ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການກອງທຶນສາກົນ ເຕືອນວ່າ ເສດຖະກິດໂລກ ກຳລັງຕົກຕໍ່າ ໃນລະດັບທີ່ໜ້າເປັນຫ່ວງ


ເສດຖະກິດໂລກ ຄາດວ່າຈະຕົກລົງ 3 ເປີເຊັນ.
ເສດຖະກິດໂລກ ຄາດວ່າຈະຕົກລົງ 3 ເປີເຊັນ.

ສັນຍານທຸກຢ່າງໄດ້ຊີ້ໄປໃສ່ວິກິດການເສດຖະກິດໂລກ ໃນສັດສ່ວນທີ່ບໍ່ເຄີຍມາ ກ່ອນໃນຮອບຫຼາຍທົດສະວັດ ຍ້ອນວິກິດການໂຣກລະບາດໄວຣັສໂຄໂຣນາ.

ໃນວັນພຸດວານນີ້, ອົງການກອງທຶນສາກົນໄດ້ຄາດຄະເນວ່າ ເສດຖະກິດໂລກ ຈະຕົກລົງເຖິງ 3​ ເປີ ເຊັນໃນປີ 2020, ເປັນການຕົກຕໍ່າທີ່ຮ້າຍແຮງກວ່າໃນປີ 2009, 30 ເທື່ອໃນເວລາທີ່ວິກິດການດ້ານການເງິນທົ່ວໂລກ ໄດ້ເຮັດໃຫ້ການ ເຕີບໂຕຕົກລົງ 0.1 ເປີເຊັນ.

ການຄາດຄະເນຄັ້ງໃໝ່ແມ່ນກົງກັນຂ້າມຢ່າງຫຼວງຫຼາຍກັບການຄາດເດົາກ່ອນໜ້ານີ້ພຽງສາມ ເດືອນ ຂອງອົງການກອງທຶນສາກົນ, ເມື່ອອົງການດັ່ງກ່າວໄດ້ທຳນາຍວ່າ ຈະມີການຂະຫຍາຍຕົວທາງເສດຖະກິດທົ່ວໂລກ 3.3 ເປີເຊັນ. ມັນຍັງ ໄດ້ເກີດຂຶ້ນໃນຂະນະທີ່ ສະຫະລັດ ກຳລັງທຳຄວາມພະຍາຍາມເພື່ອຜັກດັນເສດ ຖະກິດຂອງປະເທດຕ່າງໆ ດ້ວຍການເພີ່ມການປະກອບສ່ວນ ໃນອົງ ການການ ເງິນສາກົນຕ່າງໆ ເຊັ່ນອົງການກອງທຶນສາກົນ ແລະ ອົງການເພື່ອການພັດທະ
ນາສາກົນ ສະຫະລັດ ຫຼື USAID.

ໃນການປະກາດການທົບທວນ ກ່ຽວກັບ ການສັງເກດການເສດຖະກິດໂລກຂອງ ອົງການຂອງທ່ານນາງນັ້ນ, ຫົວໜ້ານັກເສດຖະກິດຂອງອົງການ ກອງທຶນສາ ກົນ ທ່ານນາງ ກີຕາ ໂກປີນາດ ໄດ້ກ່າວວ່າ ວິກິດການໃນປັດຈຸບັນນີ້ຈະເປັນ “ພາວະ ຕົກຕໍ່າທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່” ໃນຊຸມປີ 1930.

ຜົນທີ່ຕາມມາຂອງບັນດາປະເທດທີ່ອາໄສການຊ່ວຍເຫຼືອຕ່າງປະເທດ ຈະຮ້າຍແຮງເປັນພິເສດ, ອີງຕາມການກ່າວຂອງອົງການກອງທຶນສາກົນ.

ອົງການດັ່ງກ່າວໄດ້ເວົ້າໃນລາຍງານ ຄວາມໝັ້ນຄົງທາງດ້ານການເງິນທົ່ວໂລກ ວ່າ “ບັນດາປະ ເທດຕະຫຼາດເກີດໃໝ່ ກັບ ຕະຫຼາດຮຸ້ນຂອງປະເທດທີ່ມີອັດຕາ ການເຕີບໂຕທາງເສດຖະກິດທີ່ດີ ແມ່ນກຳລັງປະເຊີນກັບພາຍຸທີ່ຮຸນແຮງ.

ແມ່ນກະທັ້ງໃນຂະນະທີ່ເສດຖະກິດຂອງເຂົາເຈົ້າ ໄດ້ເສຍຫາຍຍ້ອນການປິດກິດ ຈະການໃນທົ່ວ ໂລກນັ້ນ, ບັນດາປະເທດຕະຫຼາດເກີດໃໝ່ ແມ່ນໄດ້ເບິ່ງບັນດາ ນັກລົງທຶນທົ່ວໂລກ ຍົກຍ້າຍເງິນຈຳນວນທີ່ບໍ່ເຄີຍມີມາກ່ອນອອກຈາກເຂົາເຈົ້າ ໃນ ຄວາມພະຍາຍາມທີ່ຈະຊອກຫາບ່ອນຫຼົບໄພ.

ດັ່ງຜົນທີ່ອອກມາ, ບັນດາປະເທດທີ່ດີ້ນຮົນກັບໜີ້ສິນການບໍລິການຢູ່ແລ້ວ ຈະ ປະເຊີນກັບຄວາມເປັນໄປໄດ້ໃນການຜິດນັດການຊໍາລະໜີ້ ຖ້າຜູ້ໃຫ້ກູ້ຢືມສາ ກົນບໍ່ເອົາບາດກ້າວເພື່ອປັບໂຄງສ້າງເງິນກູ້ຢືມຂອງເຂົາເຈົ້າ.

ທ່ານນາງ ໂກປີນາດ ໄດ້ກ່າວວ່າ, ການຕອບສະໜອງຂະໜາດໃຫຍ່ ແລະ ປະສານງານກັນທົ່ວ ໂລກ ຈະມີຄວາມຈຳເປັນເພື່ອຊ່ວຍເຫຼືອຟື້ນຟູເສດຖະກິດໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG