ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາຮຸ້ນໃນຢຸໂຣບສູງຂຶ້ນ ໃນຕອນ​ທ່ຽງຂອງວັນສຸກມື້ນີ້ (ເບິ່ງວີດີໂອ)


ພວກພຄາຫຸນ ລົມໂທລະສັບເລອງຫຸນ ຢູຕະຫລາດ Wall Street ທນະຄອນນິວຢອກ, ວັນທີ 11 ສິງຫາ 2011.
ພວກພຄາຫຸນ ລົມໂທລະສັບເລອງຫຸນ ຢູຕະຫລາດ Wall Street ທນະຄອນນິວຢອກ, ວັນທີ 11 ສິງຫາ 2011.

ລາຄາຮຸ້ນໃນຢຸໂຣບສູງຂຶ້ນ ໃນຕອນ​ທ່ຽງຂອງວັນສຸກມື້ນີ້ ລຸນຫລັງຈາກຖີບ​ໂຕ​ສູງ​ຂຶ້ນ
ແດ່ຂອງ​ລາຄາ​ຮຸ້ນໃນຂົງເຂດເອເຊຍ ໃນຕອນທ້າຍ​ຂອງ​ອາທິດ ທີ່​ປະສົບ​ກັບສະພາວະ
ທີ່ຂຶ້ນໆລົງໆ ຢ່າງໃຫຍ່ຫລວງທີ່ສຸດຂອງຕະຫລາດຮຸ້ນທັງຫລາຍໃນທົ່ວໂລກ.

ລາຄາຮຸ້ນໃນອັງກິດ ຝຣັ່ງ ແລະເຢຍລະມັນ ຂຶ້ນຢ່າງໜອ້ຍ 2 ເປີເຊັນ ໃນເວລາເຄິ່ງວັນ
ຫລັງຈາກຝຣັ່ງ ອິຕາລີ ສະເປນ ແລະເບລຢ້ຽມ ໄດ້ສັ່ງຫ້າມຂາຍຫຸ້ນອອກ​ເວລາ​ຮຸ້ນຕົກ
ລາຄາ ເພື່ອລະງັບຄວາມປັ່ນ​ປ່ວນ​ໃນຕະຫລາດ ທີ່ເລິ່ມຂຶ້ນຈາກຂ່າວລືກ່ຽວກັບໜີ້ສິນ ຈໍານວນມະຫາສານຂອງຢຸໂຣບນັ້ນ.

ການຂາຍຮຸ້ນອອກ​ເວລາລາຄາຕົກ ແມ່ນຈະໄດ້ກໍາໄລຈາກການຄາດ​ຄະ​ເນວ່າ ລາຄາຮຸ້ນ
ຈະຕົກຕໍ່າລົງ​ໄປ​ອີກ.

ຕະຫລາດຮຸ້ນຂອງຢຸໂຣບແລະສະຫະລັດ ຖີບຕົວສູງຂຶ້ນຢ່າງໄວເມື່ອວັນພະຫັດວານນີ້
ເວລາພວກຊື້ທັງຫລາຍ ໄດ້ຮັບ​ກໍາລັງ​ໃຈ​ຂຶ້ນຈາກລາຍງານ ກ່ຽວ​ກັບໜ້າວຽກຂອງສະຫະ
ລັດ ທີ່ອອກ​ມາດີກວ່າຄາດໝາຍນັ້ນ.

ຫຸ້ນອຸດສາຫະກໍາດາວໂຈນສ໌ ຂຶ້ນ 4 ເປີເຊັນ ຫລັງຈາກຕົກຕໍ່າລົງຢ່າງຫລວງຫລາຍ
ຄືເກືອບ 5 ເປີເຊັນ ​ໃນມື້ກ່ອນ. ສ່ວນຮຸ້ນ S&P ແລະ NASDAQ ກໍສູງຂຶ້ນເຊັ່ນກັນ
ເວລາຕະຫລາດປິດ ​ໃນວັນພະຫັດວານນີ້.

XS
SM
MD
LG