ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕະຫຼາດຮຸ້ນ ໃນເອເຊຍ ຕົກຕ່ຳ ຫຼັງຈາກ ຊາວກຣິສ ໄດ້ລົງຄະແນນສຽງວ່າ "ບໍ່"


ນັກລົງທຶນທ່ານນຶ່ງ ເຮັດສີໜ້າ ແບບບໍ່ພໍໃຈ ໃນຂະນະທີ່ ສັງເກດເບິ່ງຈໍພາບ ການເຄື່ອນໄຫວຂອງຮຸ້ນຕ່າງໆ ຢູ່ທີ່ຕະຫຼາດຮຸ້ນ ໃນນະຄອນ Frankfurt ປະເທດ ເຢຍຣະມັນ, ວັນທີ 6 ກໍລະກົດ 2015.
ນັກລົງທຶນທ່ານນຶ່ງ ເຮັດສີໜ້າ ແບບບໍ່ພໍໃຈ ໃນຂະນະທີ່ ສັງເກດເບິ່ງຈໍພາບ ການເຄື່ອນໄຫວຂອງຮຸ້ນຕ່າງໆ ຢູ່ທີ່ຕະຫຼາດຮຸ້ນ ໃນນະຄອນ Frankfurt ປະເທດ ເຢຍຣະມັນ, ວັນທີ 6 ກໍລະກົດ 2015.

ຕະຫຼາດຮຸ້ນເອ​ເຊຍ ​ໄດ້ຕົກ​ຕ່ຳລົງ ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງຈາກ
ຊາວກຣິສຜູ້​ມີ​ສິດ​ປ່ອນບັດ ​ໄດ້ລົງຄະ​ແນນ​ສຽງປະຕິ​ເສດ
ການ​ຮຽກຮ້ອງ​ໃຫ້ປະຢັດມັດທະຍັດ ​ໂດຍ​ບັນດາ​ຜູ້​ໃຫ້​ກູ້​ຢືມ​
ເງິນ​ນາໆ​ຊາດ.

ຕະຫຼາດຮຸ້ນ Nikkei ຂອງ​ຍີ່ປຸ່ນ ​ໄດ້ຂາດທຶນ ຫຼາຍກວ່າ 2 ​
ເປີ​ເຊັນ ​ໃນ​ຂະນະ​ດຽວ​ກັນ ຕະຫຼາດຮຸ້ນ Hang Seng ຂອງ​
ຮົງກົງ ກໍຫລຸດ​ລົງ ​ເກືອບ 4.5 ​ເປີ​ເຊັນ ໃນ​ຕອນ​ທຽງ ຂອງ​ການ
​ຊື້​ຂາຍ​ຮຸ້ນ. ສ່ວນ​ຕະຫຼາດຮຸ້ນ Kospi ຂອງ​ເກົາຫຼີ​ໃຕ້ ກໍຕົກ​ຕ່ຳ
ຫຼາຍກວ່າ 2 ​ເປີ​ເຊັນ ​ໃນ​ຂະນະ​ທີ່ ຕະຫຼາດ​ຮຸ້ນໃນ Sydney
​ແລະ Wellington ກໍປາກົດ​ວ່າ​ຂາດທຶນ​ເຊັ່ນ​ກັນ.

ຕະຫຼາດຮຸ້ນ ຈີນ​ແຜ່ນດິນ​ໃຫຍ່ ຂ້ອນ​ຂ້າງ​ວ່າ ເປັນ​ຕະຫຼາດທີ່​ແຍກ ​ໂຕຈາກ​ຕະຫຼາດ​ໃນ​ທົ່ວ​ໂລກ ​ໃນ​ເບື້ອງ​ຕົ້ນ ​ໄດ້​ສະ​ແດງ​ວ່າ ​ໄດ້​ຮັບ​ຜົນເປັນຢ່າງ​ດີ ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງຈາກ ທີ່​ໄດ້​ປະສົບ​ກັບ​ການ​ຂາດທຶນ​ຢ່າງ​ໜັກ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແຕ່ ຕະຫຼາດຮຸ້ນ Shanghai Composite ​ໄດ້​ສູງ​ຂຶ້ນພຽງ​ເສດສ່ວນ​ ​ໃນຕອນ​ບ່າຍ​ຂອງ​ການ​ຊື້​ຂາຍນັ້ນ.

Asian markets fell Monday after Greek voters rejected austerity demands by international creditors.

Japan's Nikkei lost more than 2 percent, while Hong Kong's Hang Seng dropped nearly 4.5 percent by afternoon trading.South Korea's Kospi was down more than 2 percent, while markets in Sydney and Wellington also showed losses.

Mainland China markets, somewhat isolated from world markets, initially showed strong gains Monday after recent severe losses, but the Shanghai Composite was up only a fraction in late afternoon trading.

XS
SM
MD
LG