ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​​ຫຼາຍ​ກວ່າ 5 ລ້ານ​ຄົນ ​ເສຍ​ຊີວິດໃນ​ແຕ່ລະ​ປີ ຍ້ອນການ​ສູບ​ຢາ


ມີ​​ຫຼາຍ​ກວ່າ 5 ລ້ານ​ຄົນ ​ເສຍ​ຊີວິດໃນ​ແຕ່ລະ​ປີ ຍ້ອນການ​ສູບ​ຢາ
ມີ​​ຫຼາຍ​ກວ່າ 5 ລ້ານ​ຄົນ ​ເສຍ​ຊີວິດໃນ​ແຕ່ລະ​ປີ ຍ້ອນການ​ສູບ​ຢາ

ມີຫຼາຍ​ກວ່າ 5 ລ້ານ​ຄົນ ​ເສຍ​ຊີວິດໃນ​ແຕ່ລະ​ປີ ຍ້ອນການ​ສູບ​ຢາ
ມີຫຼາຍ​ກວ່າ 5 ລ້ານ​ຄົນ ​ເສຍ​ຊີວິດໃນ​ແຕ່ລະ​ປີ ຍ້ອນການ​ສູບ​ຢາ

ມີ​ຜູ້​ຄົນ​ເສຍ​ຊີວິດ ​ຫຼາຍ​ກວ່າ 5 ລ້ານ​ຄົນ​ໃນ​ແຕ່ລະ​ປີ ຍ້ອນການ​ສູບ​ຢາຊຶ່ງຈໍ​ານວນ​ຫລາຍ​
ໃນ​ນັ້ນແມ່ນເສຍ​ຊີວິດ​ຢູ່​ໃນປະ​ເທດ​ພ​ວມ​ພັດທະນາ. Dr. Thomas Frieden ຫົວໜ້າ
ສູນ​ກາງ​ຄວບຄຸມພະຍາດຂອງສະຫະລັດ ຫລື CDC​ ກ່າວ​ວ່າ​ ມີ​ນ້ອຍ​ກ່ວາ 10% ຂອງ
ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ​ ທີ່​ວ່າ​ເອົາໃຈ​ໃສ່ແລະ​ເອົາ​ບາດກ້າວຢ່າງ​ພຽງພໍ ຕໍ່​ການປ້ອງ​
ກັນ​ບັນຫານີ້. ທ່ານຊີ້ໄປ​ໃສ່ ​ສະຫະ​ລັດແລະ Uraguay ວ່າ ​ເປັນ​ສອງ​ປະ​ເທດ​ທີ່ມີ​ການ
ຈັດ​ຕັ້ງ​ປະຕິບັດໂຄງການຕໍ່ຕ້ານ​ຢາສູບ ​ຢ່າງ​ມີ​ປະສິດທິ​ຜົນ ຊຶ່ງ​ທ່ານ​ກ່າວ​ເນັ້ນ​ວ່າ ບັນດາ
ປະ​ເທດ​ອື່ນໆ​ຄວນ​ຈະ​ເອົາ​ເປັນ​ແບບຢ່າງ. ທ່ານໝໍ Thomas Frieden ກ່າວ​ວ່າ:

“ປັດຈຸບັນ ຢາສູບ​ເປັນ​ຕົ້ນ​ເຫດອັນນຶ່ງ​ອັນ​ດຽວ ຊັ້ນ​ນຳ​ ຂອງ​ການ​ຕາຍຂອງ​ຄົນ​
ໃນໂລກ​. ຢາສູບ​ເອົາ​ຊິວິດ​ຜູ້​ຄົນ​ໄປ​ຫຼາຍ​ກວ່າ​ໂຣກ​ເອດ​ສ, ​ໂຣກປອດ​ແຫ້ງ ​
ແລະ​ໂຣກ​ໄຂ້ຍຸງ​ ໂຮມ​ເຂົ້າກັນ. ​ແລະບໍ່​ຄື​ກັນ​ກັບ​ພວກ​ໂຣກ​ເຫລົ່າ​ນັ້ນ ທີ່ກໍາລັງ​
ຫຼຸດ​ໜ້ອຍ​ຖອຍ​ລົງນັບ​ມື້ ຢາສູບຊໍ້າພັດ​ເພີ່ມ​ຄວາມ​ຕາຍ​ຫຼາຍ​ຂຶ້ນ."

ທ່ານໝໍ Frieden ກ່າວ​ວ່າ ແຕ່​ວ່າການ​ສູບຢາ​ ບໍ່​ແມ່ນ​ບັນຫາ​ໃຫ່ຽສຸດ​ອັນ​ດຽວ​ຂອງໂລກ
ໂດຍ​ທ່ານ​ຊີ້​ອອກ​ວ່າ ການ​ຕາຍຍ້ອນອຸບັດ​ຕິ​ເຫດ​ທາງ​ຍວດ​ຍານ​ພາຫາ​ນະນັ້ນ ກໍໄດ້ກາຍ
ມາ​ເປັນບັນຫາ​ເຮື້ອຮັງ​ໄປ​ແລ້ວ ແລະ​ໄດ້​ມີ​ຫຼາຍ​ກວ່າ 1 ລ້ານຄົນ​ຕາຍຍ້ອນສາເຫດດັ່ງກ່າວ
ໃນ​ແຕ່ລະ​ປີ ຊຶ່ງ​ຮວມທັງ​ພວກ​ທີ່​ຍ່າງ​ແລະໃຊ້​ລົດຖີບ​ນຳ. ທ່ານໝໍ Thomas Frieden
ກ່າວຕື່ມ​ວ່າ:

“​ສິ່ງ​ທີ່ຈະ​ເກີດ​ຂຶ້ນ ​ພາຍ​ໃນ 25 ​ປີ ຫຼື 20 ປີ​ຂ້າງ​ໜ້າ, ​ເວ້ນ​ເສຍ​ແຕ່​ວ່າ​ພວກ​
ເຮົາ​ຈະ​ເອົາ​ບາດກ້າວ​ຢ່າງ​ຮີບ​ດ່ວນ ກໍ​ຄື​ວ່າ ການ​ບາດ​ເຈັບ​ຍ້ອນ​ການ​ຈະລາ
ຈອນ​ຕາມ​ທ້ອງ​ຖະໜົນ​ ຈະ​ເພີ້​ມຂຶ້ນ​ຈາກ​ 2 % ຂອງ​ການ​ຕາຍ​ທັງ​ໝົດ ​ເປັນ
3 % ​ເຄິ່ງ ຂອງ​ການ​ຕາຍ​ທັງ​ໝົດ ແລະ​ຈະ​ກາຍ​ເປັນ​ສາ​ເຫດ​ ຊັ້ນ​ນຳໜ້າ​
ອັນ​ດັບ​ທີ 5 ຂອງການ​ຕາຍ​ ​ຢູ່ໃນ​ທົ່ວ​ໂລກ."

ທ່ານໝໍ Thomas Frieden ກ່າວ​ວ່າ ພະຍາດ​ທີ່​ເກີດ​ຈາກການຕິດ​ເຊື້ອ​ໂຣກທາງ​ລະບົບ
ຫາຍ​ໃຈ ​ເຊັ່ນ​ໂຣກປອດ​ແຫ້ງ​ນັ້ນ ກໍ​ຍັງ​ເປັນ​ບັນຫາໃຫຍ່​ຢູ່ຕໍ່​ມາ. ທ່ານກ່າວອີກ​ວ່າ 1 ພັນ​
ລ້ານ​ຄົນ ​ແມ່ນ​ບໍ່​ມີນໍ້າດື່ມ​ນໍ້າ​ໃຊ້ທີ່​ສະອາດ ​ແລະ 2 ພັນ 500 ລ້ານຄົນ​ ບໍ່ມີ​ຮອດ​ລະບົບ
ສຸ​ຂະນາ​ໄມ​ໃຊ້ ຊຶ່ງ​ທ່ານກ່າວວ່າ ການ​ມີ​ສອງ​ຢ່າງ​ທີ່​ກ່າວ​ມາ​ນັ້ນ​ໃຊ້ ​ຈະ​ສາມາດ​ຊ່ອຍ​ປ້ອງ
ກັນ​ການ​ເສຍ​ຊີວິດໄດ້​ເປັນລ້ານໆ​ຄົນ ຊຶ່ງ​ຮວມທັງ​ພວກ​ເດັກນ້ອຍ​ ທີ່​ລົ້ມ​ຫາຍ​ຕາຍ​ຈາກ​
ໄປຍ້ອນໂຣກທ້ອງ​ຂີ້​ຮາກ. ທ່ານໝໍ Thomas Frieden ກ່າວ​ວ່າ ຍັງມີ​ໂຣກອະຫິວາ
ກໍຄື​ທ້ອງຂີ້​ຮາກຂັ້ນຮ້າຍ​ແຮງ​ນັ້ນ ຢູ່​ໃນ​ຫລາຍໆ​ເຂດຂອງ​ໂລກ ຊຶ່ງ​ເປັນ​ການ​ສະທ້ອນ​ໃຫ້
ເຫັນ​ເຖິງຄວາມ​ລົ້ມ​ແຫລວ​ຂອງ​ລັດຖະບານ ທີ່​ບໍ່​ສາມາດ​ສະໜອງ​ນໍ້າ​ສະອາດ​ແລະລ​ະບົບ
ສຸ​ຂະ​ນາ​ໄມ​ຢ່າງ​ພຽງພໍ​ ໃຫ້​ປະຊາຊົນ.

ຜູ້​ອໍານວຍ​ການ​ສູນ​ກາງ CDC ກ່າວ​ຕໍ່​ໄປ​ວ່າ ​ໂຣກ AIDS ຍັງ​ຄົງ​ເປັນສາ​ເຫດ​ໃຫຍ່​ຂອງ
ການ​ຕາຍຢູ່​ໃນ​ທະວີບອາ​ຟຣິກາ ຊຶ່ງ​ທ່ານ​ກ່າວ​ວ່າ ບັນຫາ​ສ່ວນ​ນຶ່ງ​ກໍ ​ແມ່ນເປັນ​ຍ້ອນວ່າ
ຜູ້​ຄົນທີ່​ຕິ​ອ​ເຊື້ອ​ໄວຣັສ HIV ທີ່​ພາ​ໃຫ້​ເປັນ​ໂຣກ AIDS ນັ້ນ ບໍ່​ຮູ້​ຊໍ້​າວ່າ ຕົນ​ມີ​ເຊື້ອ HIV.
ທ່ານ​ກ່າ​ວດັ່ງ​ນີ້:

"ພວກ​ເຮົາ​ຮູ້ວ່າ​ ຜູ້ຄົນ​ທີ່​ຮູ້​ວ່າ​ຕົນເປັນ​ໂຣກດ່ັງກ່າວ​ນັ້ນ ຈະ​ບໍ່ນຳ​ເອົາເຊື້ອ​
ໂຣກ​ນັ້ນໄປຕິດແປດຄົນ​ອື່ນ ​ແລະ​ທາງ​ດຽວ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ
ເຫຼືອ​ດ້ານ​ສຸຂະພາບ ກໍ​ຄື​ເຂົາເຈົ້າ​ຕ້ອງຮູ້​ວ່າ ຕົນເປັນ​ໂຣກດ່ັງກ່າວ​ເທົ່າ​ນັ້ນ."

ທ່ານໝໍ Thomas Frieden ກ່າວ​ວ່າໂຣກອ້ວນ​ນັ້ນ​ ກໍກໍາລັງ​ກາຍ​ມາເປັນບັນຫາ​ສຸຂະ
ພາບຫລາຍ​ຂຶ້ນ​ເລື້ອຍໆ ​ແລະ​ທ່ານ​ກ່າວ​ວ່າ ປະຈຸ​ບັນນີ້ຜູ້​ຄົນອ້ວນ​ພີຫຼາຍ​ກວ່າ​ຄົນຈ່ອຍ​
ຢູ່​ໃນທົ່ວ​ໂລກ. ສໍາລັບ​ໂຣກມະ​ເຮັງ ສາ​ເຫດ​ສໍາຄັນ​ອີກ​ອັນ​ນຶ່ງ​ຂອງ​ການ​ຕາຍ​ນັ້ນ ​ທ່າ​ນ
Frieden ກ່າວ​ວ່າ ຈໍານວນ​ຄົນ​ເສຍ​ຊີວິດຍ້ອນໂຣກມະ​ເຮັ​ງໃນແຕ່ລະ​ປີນັ້ນ ອາດ​ຕັດ​ລົງ​
ໄດ້​ເຖິງ​ເຄິ່ງນຶ່ງ​ ຖ້າຜູ້​ຄົນ​ພາກັນຢຸດເຊົາ​ສູບຢາ ​ແລະ​ ​ກິນອາຫານ​ທີ່​ມີ​ຄຸນ​ນະ​ປະ​ໂຫຍ​ດ
ຕໍ່​ຮ່າງ​ກາຍ​ ແລະອອກກຳລັງ​ກາຍ​ຫລາຍ​ຂຶ້ນ.

XS
SM
MD
LG