ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ IMF ແລະ WB ເນັ້ນໃສ່ປົກປ້ອງ ການຂະຫຍາຍໂຕ ຂອງເສດຖະກິດໂລກ


ຫົວໜ້າບໍລິຫານງານຂອງ IMF ທ່ານນາງ Christine Lagarde (ຂວາ) ແລະ ປະທານຂອງ IMFC ທ່ານ Tharman Shanmugaratnam ຈັດກອງປະຊຸມຖະແຫລງຂ່າວ ທີ່ກອງປະຊຸມປະຈໍາປີຂອງ IMF ແລະທະນາຄານໂລກ ທີ່ກຸງໂຕກຽວຂອງຍີ່ປຸ່ນ ໃນວັນທີ 13 ຕຸລາ, 2012.
ຫົວໜ້າບໍລິຫານງານຂອງ IMF ທ່ານນາງ Christine Lagarde (ຂວາ) ແລະ ປະທານຂອງ IMFC ທ່ານ Tharman Shanmugaratnam ຈັດກອງປະຊຸມຖະແຫລງຂ່າວ ທີ່ກອງປະຊຸມປະຈໍາປີຂອງ IMF ແລະທະນາຄານໂລກ ທີ່ກຸງໂຕກຽວຂອງຍີ່ປຸ່ນ ໃນວັນທີ 13 ຕຸລາ, 2012.
ບັນດາລັດຖະມົນຕີກະຊວງການເງິນຂອງໂລກ ໄດ້ຮຽກຮ້ອງໃຫ້
ມີການດໍາເນີນການຢ່າງ ວ່ອງໄວ ແລະມີປະສິດທິຜົນ ເພື່ອປົກ ປ້ອງການຂະຫຍາຍໂຕທາງເສດຖະກິດທີ່ບໍ່ທຸ່ນທ່ຽງ ແລະ ເສີມ ສ້າງຄວາມເຊື່ອໝັ້ນທາງເສດຖະກິດຄືນໃໝ່.

ຄະນະລັດຖະມົນຕີດັ່ງກ່າວ ໄດ້ເຕືອນໃນວັນເສົາມື້ນີ້ ຢູ່ໃນຖະ
ແຫລງການທີ່ກອງປະຊຸມ ປະຈໍາປີ ຂອງອົງການກອງທຶນສາກົນ
ຫລື IMF ທີ່ນະຄອນໂຕກຽວວ່າ ການຂະຫຍາຍໂຕຂອງເສດ
ຖະກິດໂລກ ກໍາລັງຊັກຊ້າລົງ ພ້ອມທັງຄວາມບໍ່ແນ່ນອນ ແລະ
ຄວາມສ່ຽງ ອັນໃຫຍ່ຫລວງ ຍັງຄົງມີສືບຕໍ່ໄປຢູ່.

ອົງການ IMF ເວົ້າວ່າ ນະໂຍບາຍຂອງພວກປະເທດກ້າວໜ້າ
ທາງເສດຖະກິດ ຄວນຈະ ເອື້ອອໍານວຍໃຫ້ມີການຂະຫຍາຍໂຕ ຫລາຍເທົ່າທີ່ຈະຫລາຍໄດ້.

ພວກລັດຖະມົນຕີກະຊວງການເງິນເຫລົ່ານີ້ ຍັງໄດ້ກ່າວອີກວ່າ ບັນດາປະເທດທີ່ມີເສດ ຖະກິດຫາກໍ່ໂຜ່ຕົວຂຶ້ນໃໝ່ຂອງໂລກ ຕ້ອງຮັບປະກັນວ່າ “ຈະທໍາໃຫ້ການຈັດຕັ້ງປະຕິບັດ ນະໂຍບາຍມີການປັບປ່ຽນໄດ້” ເພື່ອເປັນການສະໜັບສະໜຸນແກ່ການຂະຫຍາຍຕົວຂອງ ເສດຖະກິດ.

ທາງດ້ານລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານ Timothy Geithner ໄດ້ ກ່າວຕໍ່ບັນດາລັດຖະມົນຕີການເງິນຂອງປະເທດຕ່າງໆ ໃນວັນເສົາມື້ນີ້ວ່າ ສະຫະລັດຍັງ ຕ້ອງໄດ້ດໍາເນີນການຫລາຍຢ່າງຢູ່ ເຖິງແມ່ນວ່າໄດ້ມີຄວາມກ້າວໜ້າທາງດ້ານການເງິນ ໃນລະດັບໃດນຶ່ງແລ້ວກໍຕາມ. ການໃຫ້ຄໍາເຫັນຂອງທ່ານມີຂຶ້ນບໍ່ເທົ່າໃດຊົ່ວໂມງລຸນຫລັງ ທີ່ລັດຖະບານສະຫະລັດ ໄດ້ປະກາດການຂາດດຸນງົບປະມານ ຂອງຕົນໄດ້ຖີບຕົວສູງຂຶ້ນ ເຖິງ 1 ພັນຕື້ໂດລາ ມາເປັນເວລາ 4 ປີຕິດຕໍ່ກັນ.
XS
SM
MD
LG