ພວກເຈົ້າໜ້າທີ່ການເງິນຈາກ 20 ປະເທດ ທີ່ມີເສດຖະກິດພຸ່ງພົ້ນໃໝ່ແລະຈະເລີນແລ້ວ
ຂອງໂລກໃຫ້ຄຳໝັ້ນສັນຍາວ່າ ຈະລິເລີ່ມການຕອບຮັບແບບມີການປະສານງານກັນເພື່ອ
ເສີມຂະຫຍາຍເສດຖະກິດທີ່ພວມມີການດີ້ນຮົນຂອງໂລກ.
ບັນດາລັດຖະມົນຕີການເງິນແລະຫົວໜ້າທະນາຄານກາງໄດ້ອອກຖະແຫຼງການສະບັບນຶ່ງ
ທີ່ກຸງວໍຊິງຕັນ ໃນຕອນແລງຂອງວັນພະຫັດວານນີ້ຫຼັງຈາກລາຄາຮຸ້ນຢູ່ໃນທົ່ວໂລກໄດ້ຕົກ
ຮວບລົງໃນຕອນກາງເວັນທ່າມກາງຄວາມວິຕົກກັງວົນຢ້ານວ່າ ເສດຖະກິດຂອງໂລກພວມ
ຈະກ້າວໄປສູ່ການຕົກຕໍ່າຮອບໃໝ່.
ພວກເຈົ້າໜ້າທີ່ຂອງກຸ່ມຈີ 20 ກ່າວວ່າ ຕົນຈະດຳເນີນທຸກມາດຕະການທີ່ຈຳເປັນເພື່ອຮັກ
ສາສະຖຽນລະພາບຂອງລະບົບທະນາຄານ ໂດຍໃຫ້ການຄໍ້າປະກັນວ່າທະນາຄານເຫຼົ່ານີ້
ມີເງິນທຶນແລະມີຊ່ອງທາງທີ່ຈະສາມາດເຂົ້າເຖິງກອງເງິນທຶນໄດ້ຢ່າງພຽງພໍ.
ຖະແຫຼງການດັ່ງກ່າວບໍ່ສາມາດປ້ອງກັນບໍ່ໃຫ້ຮຸ້ນຕົກລາຄາເປັນມື້ທີສອງລຽນຕິດຢູ່ຕາມ
ຕະຫຼາດແຫ່ງຕ່າງໆໃນທົ່ວເຂດເອເຊຍໄດ້ ແຕ່ຕະຫຼາດຢູ່ຢູໂຣບ ໄດ້ມີປະຕິກິລິຍາໄປໃນ
ທາງບວກໂດຍມີລາຄາຖີບໂຕສູງຂຶ້ນ 1% ໃນຕອນເລີ່ມຕົ້ນຂອງການຊື້ຂາຍກັນມື້ນີ້.
ຕະຫຼາດຮຸ້ນຢູ່ໃນທົ່ວໂລກໄດ້ຕົກລາຄາຢ່າງໃຫຍ່ໃນສັບປະດານີ້ິ້ຫຼັງຈາກທະນາຄານກາງ
ຂອງສະຫະລັດເຕືອນໃນຕອນແລງຂອງມື້ວັນພຸດຜ່ານມາວ່າຕົນໄດ້ມອງເຫັນການສ່ຽງ
ໃນດ້ານລົບທີ່ສຳຄັນຕໍ່ເສດຖະກິດທີ່ພວມມີການດີ້ນຮົນຢູ່ແລ້ວຂອງສະຫະລັດແລະການ ຟື້ນໂຕຄືນຢ່າງສົມບູນນັ້ນແມ່ນຍັງຢູ່ຫ່າງໄກອີກຫຼາຍປີ.
ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບການຕົກລາຄາຂອງຮຸ້ນໃນທົ່ວໂລກ ໃນມື້ວານນີ້: