ພວກຕະຫຼາດຮຸ້ນໃນຢູໂຣບໄຂການຊື້ຂາຍຮຸ້ນກັນໃນທາງບວກໃນວັນພະຫັດມື້ນີ້ ເຖິງແມ່ນ
ວ່າຂ່າວບໍ່ດີທີ່ມີມາຕື່ມອີກກ່ຽວກັບການເສດຖະກິດໂລກ ໄດ້ສົ່ງຜົນໃຫ້ລາຄາຮຸ້ນຂຶ້ນໆລົງໆ
ຢູ່ໃນເອເຊຍນັ້ນ.
ດັດຊະນີຮຸ້ນ Nikkei ໃນຍີ່ປຸ່ນໄຂຂຶ້ນ ເກືອບ 2 ເປີເຊັນຕໍ່າກວ່າລາຄາໃນຕອນຕະຫຼາດ
ອັດລົງໃນວັນພຸດວານນີ້ ແຕ່ຟື້ນໂຕຄືນໃນເວລາອັດຕະຫລາດໃນວັນພະຫັດມື້ນີ້ ໂດຍ
ເສຍໄປປະມານເຄິ່ງເປີເຊັນ. ດັດຊະນີຮຸ້ນ Hang Seng ທີ່ຮອງກົງ ລົດລົງພຽງ 1
ເປີເຊັນເວລາຕະຫຼາດອັດ ໃນຂະນະທີ່ດັດຊະນີຮຸ້ນໃນເກົາຫລີໃຕ້ ນະຄອນຊຽງໄຮ້ ແລະ
ຊິດນີ ຟື້ນໂຕ ຄືນຫລັງຈາກລາຄາຮຸ້ນລົດລົງເວລາໄຂຕະຫຼາດນັ້ນ.
ໃນຢູໂຣບ ລາຄາຮຸ້ນໃນຕະຫຼາດທີ່ກຸງລອນດອນ ກຸງປາຣີ ແລະນະຄອນ Frankfurt ສູງ
ຂຶ້ນ 2 ເປີເຊັນຫລືຫລາຍກວ່າໃນການຊື້ຂາຍໃນເວລາທ່ຽງວັນມື້ນີ້.
ລາຄາຮຸ້ນໃນຕະຫຼາດໂລກສູງຂຶ້ນຢ່າງຫລວງຫລາຍໃນຕົ້ນສັບປະດານີ້ ຫລັງຈາກທີ່ Fede
ral Reserve ກໍຄືທະນາຄານແຫ່ງຊາດສະຫະລັດປະກາດວ່າ ຕົນຈະຮັກສາອັດຕາດອກ
ເບ້ຍເງິນກູ້ໃຫ້ຢູ່ໃນລະຫວ່າງ 0% ຫາ .25 ເປີເຊັນ ໄປຈົນຮອດຢ່າງນ້ອຍປີ 2013 ນັ້ນ.
ແຕ່ຄວາມເປັນຫ່ວງກັງວົນທີ່ມີຂຶ້ນມາໃໝ່ກ່ຽວກັບການເຕີບໂຕທີ່ອ່ອນແອຂອງເສດຖະກິດ
ໃນສະຫະລັດ ແລະລາຍງານທີ່ວ່າ ຝຣັ່ງອາດຈະເສຍຄະແນນຄວາມໜ້າເຊື່ອຖືດ້ານສິນເຊື່ອ
ຂອງຕົນທີ່ຢູ່ໃນລະດັບ 3A ນັ້ນ ໄດ້ເຮັດໃຫ້ລາຄາຮຸ້ນຕົກລົງອີກ.
ທີ່ນະຄອນນີວຢອກໃນວັນພຸດວານນີ້ ລາຄາຮຸ້ນ Dow Jones ຕົກລົງເກືອບ 5 ເປີ
ເຊັນ ໃນຂະນະທີ່ລາຄາຮຸ້ນ S&P ກັບ NASDAQ ກໍ ຕົກລົງຢ່າງຫລວງຫລາຍເຊ່ນ
ກັນ. ພວກດັດຊະນີຮຸ້ນຢູໂຣບໃຫຍ່ໆ ທີ່ກຸງລອນດອນ ປາຣິແລະ Frankfurt ກໍລົດ
ລົງເຊ່ນກັນ ຫລາຍເຖິງ 5 ເປີເຊັນ.
ເບງວີດີໂອ ລາຍງານທີ່ກຽວຂອງກັນ: