ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ​ໂລກກ່າວວ່າ ເສດຖະກິດໂລກ ຈະຂະຫຍາຍໂຕຊ້າລົງ ໃນປີ 2012 ນີ້ (ເບິ່ງວີດີໂອພາສາລາວ/ອັງກິດ)


ທະນາຄານ​ໂລກກ່າວວ່າ ເສດຖະກິດໂລກ ຈະຂະຫຍາຍໂຕຊ້າລົງ ໃນປີ 2012 ນີ້ (ເບິ່ງວີດີໂອພາສາລາວ/ອັງກິດ)
ທະນາຄານ​ໂລກກ່າວວ່າ ເສດຖະກິດໂລກ ຈະຂະຫຍາຍໂຕຊ້າລົງ ໃນປີ 2012 ນີ້ (ເບິ່ງວີດີໂອພາສາລາວ/ອັງກິດ)

ທະນາຄານ​ໂລກ​ໄດ້​ລົດ​ລະດັບ​ການ​ທໍານາຍຂອງຕົນ​ກ່ຽວ​ກັບການ​ເຕີບ​ໂຕ​​ ຂອງເສ​ດຖະກິດ​ໂລກ​ໃນ​ປີ 2012 ນີ້ ​ເນຶ່ອງມາ​ຈາກ​ບັນຫາ​ໜີ້​ສິນ​ຂອງ​ພາກ ພື້ນ​ຢູ​ໂຣບ​ທີ່​ກໍາ​ລັງມີ​ຢູ່​ຕໍ່​ມາ​ນັ້ນ. ສະ​ຖາ​ບັນ​​​ໃຫ້​ເງິນກູ້​ຢືມ​ຂອງ​ໂລກ​​ແຫ່ງ​ນີ້ ກ່າວ​ວ່າ ປາກົດ​ວ່າວິກິດ​ການ​ຂອງ​ພວກ​ປະ​ເທ​ດທີ່​ໃຊ້ເງິນ​ຢູ​ໂຣ ຫລື​ເຂດ​ຢູ​ໂຣນັ້ນ ສາມາດຄວບ​ຄຸມ​ໄດ້​ແດ່​​ແລ້ວ​ເວລາ​ນີ້ ​ແຕ່​ພ້ອມດຽວ​ກັນ ​ທະນາຄານ​ໂລກ​ກໍ​ໄດ້​ກ່າວເຕືອນ​ພວກ​ປະ​ເທດ​ພວມພັດທະ​ນາ​ທັງຫລາຍ ​ຈົ່ງ​ກຽມ​ໂຕ ຮັບມື​ກັບ​​ສະພາວະ​ເສດຖະກິດ​ຊັກ​ຊ້າລົງ ​ແລະ​ຄວາມ​ເປັນ​ໄປ​ໄດ້​ວ່າ​ວິ​ກິດ​ການ​ເສດຖະກິດ ອາດ​ຈະ​ຮຸນ​ແຮງ​ໜັກລົງ​ໄປ​ອີກ. ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລ ອາຊີ​ກາ (Mil Arcega)ມີ​ລາຍ​ງານ​ເລື່ອງ​ນີ້ ຊຶ່ງທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດີໂອພາສາລາວ:

ຄາດ​ວ່າ​ເສດຖະກິດ​ໂລກ​ຈະ​ເຕີບ​ໂຕ​ຊ້າ​ລົງ​ກວ່າ​ເກົ່າ​ໃນ​ປີ​ນີ້. ທ່ານ Hans Timmer ຫົວ
ໜ້າ​ໂຄງການ​ພັດທະນາ​ຕ່າງໆ​ຂອງທະນາ​ຄານ​ໂລກຄາດຄະ​ເນ​ວ່າການ​ເຕີບ​ໂຕ​ໂດຍ​ລວມ
ຂອງ​ເສດຖະກິດ​ໂລກໃນ​ປີ 2012 ນີ້ຈະຢູ່​ໃນ​ອັດ​ຕາປະມານ 2.5 ​ເປີ​ເຊັນ ຊຶ່ງແມ່ນຕໍ່າ​
ກວ່າ​ການປະ​ເມີນ​ໃນ​ເບຶ້ອງຕົ້ນ​ຂອງ​ທະນາຄານ​ໂລກ ​ເຖິງ​ນຶ່ງ​ເປີ​ເຊັນ​ກ່ວາໆ.

ທ່ານ Hans Timmer ​ເວົ້າ​ວ່າ ມັນ​ຈະເປັນການ​ຟື້ນ​ຕົວ​ຄືນທີ່ຊ້າ​ຫລາຍ ​ແລະ​ຈະ​
ຕ້ອງ​ໃຊ້​ເວລາ​ອີກ​ຫລາຍໆ​ປີ ກ່ອນ
ທີ່ຈະ​ຕ່າວ​ປິ້ນຜົນ​ເສຍ​ຫາຍ​ຈາກ​ສະພາວະ​
ຖົດຖອຍ​ຄັ້ງ​ຍິ່ງ​ໃຫຍ່ ​ແລະ
ຄວາມ​ເສຍ​ຫາຍຈາກ​ຄວາມ​ບໍ່​ສົມ​ດຸນ​ກັນ​ຕ່າງໆ ທີ່
ຖືກກໍ່​ຂຶ້ນ​ໃນ​ຍຸກ​ເສດຖະກິດ ຮຸ່ງ​ເຮືອງ ກ່ອນ​ສະພາວະ​ຖົດຖອຍ ນັ້ນ​ໄດ້.”

ພວກ​ປະ​ເທດ​ພວມ​ພັດທະນາ​ທັງຫລາຍ​ ຈະ​ສືບ​ຕໍ່​ແຊງ​ໜ້າການ​ເຕີບ​ໂຕ​ຢູ່​ໃນ ກຸ່ມ​ປະ​ເທດ​ທີ່​
ຈະ​ເຣີນທາ​ງ​ເສດຖະກິດ​ທັງຫລາຍ ​ແຕ່​ພວກ​ປະ​ເທດ​ທີ່ເສດ​ຖະກິດກໍາລັງ​ໂຜ່​ໂຕ​ຂຶ້ນມາ​ມີ
ຄວາ​ມສໍາ​ຄັນ ​ເຊ່ນ​ປະ​ເທດ​ຈີນ​ນັ້ນ ​ຈະ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ສໍາຄັນຫລາຍ​ຢ່າງ. ທ່ານ
ລິນ ຢິຟູ ນັກ​ເສດຖະສາດ​ປະ​ຈໍາ​ທະນາຄານ​ໂລກ​ ກ່າວ​ວ່າ ນັ້ນ​ແມ່ນໂຮມ​ທັງເງິນ​ລົງທຶນທີ່
ຫລັ່ງ​ໄຫລ​ເຂົ້າ ປະ​ເທດ​ຫລຸດ​ນ້ອຍ ​ແລະ​ການ​ຄ້າ​ຕົກ​ຕໍ່າລົງ ​ຖ້າ​ຫາກ​ວິ​ກິດ​ການ​ໜີ້​ສິນໃນ
ພາກພື້ນ​ຢູ​ໂຣບຮ້າຍ​ແຮງ​ລົງ​ໄປ​ອີກ​.

ທ່ານ ລິນ ​ເວົ້າ​ວ່າ: “ວິ​ກິດ​ການໜີ້​ສິນຖ້ວມ​ຕົວ​ໃນ​ພວກປະ​ເທດ​ໃຊ້​ເງິນ​ຢູ​ໂຣນັ້ນ
ປາກົດ​ວ່າ​ຄວບ​ຄຸມ​ໄດ້​ແດ່​ແລ້ວ ​ແຕ່ແນວ​ໃດ​ກໍ​ຕາມ ຄວາມ​ສ່ຽງ​ຕໍ່ທີ່​ຈະ​ເກີດ​ສະ
ພາ​ວະ​ຢຸດ​ຊະ​ງັກລົງຂອງບັນດາ​ຕະຫລາດເງິນທຶນ ພ້ອມ​ທັງ​ວິ​ກິດ​ການການ​ເງິນ​
ຂອງ​ໂລກ​ທີ່ຄ້າຍ​ຄືກັບ​ທີ່​ເກີດ​ຂຶ້ນ​ໃນ​ປີ 2008 ນັ້ນແມ່ນ​ມີ​ຈິງ.”

ເບິ່ງວີດິໂອກ່ຽວກັບການທໍານາຍການ​ເຕີບ​ໂຕເສດຖະກິດໂລກປີ 2012 ເປັນພາສາອັງກິດ

ເຖິງ​ແມ່ນ​ທະ​ຄາ​ນ​ໂລກ​ຈະ​ເວົ້າວ່າ​ ພວກ​ປະ​ເທດ​ທີ່ມີ​ລາຍ​ໄດ້​ສູງທັງຫລາຍ ມີ​ຄວາມ​ຮັບຜິດ
ຊອບ​ຕົ້ນຕໍ ​ໃນການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິ​ກິດການ​ທີ່​ກວ້າງ ໃຫຍ່​ອອກ​ໄປກໍ​ຕາມ ​ແຕ່​ຂະ
ນະ​ດຽວ​ກັນ ທະນາຄານ​ໂລກກໍເວົ້າ​ວ່າ ພວກ​ປະ​ເທດ​ພວມພັດທະນາ​ ກໍ​ມີ​ພັນທະ​ຮັບຜິດ
ຊອບນໍາ​ເຊັ່ນ​ດຽວ​ກັນ. ທ່ານ

Timmer ກ່າວວ່າ ປັດ​ໃຈ​ສໍາຄັນ​ທີ່​ສຸດ​ປະການ​ນຶ່ງ​ ກໍ​ຄື​ບົດບາດ​ການ​ລົງທຶນ​ຂອງ​ພວກ​ປະ​
ເທດ​ເອ​ເຊຍ​ນັ້ນ​ເອງ.

ທ່ານ Timmer ​ເວົ້າວ່າ “ເວົ້າໃນ​ອີກແງ່​ນຶ່ງ​ນັ້ນ ກໍ​ແມ່ນ​ວ່າ ທັງ​ໂລກ​ບໍ່​ໄດ້​ອາໄສ
ກາງ​ຕໍ່​ພວກ​ອຸບປະ ໂພ​ກບໍລິ​ໂພ​ກຈາກ​ສະຫະລັດ ​ຫລື​ພາກ​ພື້ນ​ຢູ​ໂຣບ ອີກ​ຕໍ່​ໄປ
ແລ້ວ ​ແຕ່​ວ່າ ກາງ​ຕໍ່ອາໄສຫລາຍ​ຂຶ້ນນັບ​ມື້​ ນໍາ​ອັນ​ທີ່​ພວກ​ເຮົາ​ສາມາດ​ເອີ້ນໄດ້
ວ່າ ນັກ​ລົງ​ທຶນຈາກເອ​ເຊຍ.”

ທະນາຄານ​ໂລກ​ກ່າວ​ອີກ​ວ່າ ບໍ່​ມີ​ຂົງ​ເຂດ​ໃດ​ທີ່​ຈະ​ສາມາດ​ລອດ​ພົ້ນ​ໄປ​ຈາກ ຜົນ​ສະທ້ອນ
ຕ່າງໆ​ ທີ່​ຈະມາ​ຈາກ​ສະພາວະ​ເສດຖະກິດ​ຕົກ​ຕໍ່າລົງ​ຢາງ​ໜັກ​ນັ້ນ​ໄດ້ ​ແລະໄດ້​ຮຽກຮ້ອງ​ໄປ
ຍັງ​ບັນດາລັດ​ຖະບານ​ຂອງ​ພວກ​ປະ​ເທດ​ພວກ​ພັດທະນາ​ທັງຫລາຍ ໃຫ້​ສະໜັບສະໜຸນ
ພວກ​ກົນ​ໄກຮ່ວມ​ມື​ກັນ​ທາງ​ການ​ຄ້າ​ ​ແລະໃຫ້ພັດທະນາ​ແຜນການຮັບ​ມື​ສຸກ​ເສີນ​ໄວ້ ​ທີ່​ແນ
ເປົ້າໝາຍ​ໃສ່​ການ​ຜ່ອນ​ເບົາ​ຜົນ​ກະທົບ​ ຈາກ​ວິ​ກິດ​ການ​ທີ່​ອາດຈະເກີດ​ຂຶ້ນ​ແບບຮຸນ​ແຮງ
ແລະ​ດົນ​ນານກວົ່າ​ເກົ່າ​ນັ້ນ.

XS
SM
MD
LG