ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດຮຸ້ນໃນເອເຊຍແລະຢູໂຣບ ຕົກລາຄາອີກ ໃນວັນອັງຄານນີ້


ພວກຊື້ຂາຍຮຸ້ນໃນຕະຫຼາດຂາຍຮຸ້ນທີ່ນະຄອນນີວຢອກໃນວັນຈັນ.
ວັນທີ 8 ສິງຫາ 2011
ພວກຊື້ຂາຍຮຸ້ນໃນຕະຫຼາດຂາຍຮຸ້ນທີ່ນະຄອນນີວຢອກໃນວັນຈັນ. ວັນທີ 8 ສິງຫາ 2011

ຮຸ້ນ​ໃນ​ຕະຫຼາດ​ເອ​ເຊຍ​ແລະ​ຢູ​ໂຣບ ຕົກລາຄາອີກໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ທ່າມກາງ​ທີ່​ພວກ​ນັກ
ລົງທຶນ​ພາກັນສະ​ແດງ​ປະຕິກິລິຍາ​ຕໍ່​ການ​ລົດ​ລະດັບຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ສິນ​ເຊື່ອ​ຂອງ​ລັດຖະ
ບານ​ສະຫະລັດທີ່​ບໍ່​ເຄີຍມີ​ມາ​ກ່ອນນັ້ນ ​ແລະ​ຄວາມ​ເປັນ​ຫ່ວງ​ກັງວົນ​ທີ່​ເຮື້ອ​ຮັງ​ກ່ຽວ​ກັບ​ບັນຫາ
ໜີ້​ສິນ​ຂອງ​ຢູ​ໂຣບ​ແລະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ໂລກ​ນັ້ນ.

ດັດຊະນີ​ຮຸ້ນ Nikkei ຍີ່ປຸ່ນ​ລົດ​ລົງ 1.68 ​ເປີ​ເຊັນ​ເວລາ​ຕະຫຼາດ​ອັດ​ລົງ​ໃນ​ວັນ​ອັງຄານ​ມື້​ນີ້
ຊຶ່ງ​ຟື້ນ​ໂຕ​ຄືນ​ຈາກ​ລາຄາທີ່​ຕົກລົງ​ຫລາຍ​ກວ່າ 4 ​ເປີ​ເຊັນກ່ອນ​ໜ້າ​ນັ້ນ. ບັນດາ​ນັກວິ​ເຄາະ
ກ່າວ​ວ່າ ພວກ​ຊື້​ຮຸ້ນ​ບາງ​ຄົນພາກັນ​ຊອກ​ຊື້ຮຸ້ນ​ທີ່ລາຄາຖືກ​ລົງ. ດັດຊະນີ​ຮຸ້ນ Hang Seng
ທີ່ຮອງກົງ​ ລົດ​ລົງ 5.66 ​ເປີ​ເຊັນ​ເວລາ​ຕະຫຼາດ​ອັດ ​ໃນ​ຂະນະ​ດຽວ​ກັນດັດ​ຊະນີ​ຮຸ້ນ KOS
PI ທີ່​ກຸງ​ໂຊນ​ກໍລົດ​ລົງ​ຕໍ່າ​ສຸດ​ໃນ​ຮອບ​ປີ​ປາຍ​ຜ່ານ​ມາ.

ສ່ວນ​ລາຄາ​ຮຸ້ນ​ໃນ​ຕະຫຼາດ​ຢູ​ໂຣບກໍ​າລັງ​ລົດ​ລົງອີກ​ຫລັງ​ຈາກ​ຂຶ້ນ​ມາ​ໜ້ອຍນຶ່ງ​ໃນ​ຕອນໄຂ
ຕະຫຼາດ​ ​. ສ່ວນ​ລາຄາ​ຊຶ້ລ່ວງ​ໜ້າ​ຂອງຮຸ້ນ​ກ່ອນ​ໄຂ​ຕະຫຼາດຮຸ້ນ​ໃນສະຫະລັດ​ ​ແມ່ນຂຶ້ນ​ໆ
ລົງໆໃນ​ຂະນະ​ທີ່​ພວກ​ນັກ​ລົງທຶນ​ລໍຖ້າເບິ່ງ​ວ່າ ທະນາຄານ​ແຫ່ງ​ຊາດ​ສະຫະລັດ​ຈະ​ທໍາ​ການ
ເຄື່ອນໄຫວ​ແນວ​ໃດຫລື​ບໍ່ ຫລັງ​ຈາກ​ທະນາຄານ​ດັ່ງກ່າວ​ທໍາ​ການ​ພົບ​ປະກັນ​ເປັນປະ​ຈໍາ
ເປັນເວລາ 1 ມື້ ຊຶ່ງ​ກໍານົດ​ມີ​ຂຶ້ນ​ໃນ​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ອັງ ຄານ​ມື້​ນີ້.

ທີ່ຕະຫລາດ​ຮຸ້ນ Wall Street ທີ່​ນະຄອນ​ນີວຢອກ​ໃນ​ວັນ​ຈັນ​ວານ​ນີ້ ດັດຊະນີ​ຮຸ້ນທີ່​ວັດ
ແທກ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ຮຸ້ນ​ຂອງ​ສະຫະລັດ​ຢ່າງ​ກວ້າງຂວາງ ກໍ​ຄືຮຸ້ນ​ຂອງ​ບໍລິ
ສັດ S&P 500 ​ໄດ້ລົດ​ລົງ​ເກືອບ 7 ​ເປີ​ເຊັນ ຊຶ່ງ​ນັບ​ວ່າ​ເປັນ​ການ​ລົດ​ລົງ​ຄັ້ງ​ໃຫຍ່​ທີ່​ສຸດ​ນັບ
ແຕ່​ເດືອນ​ທັນວາ​ປີ 2008 ​ເປັນ​ຕົ້ນ​ມາ. ດັດ​ຊະນີຮຸ້ນ​ລາຍ​ໃຫຍ່​ໆໃນ​ຢູ​ໂຣບ​ໄດ້​ຫລຸດ​ລົງ ​
3 ຫາ 5 ​ເປີ​ເຊັນ.

ໃນ​ການ​ຊື້​ຂາຍ​ຮຸ້ນ​ກັນໃນ​ວັນ​ຈັນ​ວານ​ນີ້ ​ແມ່ນເປັນ​ໂອກາດ​ທໍາ​ອິດ​ທີ່ພວກ​ນັກ​ລົງທຶນ
ສ່ວນ​ຫລາຍໄດ້ສະ​ແດງ​ປະຕິກິລິຍາ​ຕໍ່​ການ​ປ່ຽນ​ແປງ​ໃນ​ການ​ໃຫ້​ຄະ​ແນນ​ຄວາມ​ໜ້າ​ເຊື່ອ
ຖື​ດ້ານ​ສິນ​ເຊື່ອ​ຂອງ​ອົງການ S&P ຊຶ່ງ​ໄດ້​ປະກາດ​ໃຫ້​ຮູ້​ໃນ​ແລງ​ວັນ​ສຸກ​ຜ່ານ​ມາ ຫລັງ​
ຈາກ​ຕະຫຼາດ​ໂລກ​ປິດ​ລົງ​ແລ້ວ. ບັດ​ນີ້ ຄະ​ແນນຄວາມ​ໜ້າເຊື່ອ​ຖື​ຂອງ​ສະຫະລັດ​ແມ່ນຢູ່​
ໃນ​ລະດັບ AA+ ຫລື 2 A ບວກ ຊຶ່ງ​ເປັນ​ລະດັບ​ນຶ່ງ​ຕໍ່າລົງ​ຈາກ​ລະດັບ​ສູງ​ສຸດ 3 A ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ນັກ​ລົງທຶນພາກັນ​ສືບ​ຕໍ່​ຊື້​ພັນທະບັດ​ກະຊວງ​ການ​ເງິນ​ສະຫະລັດ
ໃນ​ການສະ​ແຫວ​ງ​ຫາ​ຄວາມ​ປອດ​ໄພ​ຈາກ​ບັນຫາໜີ້​ສິນ​ລັດຖະບານແລະຄວາມ​ບໍ່​ທຸ່ນທ່ຽງ
ຂອງ​ລາຄາ​ຕະຫຼາດຮຸ້ນນັ້ນ.

XS
SM
MD
LG