ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໔ ກຸມພາ ໒໐໒໖

ຮຸ້ນໃນຕະຫຼາດເອເຊຍທົ່ວໄປ ມີລາຄາດີຂຶ້ນ

ພໍ່ຄ້າເງິນຕາຄົນນຶ່ງເຮັດວຽກຢູ່ໃນຈໍໂທລະພາບ ທີ່ສະແດງຮູບພາບ
ທ່ານ Ben Bernanke ປະທານທະນາຄານແຫ່ງຊາດສະຫະລັດ ທີ່ສໍານັກງານໃຫຍ່ຂອງທະນາຄານແລກປ່ຽນເງິນຕາທີ່ກຸງໂຊນ,
ເກົາຫລີໃຕ້
ວັນທີ 10 ສິງຫາ 2011
ພໍ່ຄ້າເງິນຕາຄົນນຶ່ງເຮັດວຽກຢູ່ໃນຈໍໂທລະພາບ ທີ່ສະແດງຮູບພາບ ທ່ານ Ben Bernanke ປະທານທະນາຄານແຫ່ງຊາດສະຫະລັດ ທີ່ສໍານັກງານໃຫຍ່ຂອງທະນາຄານແລກປ່ຽນເງິນຕາທີ່ກຸງໂຊນ, ເກົາຫລີໃຕ້ ວັນທີ 10 ສິງຫາ 2011





















ພວກ​ຕະຫຼາດ​ຮຸ້ນ​ທົ່ວ​ໄປ​ໃນ​ເອ​ເຊ​ຍອັດ​ລົງ​ໃນ​ທາງ​ບວກ​ໃນ​ວັນ​ພຸດ​ມື້​ນີ້ ຕາມ​ຫລັງການ​ຟື້ນ
ໂຕ​ຄືນ​ຢ່າງ​ໃຫຍ່​ ​ໃນຕະຫຼາດ​ຮຸ້ນ​ Wall Street ຂອງ​ສະຫະລັດທີ່​ນະຄອນ​ນີວຢອກ​
​ໃນມື້ວານ​ນີ້ ຫລັງ​ຈາກທີ່​ລາຄາ​ຮຸ້ນ​ໄດ້​ຕົກລົງ​ຢ່າງ​ໃຫຍ່ໃນ​ມື້ວັນ​ຈັນ​ນັ້ນ.

ລາຄາ​ຮຸ້ນ​ Nikkei ຂອງ​ຍີ່ປຸ່ນ ອັດຕະຫຼາດ​ສູງ​ຂຶ້ນ 1 ​ເປີ​ເຊັນ​ໃນ​ວັນ​ພຸດ​ມື້​ນີ້​ ​ໃນ​ຂະນະ​ທີ່
ລາຄາ​ຮຸ້ນ​ໃນ​ຕະຫຼາດ​ໃຕ້​ຫວັນ​ ເພີ່ມ​ຂຶ້ນ​ຫລາຍ​ກວ່າ 3 ​ເປີ​ເຊັນ. ພວກຮຸ້ນທີ່ຕະຫຼາດ​ຮອງ​
ກົງ​ແລະ​ນະຄອນ​ຊິດ​ນີ ກໍ​ມີ​ລາຄາສູງ​ຂຶ້ນຢ່າງ​ນ້ອຍ 2 ​ເປີ​ເຊັນ​ໃນ​ຕອນທ່ຽງ​ມື້​ນີ້.

ພວກ​ຕະຫຼາດ​ຮຸ້ນ​ໃນ​ສະຫະລັດ​ ມີ​ການ​ຟື້ນ​ໂຕ​ຄືນ​ໃນ​ວັນ​ອັງຄານ​ຫລັງ​ຈາກ​ທະນາຄານ
ແຫ່ງ​ຊາດ​ສະຫະລັດອອກ​ມາ​ປະກາດວ່າ ຕົນ​ຈະ​ຮັກສາ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ທີ່ຢູ່ໃນ​ລະ
ດັບ​ຕໍ່າ​ສຸດຢູ່​ແລ້ວໃນ​ປັດຈຸບັນ​ນີ້​ ຄື​ໃນລະຫວ່າງ ສູນ ຫາ​ 1 ສ່ວນ 4 ຂອງ 1 ​ເປີ​ເຊັນນັ້ນ
ໄວ້​ຕໍ່​ໄປຈົນ​ຮອດ​ຢ່າງ​ນ້ອຍ ກາງ​ປີ 2013. ທະນາຄານ​ກາງ​ກ່າວ​ວ່າ ຕົນມີ​ຄວາມເປັນ​
ຫ່ວງ​ວ່າ ການ​ເສດຖະກິດ​ຂອງ​ປະ​ເທດ​ກໍາລັງ​ຟື້ນ​ໂຕ​ຄືນ​ຊ້າ​ກ່ວາ​ທີ່​ຄາດ​ໄວ້ ແລະ​ຕະຫຼາດ​
ແຮງ​ງານ​ກໍ​ອ່ອນ​ແອກ່ວາ​ທີ່ໄດ້​ຄາດຄະເນ​ໄວ້.

ບັນດາ​ເຈົ້າ​ໜ້າ​ທີ່​ຫວັງ​ວ່າ ອັດຕາ​ດອກ​ເບ້ຍ​ຕໍ່າ​ເປັນ​ປະວັດ​ການ​ນີ້ ຈະ​ພາ​ໃຫ້​ມີ​ການ​ກູ້​ຢືມ
ແລະ​ໃຊ້​ຈ່າຍ​ເງິນ​ຫລາຍ​ຂຶ້ນ​ຊຶ່ງ​ຈະ​ກະ​ຕຸ້ນ​ເສດຖະກິດ​ນັ້ນ.

ການ​ພົບ​ປະ​ຂອງ​ພວກເຈົ້າ​ໜ້າ​ທີ່ທະນາຄານ​ກາງຂອງ​ສະຫະລັດ​ມີ​ຂຶ້ນ​ຫລັງ​ຈາກທີ່ລາຄາ​
ຮຸ້ນໄດ້ຕົກລົງ​ຢ່າງ​ຫລວງຫລາຍ​ເປັນ​ເວລາ​ຫລາຍ​ມື້ໃນຕະຫຼາດ​ຮຸ້ນ​ຢູ່ໃນ​ທົ່ວ​ໂລກ ​ແລະ
ຫລັງ​ຈາກ​ທີ່​ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ S&P ​ໄດ້ປະກາດ​ລົດ​ລະດັບ​ຄວາມໜ້າ​ເຊື່ອ​ຖື
ດ້ານ​ສິນ​ເຊື່ອ​ຂອງ​ສະຫະລັດ​ລົງ​ໃນ​ວັນ​ສຸກ​ຜ່ານ​ມານັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ທະນາຄານ
ແຫ່ງຊາດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຍັງ​ໄດ້ສົນທະນາ​ກັນ​ກ່ຽວ​ກັບ​ທາງ​ເລືອກ​ອື່ນໆດ້ານນະ
ໂຍບາຍ​ ເພື່ອ​ຊຸກຍູ້​ສົ່ງ​ເສີມ​ເສດຖະກິດນັ້ນ​ນໍາ​ ແລະ​ຕຽມ​ພ້ອມ​ທີ່​ຈະ​ໃຊ້​ທາງ​ເລືອກ​ເຫລົ່າ​
ນີ້​ ຖ້າ​ຫາກ​ຈໍາ​ເປັນ​ນັ້ນ.

XS
SM
MD
LG