ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຕີບໂຕຂອງເສດຖະກິດໂລກໃນປີ 2021 ຈະດີຂຶ້ນ ຍ້ອນການຟື້ນໂຕຄືນຈາກໂຄວິດ-19


ເລຂາທິການໃຫຍ່ຂອງອົງການເພື່ອຮ່ວມມື ແລະພັດທະນາທາງດ້ານເສດຖະກິດຫຼື OECD ເມື່ອວັນທີ 21,ພະຈິກ 2019. (AP Photo…
ເລຂາທິການໃຫຍ່ຂອງອົງການເພື່ອຮ່ວມມື ແລະພັດທະນາທາງດ້ານເສດຖະກິດຫຼື OECD ເມື່ອວັນທີ 21,ພະຈິກ 2019. (AP Photo…

ອົງການເພື່ອຮ່ວມມື ແລະພັດທະນາທາງດ້ານເສດຖະກິດຫຼື OECD ທຳນາຍວ່າ ເສດ
ຖະກິດໂລກ ຈະມີການເຕີບໂຕສູງຂຶ້ນຫຼາຍ ໃນປີ 2021 ໃນຂະນະທີ່ ບັນດາປະເທດ
ຕ່າງໆຄ່ອຍໆຟື້ນໂຕຄືນຈາກຜົນກະທົບໃນການແຜ່ລະບາດຂອງ ໄວຣັສໂຄໂຣນາ
ສາຍພັນໃໝ່.

ອົງການລະຫວ່າງປະເທດ ທີ່ີມີຫ້ອງການຕັ້ງຢູ່ນະຄອນປາຣີ ດັ່ງກ່າວ ກ່າວໃນວັນພຸດ
ວານນີ້ວ່າ ເສດຖະກິດໂລກຈະເຕີບໂຕຂຶ້ນ 5.6 ເປີເຊັນໃນປີນີ້ ດີກວ່າ ການຂະຫຍາຍໂຕ 4.2 ເປີເຊັນ ທີ່ໄດ້ທຳນາຍໄວ້ ໃນເດືອນທັນວາທີ່ຜ່ານມາ.

ອົງການ OECD ໄດ້ປັບປຸງການທຳນາຍຂອງຕົນໃຫ້ດີຂຶ້ນ ອີງຕາມຄວາມພະຍາຍາມ
ໃນການສັກຢາວັກຊີນໂຄວິດ-19 ທີ່ກຳລັງປະຕິບັດກັນ ຢູ່ໃນທົ່ວໂລກ ແລະການກະຕຸກ
ຊຸກຍູ້ເສດຖະກິດມູນຄ່າ 1 ພັນ 9 ຮ້ອຍຕື້ໂດລາ ຢູ່ໃນສະຫະລັດ. ອົງການດັ່ງກ່າວເວົ້າວ່າ ເສດຖະກິດສະຫະລັດຈະເຕີບໂຕໃນອັດຕາ 6.5 ເປີເຊັນໃນປີ 2021 ເພີ້ມຂຶ້ນເປັນ
ຫຼາຍກວ່າສອງເທົ່າກວ່າທີ່ໄດ້ທຳນາຍໄວ້ກ່ອນ ໜ້ານີ້ 3.2 ເປີເຊັນ ຊຶ່ງໄດ້ມີຂຶ້ນໃນເດືອນ
ທັນວາທີ່ຜ່ານມາ.

ອົງການ OECD ກ່າວວ່າ ແຜນກະຕຸກຊຸກຍູ້ເສດຖະກິດ ຍັງຈະເສີມຂະຫຍາຍ ການເຕີບ
ໂຕ ຢູ່ໃນທົ່ວໂລກນຶ່ງເປີເຊັນ. ແຕ່ອົງການນີ້ໄດ້ເຕືອນວ່າ ຄວາມບໍ່ສາ ມາດເລັ່ງລັດໃນຂັ້ນ
ຕອນການສັກຢາວັກຊີນ ແລະການຕິດແປດ ທີ່ເກີດຈາກໂຄ ວິດ-19 ສາຍພັນໃໝ່ເຮັດໃຫ້
ມີຄວາມສ່ຽງທີ່ສຳຄັນ ຕໍ່ໂອກາດໃດໆກໍຕາມຂອງ ການຟື້ນໂຕ.

ລັດອາລາສກາຢູ່ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ ໄດ້ກາຍເປັນລັດທຳອິດ
ຍົກເລີກຂໍ້ຈຳກັດ ທີ່ໃຊ້ອາຍຸເປັນຫຼັກໃນການສັກຢາວັກຊີນກັນໂຄວິດ-19 ແລະເຮັດໃຫ້
ການສັກຢາວັກຊີນ ມີໄວ້ໃຫ້ສຳລັບທຸກຄົ ນທີ່ມີອາຍຸແຕ່ 16 ປີຂຶ້ນ ໄປ. ຜູ້ປົກຄອງລັດທ່ານ
ໄມຄ໌ ດັນລີວີ ໄດ້ປະກາດໃນວັນອັງຄານທີ່ຜ່ານມາ ລະຫວ່າງກອງປະຊຸມນັກຂ່າວ ໃນນະ
ຄອນຫຼວງຈູໂນ ໂດຍອ້າງເຖິງຄວາມສຳເລັດ ໃນການສັກຢາວັກຊີນຂອງລັດອາລາສກາ
ໃຫ້ແກ່ປະຊາຊົນຂອງຕົນໃນອັດຕາທີ່ ສູງ.

ລັດທີ່ສອກຫຼີກຫ່າງໄກດັ່ງກ່າວ ໄດ້ປຸກລະດົມການສັກຢາວັກຊີນຂອງຕົນໃນຂັ້ນ ຕົ້ນໃຫ້
ແກ່ບັນດາພະນັກງານການແພດ ນາຍຄູ ແລະຜູ້ຄົນທີ່ມີອາຍຸ 50 ປີ ຜູ້ທີ່ເຮັດວຽກຢູ່ບາງ
ໜ້າທີ່ສຳຄັນເປັນການສະເພາະ ຫຼືຜູ້ທີ່ບໍ່ສະບາຍ ຍ້ອນເງື່ອນໄຂທາງດ້ານສຸຂະພາບທີ່ມີ
ຢູ່ແລ້ວນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG