສານກັນ ​ໃນ​
ຕອນ​ປິດ​ຕະຫລາດ​ຊື້ຂາຍ​ໃນ​ວັນ​ພະຫັດ ວານ​ນີ້.

ທ່ານ Sam Stovall ຫົວໜ້າ​ຄົ້ນຄວ້າ​ດ້ານ​ຍຸດ​ທະ​ສາດ​ການ​ລົງທຶນ​ຂອງ​ບໍລິສັດCFRA ກ່າວ​ວ່າ ການ​ເຄື່ອນ​ໄຫວຕ່າງໆ​ຂອງ​ປະທານາທິບໍດີ​ດໍ​ໂນ​ລ ທຣຳ​ແມ່ນ ເປັນ​ແຮງ​ຊຸກຍູ້​ໃຫ້​ແກ່​ພວກ​ນັກ​ລົງທຶນ ​ໂດຍ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ​ມັນ​ແມ່ນ ສອງ​ມື້ທຳ​ອິດ​ຂອງ​ປະທາ ນາທິບໍດີ ​ທຣຳ ທີ່​ໄດ້​ອອກດຳລັດ​ຫລາຍໆ​ສະບັບແລະ ສິ່ງ​ເຫລົ່ານັ້ນ​ໄດ້​ແຈ້ງ​ໃຫ້​ຕະຫລາດ​ຮຸ້ນ Wall Street ຊາບ​ວ່າ ທ່ານ​ກຳລັງ​ພະ ຍາ​ຍາມ​ທີ່​ຈະ​ເຮັດ​ຕາມ​ຄຳ​ໝັ້ນ​ສັນຍາ ​ທີ່​ທ່ານ​ໄດ້​ໃຫ້​ໄວ້​ ໃນ​ລະຫວ່າງ​ການ​ໂຄສະ ນາຫາ​ສຽງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG