ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ບັນດາຜູ້ນໍາໂລກ ຮຽກຮ້ອງໃຫ້ ບັງກລາແດັສ ຈົ່ງຍຸຕິກໍລະນີຕໍ່ຕ້ານນັກເສດຖະສາດ ມູຮໍາມາດ ຢູນູສ

ແຟ້ມ-ຜູ້ທີ່ໄດ້ຮັບລາງວັນໂນເບລ ທ່ານມູຮໍາມາດ ຢູນູສ ກ່າວປາໄສຢູ່ກອງປະຊຸມສຸດຍອດຊາວໜຸ່ມໂລກ ຢູ່ທີ່ເມືອງ Soccer City ໃນນະຄອນໂຈຮັນເນສເບີກ, ອາຟຣິກາໃຕ້, ວັນທີ 2 ຕຸລາ 2013.
ແຟ້ມ-ຜູ້ທີ່ໄດ້ຮັບລາງວັນໂນເບລ ທ່ານມູຮໍາມາດ ຢູນູສ ກ່າວປາໄສຢູ່ກອງປະຊຸມສຸດຍອດຊາວໜຸ່ມໂລກ ຢູ່ທີ່ເມືອງ Soccer City ໃນນະຄອນໂຈຮັນເນສເບີກ, ອາຟຣິກາໃຕ້, ວັນທີ 2 ຕຸລາ 2013.

ລັດຖະບານຂອງ ບັງກລາແດັສ ກ່າວວ່າ ໜັງສືທີ່ໄດ້ຮັບການເຊັນລົງນາມໂດຍ ບຸກຄົນສໍາຄັນຈາກຫຼາຍກວ່າ 170 ປະເທດທົ່ວໂລກ ທີ່ສະແດງຄວາມກັງວົນ ກ່ຽວກັບ ຜູ້ທີ່ໄດ້ຮັບລາງວັນໂນເບລ ແລະ ຜູ້ກໍ່ຕັ້ງສິນເຊື່ອລາຍຍ່ອຍ ທ່ານ ມູຮໍາມາດ ຢູນູສ (Muhammad Yunus) ແມ່ນການແຊກແຊງຈາກຕ່າງປະ ເທດທີ່ບໍ່ເພິງປາຖະໜາ. ໜັງສືດັ່ງກ່າວ ໄດ້ປະນາມໃນສິ່ງທີ່ຜູ້ລົງນາມອະທິບາຍ ວ່າເປັນ “ການຄຸກຄາມທາງຕຸລາການຢ່າງຕໍ່ເນື່ອງ” ຂອງ ທ່ານ ຢູນູສ ແລະ ຮຽກຮ້ອງໃຫ້ລະງັບການພິຈາລະນາຄະ​ດີຂອງທ່ານໃນປັດຈຸບັນນີ້.

ຈົດໝາຍທີ່ລົງນາມໃນວັນທີ 27 ສິງຫາ ຜ່ານມາ ລວມມີຜູ້ທີ່ໄດ້ຮັບລາງວັນ ໂນເບລຫຼາຍກວ່າ 100 ຄົນ, ໃນນັ້ນ ລວມມີອະດີດປະທານາທິບໍດີຂອງ ສະຫະລັດ ທ່ານ ບາຣັກ ໂອບາມາ. ລາຍຊື່ຂອງອະດີດລັດຖະມົນຕີກະຊວງ ການຕ່າງປະເທດສະຫະລັດ ທ່ານນາງ ຮີລແລຣີ ຄລີນຕັນ, ອະດີດເລຂາ ທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ບານ ກີ-ມູນ (Ban Ki-moon), ພ້ອມດ້ວຍບັນດານັກສະແດງ, ເຈົ້າໜ້າທີ່ທີ່ໄດ້ຮັບການເລືອກຕັ້ງ, ທຸລະກິດ ແລະ ບັນດາຜູ້ນໍາສັງຄົມພົນລະເຮືອນ ກໍມີຊື່ຢູ່ໃນລາຍຊື່ເຊັ່ນກັນ.

by the letter.

ນາຍົກລັດຖະມົນຕີຂອງບັງກລາແດັສ ທ່ານນາງເຊກຄ໌ ຮາຊິນາ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວຮ່ວມ ພ້ອມດ້ວຍຄູ່ຮ່ວມຕໍາແໜ່ງຍີ່ປຸ່ນຂອງທ່ານນາງ ທ່ານຟູມິໂອະ ກິຊິດະ (ບໍ່ປາກົດໃນພາບ) ຢູ່ທີ່ສໍານັກງານຝ່າຍຫຼັງ ໃນນະຄອນຫຼວງໂຕກຽວ, ຍີ່ປຸ່ນ, ວັນທີ 26 ເມສາ 2023.

ໃນຈົດໝາຍດັ່ງກ່າວ, ໄດ້ກ່າວເຖິງນາຍົກລັດຖະມົນຕີ ທ່ານ ເຊກຄ໌ ຮາຊິນາ (Sheikh Hasina), ທີ່ຖືກພິມເຜີຍແຜ່ໂດຍໜັງສືພິມ The New York Times ສະບັບສາກົນໃນວັນພະຫັດແລ້ວນີ້ ໃນລັກສະນະແບບໂຄສະນາເຕັມ ໜ້າ. ໃນໜ້າໜັງສືພິມ, ມັນໄດ້ສະແດງຄວາມກັງວົນກ່ຽວກັບ “ໄພຄຸກຄາມຕໍ່ ດ້ານປະຊາທິປະໄຕ ແລະໄພຄຸກຄາມຕໍ່ດ້ານສິດທິມະນຸດ” ຢູ່ໃນບັງກລາແດັສ, ກ່ອນການເລືອກຕັ້ງທົ່ວໄປ ທີ່ຈະຈັດຂຶ້ນໃນເດືອນມັງກອນນີ້.

ທ່ານຢູນູສ ອາຍຸ 83 ປີ, ໄດ້ຮັບຊື່ສຽງ ຈາກການຍົກເລີກຄວາມທຸກຍາກອອກ ຈາກປະຊາຊົນຫຼາຍລ້ານຄົນ ຜ່ານການໃຊ້ສິນເຊື່ອແບບຍ່ອຍຂອງທ່ານ ໂດຍ ທະນາຄານ ກຣາມີນ (Grameen), ເຊິ່ງທ່ານໄດ້ກໍ່ຕັ້ງຂຶ້ນໃນປີ 1983 ສໍາລັບ ຜູ້ຄົນເຫຼົ່ານັ້ນ ທີ່ບໍ່ສາມາດນໍາໃຊ້ທະນາຄານທົ່ວໄປ. ທ່ານໄດ້ຮັບລາງວັນ ໂນເບລ ຂະ​ແໜງສັນຕິພາບໃນປີ 2006 ສໍາລັບວຽກງານການພັດທະນາໃນລະ ບົບຮາກຫຍ້າຂອງທ່ານຢູ່ໃນ ບັງກລາແດັສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG