ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາຮຸ້ນ ໃນຕະຫຼາດໂລກ ຍັງບໍ່ທຸ່ນທ່ຽງ


ຜູ້ຊາຍຄົນນີ້ກໍາລັງຍ່າງກາຍບໍລິສັດຫລັກຊັບແຫ່ງນຶ່ງທີ່ກຸງໂຕກຽວ.
ວັນທີ 5 ກັນຍາ 2011.
ຜູ້ຊາຍຄົນນີ້ກໍາລັງຍ່າງກາຍບໍລິສັດຫລັກຊັບແຫ່ງນຶ່ງທີ່ກຸງໂຕກຽວ. ວັນທີ 5 ກັນຍາ 2011.

ລາຄາ​ຮຸ້ນ​ໃນ​ຕະຫຼາດ​ຢູ​ໂຣບ ຟື້ນ​ໂຕ​ຄືນ​ໜ້ອຍ​ນຶ່ງ​ ໃນ​ວັນ​ອັງຄານ​ມື້​ນີ້ ຈາກ​ການຕົກ
ລາຄາຢ່າງ​ໜັກ​ໃນ​ມື້ວານ​ນີ້ ​ແຕ່​ລາຄາ​ຮຸ້ນ​ໃນ​ຕະຫຼາດເອ​ເຊຍ​ສືບ​ຕໍ່​ຫລຸດ​ລົງ ​ເນື່ອງ​ຈາກ​
ຄວາມ​ຢ້ານ​ກົວ​ກ່ຽວກັບການ​ເຕີບ​ໂຕ​ຊ້າ​ລົງ​ຂອງ​ເສດຖະກິດ​ໃນ​ສະຫະລັດ ​ແລະ​ວິ​ກິດ​
ການ​ໜີ້​ສິນ​ຢ່າງ​ໜັກໜ່ວງ​ໃນຢູ​ໂຣບນັ້ນ.

ດັດຊະນີ​ຮຸ້ນ Nikkei ຂອງ​ຍີ່ປຸ່ນ​ທີ່​ມີ​ການ​ຕິດຕາມເບິ່ງ​ກັນ​ຢ່າງ​ໃກ້ຊິດ​ນັ້ນລົດ​ລົງ 2.2
ເປີ​ເຊັນ​ເວລາ​ຕະຫຼາດ​ອັດ ຊຶ່ງ​ເປັນ​ລະດັບ​ຕໍ່າ​ສຸດ​ນັບ​ແຕ່​ເດືອນເມສາ ປີ 2009 ເປັນ​ຕົ້ນ
ມາ ​ໃນ​ຂະນະ​ດຽວ​ກັນ​ລາຄາ​ຮຸ້ນ​ ໃນ​ຕະຫຼາດ​ເອ​ເຊຍ​ອື່ນໆກໍ​ລົດ​ລົງ​ເຊ່ນ​ກັນ. ພວກ​ບໍລິ
ສັດ​ຜະລິດ​ສິນຄ້າ​ສົ່ງ​ອອກ​ເປັນຜູ້ໄດ້ຮັບ​ຄວາມ​ເສຍ​ຫາຍ​ຢ່າງໜັກຈຳນວນນຶ່ງ.

ແຕ່​ໃນ​ກຸງ​ປາຣີ ກຸງ​ລອນ​ດອນ ນະຄອນ Frankfurt ລາຄາ​ຮຸ້ນ​ສູງ​ຂຶ້ນຫລາຍ​ກວ່າ 1 ​ເປີ
ເຊັນ ຫລັງ​ຈາກ​ລາຄາ​ຮຸ້ນ​ໄດ້ຕົກ​ໃນ​ອັດຕາ​ສະ​ເລ່ຍຫຼາຍກວ່າ 4 ​ເປີ​ເຊັນ​ໃນ​ວັນ​ຈັນ​ວານ​ນີ້.
ການ​ຊື້​ຂາຍ​ຮຸ້ນ​ຊຶ່ງຈະມີຂຶ້ນໃນມື້ນີ້ຢູ່ສະຫະລັດ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຕະຫຼາດ​ຮຸ້ນ​ໃນ​
ນະຄອນ​ນີວຢອກ​ຍັງປະ​ເຊີນ​ກັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຢູ່.

ລາຄາ​ຄໍາ​ໄດ້ສູງຂຶ້ນ​ເປັນ​ປະວັດ​ການ​ຄື ອອນ​ນຶ່ງ 1919 ​ໂດ​ລາກ່ອນຈະຕົກລາຄາລົງມາ
ໜ້ອຍນຶ່ງ. ສ່ວນ​ພັນທະບັດ​ກະຊວງ​ການ​ເງິນ​ຂອງ​ສະຫະລັດ​ໄດ້​ດອກ​ເບ້ຍ​ຕໍ່​າສຸດ ​ໃນ​
ຮອບ​ຫລາຍ​ກວ່າ 60 ປີຜ່ານມາ.

XS
SM
MD
LG