ໃນກອງປະຊຸມກັບສະຫະພາບຢຸໂຣບ ແລະສິບປະເທດທີ່ຖືກເຊີນມາຮ່ວມປະຊຸມຈາກຂົງເຂດອາເມຣິກາລາຕິນ ແລະອາຟຣິການັ້ນ ພວກຜູ້ນຳແປດເສດຖະກິດທີ່ສຳຄັນໆຂອງໂລກ ໄດ້ກ່າວຢໍ້າອີກເທື່ອໃໝ່ເຖິງຄວາມໝັ້ນ ໝາຍທີ່ໄດ້ໃຫ້ໄວ້ເມື່ອລະດູຮ້ອນປີກາຍນີ້ ຕໍ່ການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກນັ້ນ.
ເນຶ່ອງຈາກວ່າເວລານີ້ ມີປະຊາຊົນໃນຈຳນວນທີ່ປະເມີນກັນວ່າມີປະມານນຶ່ງພັນລ້ານຄົນ ທີ່ບໍ່ມີອາຫານການ ກິນພຽງພໍຢູ່ໃນທົ່ວໂລກ ພວກຜູ້ນຳເຫລົ່ານັ້ນ ຈຶ່ງຍືດໝັ້ນຢູ່ໃນຄຳໝັ້ນສັນຍາທີ່ພວກຕົນໄດ້ໃຫ້ໄວ້ ທີ່ວ່າຈະນຳໃຊ້ ງົບປະມານ 22 ພັນລ້ານໂດລາໃນລະຍະສາມປີ ເພື່ອປັບປຸງໂຄງລ່າງ ພື້ນຖານຕ່າງໆ ແລະໂຄງ ການການກະເສດທີ່ຍືນຍົງຖາວອນ. ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ເຖິງແມ່ນເວລານີ້ມີສະພາບ ການເສດຖະກິດຕົກຕ່ຳຢູ່ໃນທົ່ວໂລກຢູ່ກໍຕາມ ການລົງທຶນທີ່ບໍ່ພຽງພໍໃສ່ໃນການພັດ ທະນາດ້ານການກະເສດນັ້ນ ຈະຕ້ອງຖືກຕ່າວປີ້ນ ຖ້າຫາກຈະໃຫ້ມີການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ດີຂື້ນ. ສະຫະລັດກຳລັງຊ່ວຍນຳພາກ່ຽວກັບເລຶ່ອງນີ້ ໂດຍໄດ້ຮັບປາກວ່າຈະໃຫ້ການຊ່ວຍເຫລືອຢ່າງໜ້ອຍ 3,500 ລ້ານໂດລາ.
ໂຄງການ Feed the Future ຫລືຊຸບລ້ຽງອະນາຄົດ ຊຶ່ງເປັນໂຄງການລິເລີ່ມຂອງສະຫະລັດ ເພື່ອແກ້ໄຂຄວາມອຶດຫິວແລະຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ ໄດ້ນຳໃຊ້ຕົວແບບຂອງການພັດທະນາບົນພື້ນຖານຂອງຄວາມເປັນພາຄີກັນ ບໍ່ແມ່ນຈາກການອຸປະຖຳ. ພວກປະເທດກຳລັງພັດທະນາທັງຫລາຍ ແມ່ນເປັນຜູ້ນຳພາໃຫ້ການອອກແບບຄິດຄົ້ນ ແລະຈັດຕັ້ງປະຕິບັດຍຸດທະສາດທີ່ອິງໃສ່ຫລັກຖານເປັນຫລັກ ແລະມີເປົ້າໝາຍອັນແຈ້ງຂາວ ໃນການແກ້ໄຂບັນຫາຄວາມຕ້ອງການ ສະເພາະຂອງພວກເຂົາເຈົ້າ. ສະຫະລັດໄດ້ຖອດຖອນບົດຮຽນຈາກໂຄງ ການຊ່ວຍເຫລືອຕ່າງໆໃນອະດີດຜ່ານມາ ແລະຮຽນຮູ້ວ່າຄວາມເປັນເຈົ້າຂອງປະເທດທີ່ແຈ້ງຂາວ ແລະຄວາມໝັ້ນໝາຍຢ່າງແຂງແຮງຂອງປະເທດນັ້ນ ແມ່ນຈຳເປັນແລະສຳຄັນທີ່ສຸດຕໍ່ຄວາມສຳເລັດໃນລະຍະຍາວ.
ເວລານີ້ ສະຫະລັດກຳລັງປະຕິບັດງານຮ່ວມກັບຫລາຍໆປະເທດ ເພື່ອຊອກຫາວິທີສ້າງຄວາມເຂັ້ມແຂງ ໃຫ້ແກ່ຂັ້ນຕອນຫລືຂະບວນການຜະ ລິດດ້ານການກະເສດທັງໝົດ ນັບຕັ້ງແຕ່ຈາກຫ້ອງທົດລອງ ບ່ອນທີ່ພວກນັກຄົ້ນຄວ້າຊອກຫາທາງພັດທະນາແກ່ນພືດຊະນິດຕ່າງໆ ທີ່ສາມາດໃຫ້ຜົນເກັບກ່ຽວສູງ, ໄປຫາຟາມປູກຝັງ ບ່ອນທີ່ການຄຸ້ມຄອງນ້ຳທີ່ດີຂື້ນ ການນຳໃຊ້ຝຸ່ນປຸ໋ຍ ແລະການເຝິກອົບຮົມພວກກະເສດຕະກອນ ສາມາດຊ່ວຍປັບປຸງການຜະລິດ, ໄປຫາຕະຫລາດ ບ່ອນທີ່ສະຫະລັດກຳລັງຊ່ວຍ ໃນການແບ່ງປັນຂໍ້ມູນກ່ຽວກັບຜົນຜະລິດ ແລະກໍ່ສ້າງໂຄງລ່າງພື້ນຖານ ທີ່ຈະອຳນວຍໃຫ້ປະຊາຊົນສາມາດແປຮູບ ເກັບມ້ຽນ ແລະຂົນສົ່ງຜົນລະປູກຂອງພວກເຂົາເຈົ້າໄດ້ຢ່າງມີປະສິດທິຜົນດີຂື້ນ ແລະໃນທີ່ສຸດກໍແມ່ນໄປຫາໂຕ໊ະ ບ່ອນທີ່ຜົນລະປູກຂອງເຂົາເຈົ້າກາຍມາເປັນອາຫານທີ່ສົມບູນ ເປົ້າໝາຍຫລັກແລ້ວກໍແມ່ນເພື່ອໃຫ້ພວກປະຊາຊົນມີໂອກາດທີ່ຈະຊື້ ແລະປູກພືດພັນທີ່ໃຫ້ຜົນປະໂຍດຕໍ່ຮ່າງກາຍ ແລະໄດ້ຮັບອາຫານການກິນທີ່ສົມດູນກັນ.
ສະຫະລັດແມ່ນໄດ້ອະນຸມັດການຊ່ວຍເຫລືອໃຫ້ແກ່ໂຄງການ Feed the Future ໄປແລ້ວເປັນຈຳນວນເງິນ 812 ລ້ານໂດລາ ຊຶ່ງເປັນສ່ວນນຶ່ງຂອງຈຳນວນ 3 ລ້ານ 5 ແສນໂດລາ ທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້. ແລະສະຫະລັດຂໍສັນລະເສີນຕົບມືໃຫ້ແກ່ຄວາມກ້າວໜ້າຢ່າງສຳຄັນ ທີ່ໄດ້ມີຂຶ້ນໃນການດຳເນີນຄວາມພະຍາຍາມຂອງໂລກ ເພື່ອລົດຜ່ອນຄວາມອຶດຫິວ ແລະຈຳນວນຜູ້ຄົນທີ່ບໍ່ໄດ້ຮັບອາຫານການກິນຢ່າງພຽງພໍນັ້ນ.